ອີງຕາມແຫຼ່ງຂ່າວຈາກເວັບໄຊ https://vnexpress.net/ ໃຫ້ຮູ້ວ່າ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສສ ຫວຽດນາມ ໃນ 6 ເດືອນຕົ້ນປີ ບັນລຸໄດ້ຫຼາຍກວ່າ 240 ຕື້ໂດລາສະຫະລັດ ແຕ່ຍັງຫຼຸດລົງເລັກນ້ອຍ 1.4%. ໃນນັ້ນ, ມູນຄ່າການສົ່ງອອກບັນລຸໄດ້ເກືອບເຖິງ 122.8 ຕື້ໂດລາສະຫະລັດ (ເພີ່ມຂື້ນ 0.2%) ໃນຂະນະທີ່ການນຳເຂົ້າ ມີມູນຄ່າປະມານ 117.3 ຕື້ໂດລາ (ຫຼຸດລົງ 2.9%). ຄວາມດຸ່ນດ່ຽງທາງການຄ້າຂອງຫວຽດນາມເກີນດຸນການຄ້າ 5.46 ຕື້ໂດລາສະຫະລັດ ເຊິ່ງສູງກວ່າປີ 2019 ໃນໄລຍະດຽວກັນ ປະມານ 3,76 ຕື້ໂດລາສະຫະລັດ.

ພາບປະກອບ

         

           ອີງຕາມສະຖິຕິກົມພາສີຂອງຫວຽດນາມ ໃຫ້ຮູ້ວ່າ ບັນດາວິສາຫະກິດການລົງທຶນຂອງຕ່າງປະເທດປະຕິບັດໄດ້ 145.38 ຕື້ໂດລາສະຫະລັດ ກວມເອົາ 60% ຂອງມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າທັງໝົດ. ແຕ່ວ່າ ຕົວເລກດັ່ງກ່າວຫຼຸດລົງ 5.5% ຫຼື ເທົ່າກັບ 8.43 ຕື້ໂດລາສະຫະລັດ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຖືວ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງບັນດາວິສາຫະກິດລົງທຶນຂອງຕ່າງປະເທດລ້ວນແຕ່ຫຼຸດລົງເລັກນ້ອຍ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19.

ການຄ້າຂາຍກັບບັນດາປະເທດອາຊີແມ່ນ ຍັງຢູ່ໃນລະດັບດີ ແລະ ບັນລຸໄດ້ອັດຕາສ່ວນສູງສຸດເຖິງ 65.2% ທີ່ມີມູນຄ່າປະມານ 153.2 ຕື້ໂດລາສະຫະລັດ. ໃນນັ້ນ, ການສົ່ງອອກ ບັນລຸໄດ້ 60.77 ຕື້ໂດລາສະຫະລັດ (ຫຼຸດລົງ 1.3%) ແລະ ການນຳເຂົ້າ ບັນລຸໄດ້ 92.48 ຕື້ໂດລາສະຫະລັດ (ຫຼຸດລົງ 4.1%).

ພາບປະກອບ

         

           ການຄ້າກັບປະເທດອາເມລິກາ ໃນການສົ່ງອອກເພີ້ມຂື້ນ 14.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ. ໃນທາງກັບກັນການນໍາເຂົ້າ ຈາກປະເທດອາເມລິກາ ແມ່ນເພີ່ມຂື້ນພຽງແຕ່ 2%. ໂດຍລວມ ໄລຍະ 2 ໄຕມາດທຳອິດຂອງປີນີ້ ມີມູນຄ່າການຄ້າລະຫວ່າງສອງປະເທດ ແມ່ນບັນລຸໄດ້ປະມານ 38.5 ຕື້ໂດລາສະຫະລັດ.

          ໃນຂະນະດຽວກັນ, ມູນຄ່າ ການນຳເຂົ້າ ແລະ ສົ່ງອອກ ລະຫວ່າງຫວຽດນາມ ແລະ ບັນດາປະເທດເອີຣົບ ບັນລຸໄດ້ ປະມານ 29.93 ຕື້ໂດລາສະຫະລັດ (ຫຼຸດລົງ 5.8%), ອາຟຣິກາບັນລຸ 3.05 ຕື້ໂດລາສະຫະລັດ (ຫຼຸດລົງ 4.7%) ທຽບໃສ່ໄລຍະດຽວກັນຂອງ ປີ 2019.

ພາບປະກອບ

         

             ໃນທ້າຍເດືອນມິຖຸນານີ້, ຄາດຄະແນ່ສິນຄ້າສົ່ງອອກທີ່ສາມາດສ້າງມູນຄ່າສູງກ່ວາ 1 ຕື້ໂດລາສະຫະລັດ ແມ່ນ: ຄອມພີວເຕີ້, ຜະລິດຕະພັນເອເລັກໂຕຣນິກ ແລະ ຊີ້ນສ່ວນອຸປະກອນຕ່າງໆ (ເພີ່ມຂຶ້ນ 3.95 ຕື້ໂດລາສະຫະລັດ) ແລະ ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່ ( ເພີ່ມຂຶ້ນ 2.18 ຕື້ USD). ສ່ວນສິນຄ້າສົ່ງອອກທີ່ຫຼຸດລົງຫຼາຍກວ່າ 1 ຕື້ໂດລາສະຫະລັດ ແມ່ນ: ກ້ອງຖ່າຍຮູບ, ກ້ອງວີດີໂອ ແລະ ຊີ້ນສ່ວນປະກອບຕ່າງໆ (ຫຼຸດລົງ 1.07 ຕື້ໂດລາສະຫະລັດ) ແລະ ໂທລະສັບມືຖື ແລະ ຊີ້ນສ່ວນປະກອບ (ຫຼຸດລົງ 1.54 ຕື້ USD).

 

ແຫຼ່ງຂໍ້ມູນ: https://vnexpress.net/viet-nam-xuat-sieu-gan-5-5-ty-usd-nua-dau-nam-4133250.html

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?