ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ ວັນທີ 29 ພະຈິກ 2019 ແມ່ນມີຈຸດປະສົງໃນການ ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄວບຄຸມການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຢູ່ ສປປ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການເຂົ້າມາ, ກໍ່ຕົວ, ແຜ່ກະຈາຍຂອງພະຍາດສັດນໍ້າ ແລະ ການທໍາລາຍຈາກສັດນໍ້າຕ່າງແດນ ທີ່ເປັນອັນຕະລາຍຕໍ່ຊັບພະຍາກອນສັດນໍ້າພາຍໃນປະເທດ ແນ່ໃສ່ປົກປ້ອງຊີວິດ, ສຸຂະພາບຂອງຄົນ, ສັດນໍ້າ, ພັນສັດພື້ນເມືອງ ແລະ ສິ່ງແວດລ້ອມ ໃຫ້ມີຄວາມປອດໄພ.

       ເງື່ອນໄຂການນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ມີດັ່ງນີ້: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ມາໃນ ສປປ ລາວ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

1. ມີໃບອະນຸຍາດນໍາເຂົ້າທີ່ອອກໃຫ້ໂດຍ ອົງການຄຸ້ມຄອງການປະມົງ;

2. ມີໃບຢັ້ງຢືນສຸຂະພາບສັດນໍ້າ ຫລື ໃບຢັ້ງຢືນສຸຂານາໄມຜະລິດຕະພັນສັດນໍ້າ ທີ່ອອກໃຫ້ໂດຍອົງການ ຫລື ເຈົ້າໜ້າທີ່ລັດ ທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ໂດຍຖືກຕ້ອງຕາມເງື່ອນໄຂການນໍາເຂົ້າຂອງ ສປປ ລາວ;

3. ໃນກໍລະນີນໍາເຂົ້າ ເພື່ອລ້ຽງເປັນແນວພັນສັດນໍ້າ ຕ້ອງມີໃບຢັ້ງຢືນກໍາມະພັນສັດນໍ້າ ແລະ ໃບຢັ່້ງຢືນມາດຕະຖານຟາມລ້ຽງສັດ;

       ການຂໍອະນຸຍາດສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຜ່ານ ສປປ ລາວ ຕ້ອງປະກອບເອກະສານ ແລະ ຍື່ນຄໍາຮ້ອງຂໍອະນຸຍາດສົ່ງຜ່ານຕໍ່ ກົມລ້ຽງສັດ ແລະ ການປະມົງຕາມແບບພິມທີ່ໄດ້ກໍານົດໃວ້ ໃນເອກະສານຊ້ອນທ້າຍ ທີ 3 ຂອງຂໍ້ຕົກລົງສະບັບນີ່້ ຢ່າງໜ້ອຍ 15 ວັນ ກ່ອນສິນຄ້າມາເຖິງດ່ານຂາເຂົ້າ.

       ຂໍ້ຫ້າມ ທີ່ຄວນປະຕິບັດໃຫ້ເຂັ້ມງວດ ຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີພຶດຕິກໍາດັ່ງນີ້:

1. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າປະເພດເກືອດຫ້າມ ຕາມທີ່ ກົມລ້ຽງສັດ ແລະ ການປະມົງ ກໍານົດ;

2. ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນສິນຄ້າກ່ຽວກັບສັດນໍ້າ ທີ່ປົນເປື້ອນສານເຄມີທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ;

3. ນໍາເຂົ້າ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ຈາກປະເທດ ຫລື ເຂດໃດໜຶ່ງ ຂອງປະເທດສົ່ງອອກທີ່ເກີດການລະບາດຂອງສັດນໍ້າ ທີ່ຈໍາເປັນຕ້ອງແຈ້ງ.

 

ລາຍລະອຽດທັງໝົດຂອງຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ເລກທີ 4211/ກປ ວັນທີ 29 ພະຈິກ 2019.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?