ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ປຶກສາຫາລື ກ່ຽວກັບລະບຽບ, ວິທີການຈັດຕັ້ງປະຕິບັດ,​ ການຂື້ນແຜນກິດຈະກໍາ,​ ການຈັດຊື້-ຈັດຈ້າງ,​ ແລະ ການນໍາໃຊ້ງົບປະມານ ພາຍໃຕ້ໂຄງການ CF ແລະ ຮັບຟັງການນໍາສະເໜີ ກ່ຽວກັບລະບົບບໍລິຫານຄວາມສ່ຽງ ແລະ ການປະສານງານຂອງຂະແໜງການປະຈໍາດ່ານ ໃນວັນທີ 24 ຕຸລາ 2019, ທີ່ຫ້ອງປະຊຸມ ຊັ້ນ 03 ຂອງ ກະຊວງ ອຄ ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ແກ້ວມໍລະກົດ ສິດລາກອນ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມທັງບັນດາຂະແໜງການກ່ຽວຂ້ອງ ຄື: ຂະແໜງພາສີ, ຂະແໜງສາທາລະນະສຸກ ກົມປູກຝັງ, ກົມແຜນການ ແລະ ການຮ່ວມມື (ກຊ ອຄ), ກົມລ້ຽງສັດ ແລະ ການປະມົງ, ແລະ ກົມການນໍາເຂົ້າ ແລະ ສົ່ງອອກ (ກຊ ອຄ) ລວມທັງໝົດ 30 ທ່ານ.

ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃຫ້ບັນດາຂະແໜງການກ່ຽວຂ້ອງ ມີການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ໂດຍສະເພາະແມ່ນຂອດການແລກປ່ຽນ ແລະ ເຊື່ອມສານ ຂໍ້ມູນຄວາມສ່ຽງ ຫຼື Risk Profile ໃນລະບົບການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທີ່ແຕ່ລະຂະແໜງການຄຸ້ມຄອງ ເພື່ອແນໃສ່ຫຼຸດຜ່ອນຄວາມຖີ່ໃນການກວດກາສິນຄ້າທີ່ມີຄວາມສ່ຽງຕໍ່າ ແລະ ເພື່ອເປັນການອໍານວຍຄວາມສະດວກທາງດ້ານການຄ້າ ທັງສາມາດຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ. ໂດຍສະເໜີໃຫ້ ບັນດາຂະແໜງ ການ ເພີ່ມທະວີການປະສານສົມທົບກັນ ແລະ ເປັນເຈົ້າການ ໃນການສ້າງບຸກຄະລະກອນຂອງຕົນໃຫ້ເຂົ້າໃຈ ແລະ ສາມາດມູນໃຊ້ລະບົບເຕັກໂນໂລຊີ ແລະ ລະບົບການບໍລິຫານຄວາມສ່ຽງໃນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຢູ່ດ່ານໃຫ້ມີປະສິດຕິພາບ ແລະ ວ່ອງໄວ.

ອີງຕາມຊ່ຽວຊານຕ່າງປະເທດໃຫ້ຮູ້ວ່າ:​ ການນໍາໃຊ້ລະບົບບໍລິຫານຄວາມສ່ຽງປະຈໍາດ່ານສາກົນ ແມ່ນມີກົນໄກທີ່ມີປະສິດຕິພາບໃນການເຟົ້າລະວັງຄວາມສ່ຽງທີ່ຈະເກີດຂື້ນ ໃນການຂົນສົ່ງສີນຄ້າທີ່ເປັນທາດເບື່ອ ແລະ ເປັນພິດຕໍ່ຄົນ ແລະ ສິ່ງແວດລ້ອມ ດ້ວຍ 3 ວິທີ ຄື: 1) ສ້າງແຜນຍຸດທະສາດໃນການແບ່ງປະເພດຄວາມສ່ຽງ ເພື່ອສາມາດລະບຸໄດ້ວ່າສີນຄ້າໃດມີຄວາມສ່ຽງສູງ ຫຼື ຄວາມສ່ຽງຕໍ່າ ຖ້າມີຄວາມສ່ຽງສູງຈະມີເອກະສານອ້າງອີງແນວໃດ ແລະ ດໍາເນີນແບບໃດ, 2) ສ້າງຖານຂໍ້ມູນເກັບກໍາລາຍການສີນຄ້າແຕ່ລະປະເພດຄວາມສ່ຽງທີ່ຈະນໍາເຂົ້າ ຢ່າງໜ້ອຍສຸດໃຫ້ມີຂໍ້ມູນຂອງສິນຄ້າໃຫ້ໄດ້ເຖິງ 95% ຂອງຈໍານວນລາຍການສີນຄ້າທັງໝົດ, ແລະ 3) ກໍານົດຍຸດທະວິທີ ແລະ ແນວທາງແກ້ໄຂຄວາມສ່ຽງທີ່ຈະເກີດຂື້ນ ເພື່ອປະຕິບັດ ຫຼື ຮັບມືໃຫ້ທັນການ ໂດຍບໍ່ສ້າງຄວາມແຕກຕື່ນ ແລະ ສໍາຄັນແມ່ນຕູ້ເກັບກັກສີນຄ້າທີ່ມີຄວາມສ່ຽງຕ້ອງຈັດຢູ່ເຂດທີ່ປອດໄພ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?