ພາບປະກອບຈາກອີນເຕີເນັດ 

 

      ອີງຕາມການຈັດຕັ້ງປະຕິບັດຜ່ານມາ ການນໍາເຂົ້າຊີ້ນສ່ວນຍານພາຫະນະ ແມ່ນຕ້ອງໄດ້ຂໍໃບຢັ້ງຢືນນໍາເຂົ້ານໍາກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຸດປະສົງແມ່ນເພື່ອຄຸ້ມຄອງດ້ານມາດຕະຖານ ແລະ ຄຸນນະພາບ ຊິ້ນສ່ວນຍານພາຫະນະ ທີ່ຈະນຳມາປະກອບຢູ່ໂຮງງານ. ແຕ່ມາຮອດປະຈຸບັນ ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດ ແລະ ການຄ້າ, ສປປ ລາວ ກໍ່ໄດ້ເຂົ້າເປັນສະມາຊິກຂອງສັນຍາ ແລະ ສົນທິສັນຍາ ໃນຂອບພາກພື້ນ ແລະ ສາກົນ, ດັ່ງນັ້ນ ການຄຸ້ມຄອງວຽກງານດັ່ງກ່າວ ແມ່ນມີຄວາມສະດວກຂຶ້ນ ໂດຍມີການຮັບຮູ້ຊຶ່ງກັນ ແລະ ກັນ ຂອງບັນດາປະເທດທີ່ເປັນພາຄີ. ນອກຈາກນີ້ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ຫຼຸດຜ່ອນຂັ້ນຂອດໃນການປະກອບເອກະສານ ຂອງຜູ້ປະກອບການ. ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຕັດຂັ້ນຕອນຂອງການຂໍໃບຢັ້ງຢືນໃນການນໍາເຂົ້າຊີ້ນສ່ວນພານພາຫະນະທີ່ມາຜະລິດ ແລະ ປະກອບຢູ່ໂຮງານ ທີ່ຕ້ອງຂໍອະນຸຍາດນໍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ,​ ກະຊວງ ອຸດສາຫະກໍາ ແລະ ການຄ້າ ອອກ ໂດຍການອອກ ຄໍາສັ່ງວ່ດ້ວຍ ຄໍາສັ່ງກ່ຽວກັບ ການຍົກເລີກການອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ເລກທີ 1848/ອຄ.ກອຫ, ລົງວັນທີ 26 ທັນວາ 2019. ແລະ ມອບໃຫ້ ກົມອຸດສາຫະກໍາ ແລະ ຫັດຖະກໍາ ເປັນເຈົ້າການໃນການດໍາເນີນງານປັບປຸງໃນຄັ້ງນີ້. ລາຍລະອຽດໂດຍຫຍໍ້ ມີດັ່ງນີ້:

  1. ໃຫ້ກົມອຸດສາຫະກຳ ແລະ ຫັດຖະກໍາ ຍົກເລີກການອອກໃບຢັ້ງຢືນການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ໃນຂອບເຂດທົ່ວປະເທດ.
  2. ໃຫ້ບັນດາຜູ້ດໍາເນີນກິດຈະການໂຮງງານຜະລິດ ແລະ ປະກອບຍານພາຫະນະ ສ້າງແຜນການເຄື່ອນໄຫວປະຈຳປີຂອງໂຮງງານ ຕາມຕາຕະລາງ ອ (ຂໍ້ມູນເພີ່ມເຕີບ ກະລຸນາຕິດຕໍ່ສອບຖາມນໍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ) ແລ້ວສົ່ງໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ກ່ອນວັນທີ 10 ເດືອນ ທັນວາ ຂອງທຸກໆປີ ເພື່ອຮັບຮອງ ແລະ ສັງລວມຂໍ້ມູນລາຍງານຂັ້ນເທິງ. ລາຍລະອຽດແມ່ນເບີ່ງຕາມນີ້: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານສະບັບເລກທີ 0264/ອຄ.ກອຫ, ລົງວັນທີ15 ມີນາ 2019.
  3. ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກຳ ປະສານສົມທົບກັບ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກົມພາສີ, ກະຊວງການເງິນ ເພື່ອແຈ້ງເຖິງເຈົ້າໜ້າທີ່ພາສີປະຈໍາດ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ແລະ ພ້ອມກັນເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ທັງພາກລັດ ແລະ ພາກທຸລະກິດ ຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບປະສິດທິຜົນສູງ.

 

ຄໍາສັ່ງ ກ່ຽວກັບການຍົກເລີກ ການອອກໃບຢັ້ງຢືນນໍາເຂົ້າຊີ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ເລກທີ 1848/ອຄ.ກອຫ ວັນທີ 26 ທັນວາ 2019.

 

ລາຍລະອຽດເພີ່ມເຕີບ ກະລຸນາຕິດຕໍ່ສອບຖາມ ກົມອຸດສາຫະກໍາ ແລະ ຫັດຖະກໍາ ທີ່ເບີຂາເຂົ້າ-ຂາອອກ

ໂທລະສັບ: +856 21 451 930

ແຟັກສ: +856 21 452 425

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?