ບົດສຶກສາຜົນກະທົບທາງການຄ້າຕໍ່ກັບ ປະເທດທີ່ກໍາລັງຈະຫລຸດພົ້ນຈາກການດ້ອຍພັດທະນາ (LDC graduation) 2020

 

            ບົດສຶກສາສະບັບນີ້ສ້າງຂື້ນມາຕາມການຮຽກຮ້ອງຕ້ອງການສະເພາະໂດຍ ບັນດາສະມາຊິກທີ່ເປັນ ປະເທດດ້ອຍພັດທະນາ (Least Developed Countries – LDCs) ຂອງ ອົງການການຄ້າໂລກ (WTO) ເພື່ອວິເຄາະ "ຜົນກະທົບທາງການຄ້າຕໍ່ກັບ ບັນດາປະເທດດ້ອຍພັດທະນາ". WTO ໄດ້ໃຫ້ບູລິມາສິດການຊ່ວຍເຫລືອພິເສດແກ່ ບັນດາປະເທດດ້ອຍພັດທະນາ ດ້ານນະໂຍບາຍການເຂົ້າເຖິງຕະຫຼາດ ແລະ ລະບຽບການທີ່ຜ່ອນຜັນໄດ້. ສະນັ້ນ, ຈຶ່ງມີຄວາມສໍາຄັນທີ່ຈະຕ້ອງມີບົດສຶກສາຜົນກະທົບຕໍ່ ບັນດາປະເທດເຫຼົ່ານີ້ ຈາກການໃຫ້ນະໂຍບາຍຊ່ວຍເຫລືອແກ່ສະມາຊິກຂອງ WTO ແມ່ນມີຫຍັງແນ່. ເຊິ່ງວ່າການຄາດເດົາຜົນກະທົບແມ່ນມີຄວາມສໍາຄັນອັນພົ້ນເດັ່ນທີ່ກະທົບຕໍ່ຜົນປະໂຫຍດຂອງຊາດ ໃນໄລະຍະເວລາຊ່ວງ 1 ໄຕມາດ.

1. ບັນດາປະເທດທີ່ກໍາລັງຈະຫລຸດພົ້ນຈາກການດ້ອຍພັດທະນາ (LDC graduation) ຕໍ່ກັບສິ່ງທ້າທາຍຈາກນະໂຍບາຍການຊ່ວຍເຫຼືອຂອງ ອົງການການຄ້າໂລກ WTO

            ສິ່ງທ້າທາຍທີ່ຈະເກີດຂື້ນກັບ ປະເທດ LDC graduation ໃນການກ້າວເຂົ້າສູ່ການເປັນສະມາຊິກຂອງ WTO ແມ່ນຕ້ອງໄດ້ປັບໂຕກັບນະໂຍບາຍທີ່ອາດຈະບໍ່ເປັນໄປຕາມຄວາມຄາດຫວັງ ແລະ ອາດຈະສ້າງສິ່ງກີດຂວາງໃນການຈັດຕັ້ງປະຕິບັດວຽກງານໃດໜຶ່ງ. ເຖິງຢ່າງໃດກໍ່ດີ, ຂໍ້ຕົກລົງການຄ້າຫຼາຍຝ່າຍ (MTAs) ທີ່ຖືກຄຸ້ມຄອງໂດຍ WTO ປະກອບດ້ວຍຂໍ້ກຳນົດນະໂຍບາຍແບບພິເສດ ທີ່ມີຄວາມແຕກຕ່າງຫຼາກຫຼາຍປະເພດ ທີ່ສາມາດສ້າງເງື່ອນໄຂ ແລະ ຜົນປະໂຫຍດ ຫລື ສິ່ງທ້າທາຍ ໃຫ້ແກ່ບັນດາ ປະເທດດ້ອຍພັດທະນາ ເຊັ່ນ: ການເຂົ້າເຖິງຕະຫຼາດ, ໄລຍະເວລາການປ່ຽນແປງ ແລະ ການຍົກເວັ້ນກົດລະບຽບບາງຢ່າງ . ນອກຈາກນັ້ນ, ນັບຕັ້ງແຕ່ການສ້າງຕັ້ງ WTO ໃນປີ 1995, ສະມາຊິກ WTO ທີ່ເປັນປະເທດດ້ອຍພັດທະນາ ໄດ້ມີການຕັດສິນໃຈອັນສຳຄັນຕ່າງໆ ເພື່ອສ້າງເງື່ອນໄຂໃນການອໍານວຍຄວາມສະດວກ ໃຫ້ສາມາດເຂົ້າເຖິງຕະຫຼາດ ໂດຍສະເພາະ ການບໍລິການ ແລະ ສິນຄ້າຕ່າງໆ (ເຊັ່ນ: ນະໂຍບາຍເຂົ້າເຖິງຕະຫຼາດ ແມ່ນໄດ້ຮຽກຮ້ອງໃຫ້ ມີການຍົກເວັ້ນພາສີ ແລະ ໂຄຕ້າ, ໃຫ້ມີນະໂຍບາຍທີ່ແທດເໝາະ ພາຍໃຕ້ສິດທິພິເສດທາງການຄ້າ, ການຍົກເວັ້ນການບໍລິການ ແລະ ການດໍາເນີນງານບາງຈຸດຂອດ ທີ່ບໍ່ຈໍາເປັນ).

2. ຜົນກະທົບຕໍ່ການເຂົ້າເຖິງຕະຫຼາດ ການເຂົ້າເຖິງຕະຫຼາດ

            ບໍ່ວ່າຈະເປັນປະເທດທີ່ກໍາລັງພັດທະນາ ແລະ ພັດທະນາແລ້ວກໍ່ຕາມ ແມ່ນໄດ້ສ້າງຄວາມກັງວົນຢ່າງຍິງ ໃຫ້ແກ່ແຜນພັດທະນາປະເທດຂອງເຂົາເຈົ້າ ກ່ອນທີ່ຈະສາມາດຍົກລະດັບໃຫ້ກາຍເປັນປະເທດ LDC graduation, ເຖິງແມ່ນວ່າຜົນກະທົບໃນການເຂົ້າເຖິງຕະຫຼາດຂອງ  ປະເທດດ້ອຍພັດທະນາ ແມ່ນຍັງມີນ້ອຍ. ຂົງເຂດທີ່ຈະຖືກກະທົບພາຍຫຼັງການຫລຸດພົ້ນຈາກການເປັນປະເທດດ້ອຍພັດທະນາ ທີ່ຕິດພັນກັບສິດທິພິເສດທາງການຄ້າ ແມ່ນຂື້ນກັບຂັ້ນຕອນການສົ່ງອອກ (ເຊັ່ນ: ຜະລິດຕະພັນທີ່ສົ່ງອອກ ແລະ ຕະຫຼາດປາຍທາງ), ການຈັດສັນຊື້ຂາຍແມ່ນຕ້ອງໄດ້ອີງໃສ່ສະພາບຕົວຈີງໃນການສົ່ງອອກນັ້ນໆ, ລະດັບຂອງສິດທິພິເສດທີ່ຈະໄດ້ຮັບ, ລະດັບການເຊື່ອມໂຍງເຂົ້າໃນການຄ້າໂລກ. ແມ່ນອີງໃສ່ການຈັດຕັ້ງປະຕິບັດຕົວຈີງ. ດັ່ງນັ້ນ, ຄ່າໃຊ້ຈ່າຍຂອງແຕ່ລະປະເທດ LDC graduation ແມ່ນຈະບໍ່ຄືກັນ.

3. ຜົນກະທົບຕໍ່ການຮ່ວມມືດ້ານການພັດທະນາ

                ອີກໜຶ່ງຂົງເຂດທີ່ສົ່ງຜົນກະທົບໂດຍກົງ ຕໍ່ບັນດາປະເທດ LDC graduation ແມ່ນການຊ່ວຍເຫຼືອດ້ານການພັດທະນາ ເພື່ອຍົກລະດັບໃຫ້ຫລຸດພົ້ນຈາກການເປັນປະເທດດ້ອຍພັດທະນາ. ໃນຫລາຍປີຜ່ານມາ, ທຶນຊ່ວຍເຫຼືອດ້ານການຄ້າ ແລະ ການຊ່ວຍເຫຼືອທີ່ເປັນທາງການອື່ນໆ ຕໍ່ບັນດາປະເທດ LDC graduation ໄດ້ມີການຂະຫຍາຍຕົວຢ່າງສະໝໍ່າສະເໝີ. ໂດຍລວມແລ້ວ, ບັນດາຄູ່ຮ່ວມພັດທະນາບໍ່ໄດ້ຖືວ່າສະຖານະພາບຂອງຄວາມດ້ອຍພັດທະນາ ຈະເປັນຕົວກຳນົດຫຼັກໃນການໃຫ້ການສະໜັບສະໜູນ ປະເທດດ້ອຍພັດທະນາ ເຊິ່ງໃນຕົວຈີງແມ່ນມີຫລາກຫລາຍທາງເລືອກກ່ຽວກັບ ທະນາຄານພັດທະນາຫຼາຍຝ່າຍ ຫຼື ຜູ້ໃຫ້ທຶນສອງຝ່າຍ. ສຳລັບ ປະເທດ LDC graduation ຄູ່ຮ່ວມມືດ້ານການພັດທະນາຫຼາຍຝ່າຍທີ່ເໝາະສົມທີ່ສຸດແມ່ນ ທະນາຄານໂລກ (ສະມາຄົມເພື່ອການພັດທະນາສາກົນ), ໃນຂະນະທີ່ຍີ່ປຸ່ນແມ່ນຜູ້ໃຫ້ທຶນສອງຝ່າຍທີ່ໃຫຍ່ທີ່ສຸດ. ໃນການພິຈາລະນາໃຫ້ທຶນກູ້ຢືມຂອງ ທະນາຄານໂລກ ແມ່ນອີງໃສ່ມາດຖານລາຍຮັບເປັນຫລັກ ແລະ ຜູ້ໃຫ້ທຶນສອງຝ່າຍສ່ວນຫລາຍແມ່ນ ພິຈາລະນາດ້ານສາຍສຳພັນທາງປະຫວັດສາດ, ລາຍຮັບ ແລະ ຄວາມແໜ້ນແຟ້ນໃນພາກພື້ນ ເພື່ອການພິຈາລະນາຈັດສັນແຫຼ່ງທຶນໃຫ້ແກ່ ປະເທດດ້ອຍພັດທະນາ.   

 

ສາລະບານ

ຄຳແນະນຳຂອງຜູ້ອຳນວຍການໃຫຍ່ WTO.

1. ບົດສະຫຼຸບ. 4

2. ບົດແນະນຳ. 11

3. ປະເທດທີ່ກໍາລັງຫລຸດພົ້ນຈາກການດ້ວຍພັດທະນາ ກັບຜົນກະທົບຈາກນະໂຍບາຍຂອງສັນຍາ WTO. 14

4. ປະເທດທີ່ກໍາລັງຫລຸດພົ້ນຈາກການດ້ວຍພັດທະນາ ກັບຜົນກະທົບຕໍ່ການເຂົ້າເຖິງຕະຫຼາດ. 34

5. ປະເທດທີ່ກໍາລັງຫລຸດພົ້ນຈາກການດ້ວຍພັດທະນາ ກັບຜົນກະທົບຕໍ່ການຮ່ວມມືດ້ານການພັດທະນາ. 56

6. ທາງເລືອກສໍາລັບປະເທດທີ່ກໍາລັງຫລຸດພົ້ນຈາກການດ້ວຍພັດທະນາ. 63

7. ເອກະສານຄັດຕິດ. 68

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?