ສາລະບານ

ມາດຕາ 1. ເຫັນດີໃຫ້ນໍາໃຊ້ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ
ມາດຕາ 2. ການນໍາໃຊ້ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ
ມາດຕາ 3. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 2095/ກງ
ນະຄອນຫຼວງວຽງຈັນ, ລົງວັນທີ 26 ກັນຍາ 2011

ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ
ວ່າດ້ວຍການນໍາໃຊ້ໃບແຈ້ງມູນຄ່າແຈ້ງພາສີ ສໍາລັບສິນຄ້ານໍາເຂົ້າເສຍພາສີ-ອາກອນ

  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;
  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ, ລົງວັນທີ 19 ຕຸລາ 2007;
  • ອີງຕາມດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ບົດແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 1398/ກງ, ລົງວັນທີ 16 ມິຖຸນາ 2010 ວ່າດ້ວຍມູນຄ່າແຈ້ງພາສີສິນຄ້າຂາເຂົ້າ.

   ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານມູນຄ່າແຈ້ງພາສີໃຫ້ສອດຄ່ອງກັບຂໍ້ຕົກລົງທົ່ວໄປວ່າດ້ວຍພາສີ ແລະ ການຄ້າຂອງອົງການການຄ້າໂລກ 1994 (GATT/WTO) ຫຼື ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າແຈ້ງພາສີຂອງອົງການໆຄ້າໂລກ (CVA), ທັງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຄ້າ.

ລັດຖະມົນຕີວ່າການກະຊວງການເງິນຕົກລົງ:

ມາດຕາ 1. ເຫັນດີໃຫ້ນໍາໃຊ້ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ, ປະກອບມີ 6 ແບບຟອມຄື:

  1. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້ານໍາໃຊ້ມູນຄ່າຊື້ຂາຍສິນຄ້າ, ລະຫັດ GATT/ກພສ-01 ແລະ ໃບຊ້ອນທ້າຍໃບແຈ້ງມູນຄ່າແຈ້ງພາສີລະຫັດ GATT/ກພສ-01/01;
  2. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້ານໍາໃຊ້ມູນຄ່າຊື້ຂາຍສິນຄ້າຄືກັນ, ລະຫັດ GATT/ກພສ-02;
  3. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້ານໍາໃຊ້ມູນຄ່າຊື້ຂາຍສິນຄ້າຄ້າຍຄືກັນ, ລະຫັດ GATT/ກພສ-03;
  4. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້ານໍາໃຊ້ການຫັກລົບມູນຄ່າສິນຄ້າ, ລະຫັດ GATT/ກພສ-04;
  5. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້ານໍາໃຊ້ການຄໍານວນມູນຄ່າສິນຄ້າ, ລະຫັດ GATT/ກພສ-05;
  6. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້ານໍາໃຊ້ວິທີສົມເຫດສົມຜົນ, ລະຫັດ GATT/ກພສ-06; ຂ້າງເທິງ

ມາດຕາ 2. ການນໍາໃຊ້ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ

  1. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ ແມ່ນເອກະສານປະກອບໃບແຈ້ງພາສີເປັນລາຍລະອຽດ ນໍາໃຊ້ສະເພາະການນໍາເຂົ້າສິນຄ້າເຄື່ອງຂອງເຂົ້າມາ ສປປລາວ ໃນລະບອບເສຍພາສີ-ອາກອນ;
  2. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າຈະບໍ່ຖືກນໍາໃຊ້ສໍາລັບສິນຄ້າສົ່ງອອກ; ສິນຄ້ານໍາເຂົ້າຍົກເວັ້ນ, ຫຼຸດຜ່ອນ, ງົດເກັບຄ່າພາສີ-ອາກອນ; ສິນຄ້າຜ່ານແດນສາກົນ; ສິນຄ້ານໍາເຂົ້າເສຍພາສີ-ອາກອນ ທີ່ມີມູນຄ່າຕໍ່າກວ່າ 5 ລ້ານກີບ ຕໍ່ການຂົນສົ່ງຕໍ່ຖ້ຽວ ແລະ ເຄື່ອງຂອງຕິດຕົວຜູ້ໂດຍສານ;
  3. ຜູ້ນໍາເຂົ້າເປັນຜູ້ພິຈາລະນາ ເລືອກນໍາໃຊ້ວິທີການກໍານົດມູນຄ່າແຈ້ງພາສີ ໜຶ່ງໃນຈໍານວນ 6 ວິທີການຕາມລໍາດັບ ແລະ ປະກອບຂໍ້ມູນລົງໃນໃບແຈ້ງມູນຄ່າ ແຈ້ງພາສີ  ຕາມວິທີທີ່ໄດ້ເລືອກນໍາໃຊ້ ແລະ ຄັດຕິດໃບແຈ້ງພາສີເປັນລາຍລະອຽດຍື່ນຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດສອບ.
  4. ໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າປະກອບມີ 3 ສະບັບ, 01 ສະບັບ ສໍາລັບຜູ້ນໍາເຂົ້າ, 02 ສະບັບ ສໍາລັບລັດຖະການພາສີ.
  5. ມອບໃຫ້ກົມພາສີອອກບົດແນະນໍາ ໃນການປະກອບຂໍ້ມູນໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ ແລະ ຈັດພິມໃບແຈ້ງມູນຄ່າແຈ້ງພາສີຂາເຂົ້າ ເພື່ອຈໍາໜ່າຍແຈກຢາຍ ໃຫ້ແກ່ຜູ້ປະກອບການ. ພ້ອມນັ້ນກໍໃຫ້ເອົາໃຈໃສ່ຈັດຕັ້ງເຜີຍແຜ່ລະບຽບການນໍາໃຊ້ໃບແຈ້ງມູນຄ່າ ແຈ້ງພາສີຂາເຂົ້າໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ພາກສ່ວນທຸລະ ກິດຢ່າງທົ່ວເຖິງ. ຂ້າງເທິງ

ມາດຕາ 3. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງການເງິນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?