ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສີນຄ້າ, ເຄື່ອງຂອງ ຜ່ານ ດ່ານຊາຍແດນທ້ອງຖີ່ນ ແລະ ດ່ານຊາຍແດນປະເພນີ ແມ່ນເພື່ອ ກໍານົດຫລັກການ, ວິທີການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສີນຄ້າ ແລະ ເຄື່ອງຂອງ ຕາມດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ເພື່ອໃຫ້ໄປໃນທິດທາງດຽວກັນກັບກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນ ລະບຽບການດ້ານສຸຂານາໄມພືດ-ສັດ, ສິ່ງແວດລ້ອມ ແລະ ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

ຄໍາແນະນໍາສະບັບນີ້ໄດ້ກໍານົດປະເພດ ແລະ ປະລິມານຂອງສິນຄ້າ ແລະ ເຄື່ອງຂອງ ໃນການ ສົ່ງອອກ-ນໍາເຂົ້າ ຜ່ານດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ຄື: ແນວພັນສາລີ ແມ່ນ 10 ກິໂລ ຕໍ່ຄົນ ຕໍ່ວັນ, ປະເພດສີນຄ້າເຄື່ອງມື ແລະ ກົນຈັກທີ່ໃຊ້ໃນການຜະລິດ ຄື: ລົດໄຖນາເດີນຕາມແມ່ນ 1 ຄັນຕໍ່ 1 ຄອບຄົວ, ຈັກສູບນໍ້າ 1 ເຄື່ອງຕໍ່ 1 ຄອບຄົວ, ຈັກຟາດເຂົ້າ 1 ເຄື່ອງຕໍ່ 1 ຄອບຄົວ ແລະ ໂຮງສີເຂົ້ານ້ອຍ 1 ເຄື່ອງຕໍ່ 1 ຄອບຄົວ. ສໍາລັບສິນຄ້າກະສິກໍາ ກ່ຽວກັບພືດ ແລະ ຜະລິດຕະພັນພືດ ຄື: ແນວພັນສາລີ 10 ກິໂລຕໍ່ຄົນຕໍ່ວັນ, ແນວພັນພືດຜັກ 200 ກລາມຕໍ່ຄົນຕໍ່ວັນ, ແນວພັນຕະກູນຖົ່ວ 5 ກິໂລຕໍ່ຄົນຕໍ່ວັນ ແລະ ເບ້ຍໄມ້ໃຫ້ໝາກ, ເບ້ຍໄມ້ປະດັບ ແລະ ເບ້ຍໄມ້ອຸດສາຫະກໍາ 10 ເບ້ຍຕໍ່ຄົນຕໍ່ວັນ.

ສໍາລັບນະໂຍບາຍທາງດ້ານພາສີ-ອາກອນ ການສົ່ງອອກ-ນໍາເຂົ້າສີນຄ້າ, ເຄື່ອງຂອງ ທີ່ມີມູນຄ່າບໍ່ເກີນ 50 ໂດລາສະຫະລັດ ແມ່ນຈະໄດ້ຮັບການຍົກເວັ້ນພາສີ-ອາກອນ ຕາມມາດຕາ 19 ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນໆທົ່ວໄປ ອີງຕາມບົດແນະນໍາກະຊວງການເງິນ ເລກທີ 04/ສພຊ ວັນທີ 20 ທັນວາ 2011. ໃນກໍລະນີທີ່ມີມູນຄ່າເກີນທີ່ກໍານົດໃວ້ (ສູງກ່ວາ 50 ໂດລາສະຫະລັດ) ແມ່ນສິນຄ້າ, ເຄື່ອງຂອງດັ່ງກ່າວຈະຕ້ອງສົ່ງອອກ-ນໍາເຂົ້າຜ່ານດ່ານຊາຍແດນສາກົນ. ຍົກເວັ້ນກໍລະນີທີ່ຜູ້ສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງນັ້ນ ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ຫລື ໄດ້ຂື້ນທະບຽນຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ. ລາຍລະອຽດຕາມເອກະສານຄັດຕິດມານີ້.

 

ສ່ວນລາຍລະອຽດເພີ້ມເຕີບກ່ຽວກັບການຄຸ້ມຄອງ ແລະ ກວດກາສິນຄ້າ, ສິດ ແລະ ໜ້າທີຮັບຜິດຊອບຂອງເຈົ້າໜ້າທີ ແມ່ນຕາມເອກະສານທີຕິດຄັດມານີ້ ຫລື ກົດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?