ເພື່ອຈັດຕັ້ງປະຕິບັດ ຄຳສັ່ງເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ໃຫ້ເປັນຮູບປະທຳ ແນໃສ່ອຳນວຍຄວາມສະດວກ, ຫຼຸດຜ່ອນຂັ້ນຂອດທີ່ເປັນການທ່ວງດຶງເວລາ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ສ້າງຄວາມສະດວກວ່ອງໄວ ໃຫ້ແກ່ການກວດປ່ອຍສິນຄ້າຢູ່ດ່ານພາສີຊາຍແດນ ເພື່ອປະກອບສ່ວນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າຂອງລາວ ນັບມື້ນັບເພີ່ມຂຶ້ນ ຕາມແນວທາງນະໂຍບາຍຂອງລັດຖະບານ. ນອກຈາກນີ້ ກໍ່ຊຸກຍູ້ການນຳໃຊ້ ເຄື່ອງມືທີ່ທັນສະໄໝ ຄຽງຄູ່ກັບການກວດກາແບບບໍລິຫານຄວາມສ່ຽງ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ຂອງບັນດາເຈົ້າໜ້າທີ່ປະຈຳດ່ານ ໃນຂອບເຂດທົ່ວປະເທດ.

       ດັ່ງນັ້ນ, ແຈ້ງການແນະນໍາ ການກວດກາໜີບກົ່ວຕູ້ສິນຄ້າ ສໍາລັບສິນຄ້າສົ່ງອອກທີ່ເປັນ ຜະລິດຕະພັນໄມ້, ແຮ່ທາດ, ຜະລິດຕະພັນກະສິກໍາ ແລະ ສິນຄ້າທົ່ວໄປ ເລກທີ 10036/ກພສ ວັນທີ 11 ທັນວາ 2019 ມີຈຸດປະສົງ ເພື່ອສືິບຕໍ່ຜັນຂະຫຍາຍ ແລະ ປັບປຸງ ຈາກໃບແຈ້ງການແນະນໍາ ສະບັບເລກທີ 02252/ກພສ ວັນທີ 11 ພຶດສະພາ 2018 ກ່ຽວກັບການຄຸ້ມຄອງນໍາໃຊ້ສາຍລັອກຕູ້ສິນຄ້າ ທີ່ຮັບໃຊ້ວຽກງານວິຊາສະເພາະຂະແໜງພາສີ, ຊຶ່ງເຫັນວ່າບັນດາກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນ ກໍ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ; ໄປຄຽງຄູ່ກັນນັ້ນກໍ່ມີການນໍາໃຊ້ກົ່ວໜີບຕູ້ສິນຄ້າ ຂອງຄະນະກໍາມະການທີ່ຖືກແຕ່ງຕັ້ງ ຈາກຂະແໜງການກ່ຽວຂ້ອງ ເພື່ອຄຸ້ມຄອງສິນຄ້າສົ່ງອອກຈາກຕົ້ນທາງຫາດ່ານບ່ອນສົ່ງອອກ ໃຫ້ສອດຄ່ອງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ ວັນທີ 16 ຕຸລາ 2019 ກ່ຽວກັບການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ໃຫ້ມີຄວາມສະດວກ, ວ່ອງໄວ, ຫລຸດຂອດຂັ້ນ, ໄລຍະເວລາ ໃນການກວດປ່ອຍສີນຄ້າ ຢູ່ດ່ານພາສີຊາຍແດນ.

       ຫາກພົບເຫັນສິ່ງຜິດປົກກະຕິໃນການໜີບກົ່ວຂອງຂະແໜງການກ່ຽວຂ້ອງ ເຊັ່ນ: ເປ່ເພ, ແຕກຫັກ ຫລື ມີພິລຸດ ແລະ ມີແຫລ່ງຂ່າວທີ່ໜ້າເຊື່ອຖື ໃຫ້ເຈົ້າໜ້າທີ່ພາສີດ່ານຊາຍແດນຕ້ອງ ປະສານສົມທົບກັບຂະແໜງການກ່ຽວຂ້ອງ ຫລື ຄະນະກໍາມະການກວດກາສິນຄ້າຂື້ນລົດຕົ້ນທາງ ຫລື ຄະນະຄຸ້ມຄອງດ່ານຊາຍແດນ ບ່ອນສິນຄ້າສົ່ງອອກ, ເຈົ້າຂອງສິນຄ້າ, ຜູ້ຂົນສົ່ງ ຫລື ຜູ້ທີ່ໄດ້ຮັບມອບສິດ ມາຊ້ອງໜ້າກັນ ເພື່ອຕັດກົ່ວໜີບຕູ້ສິນຄ້າ ແລະ ກວດກາເບິ່ງຕົວຈິງຮ່ວມກັນ. ໃນການກວດກາເບິ່ງຕົວຈີງນັ້ນ ຫາກພົບເຫັນມີການລັກລອບສິນຄ້າຜິດກົດໝາຍ ມອບໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານດໍາເນີນການເຮັດບົດບັນທຶກກວດກາ ແລະ ດໍາເນີນມາດຕະການ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ. ຫາກບໍ່ພົບເຫັນການກະທໍາຜິດ ໃຫ້ເຮັດບົດບັນທຶກຮ່ວມກັບຂະແໜງການກ່ຽວຂ້ອງ ກວດປ່ອຍອອກໃນທັນທີ.

       ນອກຈາກນັ້ນ, ຖ້າວ່າດ່ານພາສີຊາຍແດນ ບ່ອນທີ່ມີເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ (SCANNER) ແມ່ນໃຫ້ນໍາໃຊ້ເຄື່ອງດັ່ງກ່າວ ເຂົ້າໃນການກວດກາສິນຄ້າສົ່ງອອກ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ. ສໍາລັບດ່ານຊາຍແດນ ທີ່ບໍ່ມີເຄື່ອງ SCANNER ແມ່ນໃຫ້ອີງຕາມແຫລ່ງຂ່າວທີ່ແນ່ນອນ, ຮັບປະກັນຂໍ້ມູນ ເພື່ອບໍ່ໃຫ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ປະກອບການໃນການສົ່ງອອກ ແລະ ເປັນການສ້າງເງື່ອນໄຂໃນການອໍານວຍຄວາມສະດວກ ແລະ ສົ່ງເສີມທຸລະກິດສົ່ງອອກ.

 

ລາຍລະອຽດເພີ່ມເຕີບ ກະລຸນາກົດ ແຈ້ງການແນະນໍາ ການກວດກາໜີບກົ່ວຕູ້ສິນຄ້າ ສໍາລັບສິນຄ້າສົ່ງອອກທີ່ເປັນ ຜະລິດຕະພັນໄມ້, ແຮ່ທາດ, ຜະລິດຕະພັນກະສິກໍາ ແລະ ສິນຄ້າທົ່ວໄປ ເລກທີ 10036/ກພສ ວັນທີ 11 ທັນວາ 2019.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?