ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ໃນໄຕມາດ ທີ 1 ບັນລຸໄດ້ປະມານ 2,464 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 1,145  ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 1,320 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 175 ລ້ານໂດລາສະຫາລັດ

ພາບປະກອບ

       

      ໝວດສິນຄ້າສົ່ງອອກຫຼັກ

     ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 1,145 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້າສົ່ງອອກຫຼັກ ແລະ ມີມູນຄ່າປະມານ: ແຮ່ທອງ ມີມູນຄ່າ 123 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າ 90 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າ 48 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າ 80 ລ້ານໂດລາສະຫະລັດ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າ 43 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) ມີມູນຄ່າ 52 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າ 139 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າ 56 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າ 47 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ ມີມູນຄ່າ 70 ລ້ານໂດລາສະຫະລັດ.     

ພາບປະກອບ

                            

      ໝວດສິນຄ້ານໍາເຂົ້າຫລັກ

    ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 1,320 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້ານໍາເຂົ້າຫຼັກ ແລະ ມີມູນຄ່າປະມານ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າ 97 ລ້ານໂດລາສະຫະລັດ., ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າ 71 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າ 127 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າ 87 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າ 72 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ມີມູນຄ່າ 54 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າ 38 ລ້ານໂດລາສະຫະລັດ, ໄຟຟ້າ ມີມູນຄ່າ 42 ລ້ານໂດລາສະຫະລັດ, ເຄື່ອງໃຊ້ພລາສະຕິກ  ມີມູນຄ່າ 45 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ ມີມູນຄ່າ 68 ລ້ານໂດລາສະຫະລັດ.

ພາບປະກອບ

     

        5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

       ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ໄທ 338 ລ້ານໂດລາສະຫະລັດ, ຈີນ 343 ລ້ານໂດລາສະຫະລັດ, ຫວຽດນາມ 263 ລ້ານໂດລາສະຫະລັດ, ຢີ່ປຸ່ນ 25 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 23 ລ້ານໂດລາສະຫະລັດ.

ພາບປະກອບ

       

       5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

      ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານ: ໄທ 774 ລ້ານໂດລາສະຫະລັດ, ຈີນ 246 ລ້ານໂດລາສະຫະລັດ, ຫວຽດນາມ 138 ລ້ານໂດລາສະຫະລັດ, ຢີ່ປຸ່ນ 31 ລ້ານໂດລາສະຫະລັດ ແລະ ສ.ເກົາຫລີ 26 ລ້ານໂດລາສະຫະລັດ.

       ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາໄຕມາດ 1 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.


 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?