ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ               ເລກທີ 1784/ກພສ
ນະຄອນຫລວງວຽງຈັນ, ວັນທີ 28 ມິຖຸນາ 2010

ແຈ້ງການ

ເຖິງ: ບັນດາຫົວຫນ້າພາສີປະຈໍາເຂດ, ດ່ານພາສີຊາຍແດນໃນທົ່ວປະເທດ.
ເລື່ອງ: ການຄຸ້ມຄອງອອກໃບແຈ້ງພາສີຄໍ້າປະກັນ.

  • ອີງຕາມກົດໝາຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.5.2005.
  • ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19.10.2007.
  • ອີງຕາມແຈ້ງການແນະນຳກົມພາສີ ສະບັບເລກທີ 0204/ກພສ, ລົງວັນທີ 31.10.2007 ວ່າດ້ວຍການນໍາໃຊ້ໃບແຈ້ງພາສີຄໍ້າປະກັນ.

   ຜ່ານມາກົມພາສີສັງເກດເຫັນວ່າ ການຈັດຕັ້ງປະຕິບັດລະບຽບການກ່ຽວກັບການຄຸ້ມຄອງ ໃບແຈ້ງພາສີຄໍ້າປະກັນຂອງ ບັນດາດ່ານພາສີຊາຍແດນຍັງບໍ່ທັນໄດ້ດີເທົ່າທີ່ ຄວນຊຶ່ງສະແດງອອກຍັງມີການຄ້າງຊຳລະ ເປັນຈຳນວນຫລາຍ, ຂາດກົນໄກການເລັ່ງທວງຢ່າງເປັນລະບົບ ແລະ ເຮັດເປັນປະຈຳ ແລະ ບາງດ່ານຍັງມີລັກສະນະ ເອື້ອຍອີງໃສ່ແຕ່ກົມພາສີ. ເພື່ອແກ້ໄຂບັນຫາດັ່ງກ່າວ ທັງຮັບປະກັນການຈັດຕັ້ງລະບຽບກົດໝາຍ, ກົມພາສີອອກແຈ້ງການຄື:

  1. ມອບໃຫ້ຫົວໜ້າດ່ານພາສີຊາຍແດນ ເປັນຜູ້ພິຈາລະນາການສະເໜີຂໍນຳສິນຄ້າ, ເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີກ່ອນການແຈ້ງພາສີເປັນລາຍລະອຽດ ຕາມເງື່ອນໄຂທີ່ກຳນົດໄວ້ໃນມາດຕາ 7 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ ແລະ ແຈ້ງການແນະນຳກົມພາສີ ສະບັບເລກທີ 0204/ກພສ, ລົງວັນທີ 31.10.2007, ພາຍຫລັງທີ່ໄດ້ອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງອອກກ່ອນແລ້ວ ຕ້ອງໄດ້ເອົາໃຈໃສ່ເລັ່ງທວງການຊຳລະ.

ຖ້າພົບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃຫ້ລາຍງານຂໍຄຳເຫັນນຳພາສີປະຈຳເຂດ ແລະ ກົມພາສີເປັນແຕ່ລະຂັ້ນເພື່ອມີທິດຊີ້ນຳ.

  1. ພາຫະນະທຸກປະເພດທີ່ຕ້ອງການອອກກ່ອນ ຕ້ອງໄດ້ວາງເງິນຄ້ຳປະກັນ 120% ຂອງຄ່າພາສີ-ອາກອນຕາມອັດຕາສາລະບານ ຍົກເວັ້ນມີຄຳແນະນຳຈາກ ກົມພາສີໃນການຈັດຕັ້ງປະຕິບັດເປັນກໍລະນີພິເສດ.
  2. ທຸກການປະຕິບັດທີ່ບໍ່ສອດຄ່ອງກັບເນື້ອໃນແຈ້ງການສະບັບນີ້ ແມ່ນຄວາມຮັບຜິດຊອບໂດຍກົງຂອງເຈົ້າຫນ້າທີ່ພາສີແຕ່ລະຂັ້ນ.
  3. ມອບໃຫ້ບັນດາພາສີປະຈຳເຂດລົງຊີ້ນຳດ່ານພາສີຊາຍແດນທີ່ຂື້ນກັບເຂດຕົນ ກວດກາຄືນໃບແຈ້ງພາສີຄ້ຳປະກັນ ບ85, ບ86 ທີ່ຄ້າງຊໍາລະພ້ອມທັງຈັດຕັ້ງ ການເລັ່ງທວງໃຫ້ສໍາເລັດ ໃນສົກປີ 2009-2010.
  4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ
ອາດສະພັງທອງ ສີພັນດອນ

ສຳເນົາ:

  • ຄະນະກົມພາສີ             1 ສະບັບ ເພື່ອຕິດຕາມກວດກາ
  • ພະແນກການກົມພາສີ        1 ສະບັບ ເພື່ອຊາບ ແລະ ປະສານສົມທົບ
  • ເກັບມ້ຽນສຳເນົາ            1 ສະບັບ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?