ການບໍລິຫານຄວາມສ່ຽງໄດ້ແບ່ງອອກເປັນ 3 ຫຼັກການ ສໍາຄັນດັ່ງນີ້:

1. ການຄຸ້ມຄອງຄວາມສ່ຽງ ມີ 3 ຮູບແບບ ດັ່ງນີ້:

  • ຄວາມສ່ຽງທີ່ກະທົບຕໍ່ລາຍຮັບ ເຊັ່ນ: ມູນຄ່າແຈ້ງ, ລະຫັດ/ອັດຕາພາສີ ແລະ ລະບອບໃບແຈ້ງ;
  • ຄວາມສ່ຽງທີ່ມາຈາກການອໍານວຍຄວາມສະດວກທາງດ້ານການຄ້າ ເຊັ່ນ: ບຸກຄົນ ຫຼື ນິຕິບຸກຄົນ, ຖານະການເງິນ ແລະ ການປະຕິບັດສັນຍາການຄ້າສາກົນ;
  • ຄວາມສ່ຽງທີ່ກະທົບຕໍ່ການປົກປ້ອງສັງຄົມ ເຊັ່ນ: ຢາເສບຕິດ/ສານຕັ້ງຕົ້ນ ແລະ ການນໍາເຂົ້າສິນຄ້າ ແລະ ເຄື່ອງຂອງແບບຜິດກົດໝາຍ.
ພາບປະກອບ

2. ການກໍານົດຄ່າຄວາມສ່ຽງ ມີ 3 ລະດັບໂດຍໃຊ້ ລະບົບ ອາຊີກຸດາ ໃນການວິເຄາະຄວາມສ່ຽງ ທີ່ໄດ້ແບ່ງອອກຕາມຄ່າຄວາມສ່ຽງ 0 ຫາ 100 ແລະ ມີ 3 ຊ່ອງສີ ເພື່ອຊີ້ບອກແຕ່ລະດັບຄື:

  • ລະດັບຄວາມສ່ຽງທີ 1 ແມ່ນຊ່ອງສີຂຽວ ຄ່າຄວາມສ່ຽງແຕ່ 0-30 ມີຄວາມສ່ຽງຕໍ່າສຸດ ທີ່ສາມາດຄວບຄຸມໄດ້;
  • ລະດັບຄວາມສ່ຽງທີ 2 ແມ່ນຊ່ອງສີເຫລືອງ ຄ່າຄວາມສ່ຽງແຕ່ 31-70 ມີຄວາມສ່ຽງລະດັບກາງ ທີ່ຕ້ອງມີເອກະສານຢັ້ງຢືນ ແລະ/ຫລື ກວດກາສິນຄ້າບາງສ່ວນ;
  • ລະດັບຄວາມສ່ຽງທີ 3 ແມ່ນຊ່ອງສີແດງ ຄ່າຄວາມສ່ຽງແຕ່ 71-100 ແມ່ນມີຄວາມສ່ຽງສູງສຸດ ທີ່ຕ້ອງມີເອກະສານຢັ້ງຢືນ ແລະ ກວດກາສິນຄ້າ.
ພາບປະກອບ

3. ວົງຈອນການຄຸ້ມຄອງຄວາມສ່ຽງ ແລະ ການສ້າງຖານຂໍ້ມູນຄວາມສ່ຽງ ມີ 6 ຂັ້ນຕອນ ດັ່ງນີ້: ການເກັບກໍາຂໍ້ມູນ, ການສັງລວມຂໍ້ມູນ, ການວິເຄາະຂໍ້ມູນ, ການກໍານົດຄ່າ ແລະ ລະດັບຄວາມສ່ຽງ, ການພິຈາລະນາລະດັບຄວາມສ່ຽງໂດຍ ແລະ ການແຈ້ງການນໍາໃຊ້. ໃນນ້ັນ, ຂັ້ນຕອນທີ 1 ແມ່ນການເກັບກໍາຂໍ້ມູນ ຈາກບົດລາຍງານການຢຶດສີນຄ້າຕ່າງໆ ແລະ ຂໍ້ມູນຈາກແຫຼ່ງຂ່າວທັງພາຍໃນ/ພາຍນອກ. ສ່ວນຂັ້ນຕອນທີ 6 ກໍ່ຄືແຈ້ງການນໍາໃຊ້ປະເພດສິນຄ້າທີ່ມີຄວາມສ່ຽງໃນແຕ່ລະດັບສີແຕກຕ່າງກັນໄປ ຕາມການກໍານົດຂອງ ຄະນະສະເພາະກິດຂອງກົມພາສີ.

ພາບປະກອບ

ລາຍລະອຽດ ຄໍາແນະນໍາ ກ່ຽວກັບ ການຄຸ້ມຄອງ ວຽກງານບໍລິຫານຄວາມສ່ຽງ ຂອງກົມພາສີ, ເລກທີ 09045/ກພສ, ລົງວັນທີ 13 ພະຈິກ 2019

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?