ລັດຖະບານໄດ້ອອກແຈ້ງການ ສະບັບເລກທີ 1441/ຫສນຍ.ກຄສ, ລົງວັນທີ 22 ກັນຍາ 2017 ແລະ ເລກທີ 2022/ຫສນຍ.ກນກ,​ ລົງວັນທີ 13 ທັນວາ 2018 ໂດຍຕົກລົງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ດໍາເນີນການທົດລອງກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ. ຈຸດປະສົງຂອງການທົດລອງ ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນການນໍາເຂົ້າເຄື່ອງໃຊ້ໄຟຟ້າ ຫຼື ສິນຄ້າເອເລັກໂຕຮນິກ ທີ່ບໍ່ໄດ້ຄຸນນະພາບ ເຂົ້າມາຈໍາໜ່າຍໃນ ສປປ ລາວ ທັງເປັນການປົກປ້ອງຜູ້ບໍລິໂພກຈາກອຸບັດເຫດ ທີ່ອາດເກີດຂຶ້ນຍ້ອນເຄື່ອງໃຊ້ໄຟຟ້າ ຫຼື ສິນຄ້າເອເລັກໂຕຣນິກທີ່ບໍ່ໄດ້ມາດຕະຖານ. ການທົດລອງດັ່ງກ່າວ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ດ່ານສາກົນຂົວມິດຕະພາບ I (ສາງທ່ານາແລ້ງ) ມາໄດ້ໄລຍະໜຶ່ງເຫັນວ່າ ມີຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກໃຫ້ພາກທຸລະກິດ.

ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີຄັ້ງວັນທີ 6-7 ສິງຫາ 2019 ໄດ້ປຶກສາຫາລື ແລະ ພິຈາລະ ນາທົບທວນຄືນ ໃນແງ່ມູນການອໍານວຍຄວາມສະດວກທາງດ້ານການຄ້າ ເຫັນວ່າ ເປັນການສ້າງຂັ້ນຂອດໃນການນໍາເຂົ້າສິນຄ້າ ແລະ ສ້າງຄ່າໃຊ້ຈ່າຍເພີ້ມ ເຊັ່ນວ່າ: ການນໍາເຂົ້າເຄື່ອງໃຊ້ໄຟຟ້າ ຫຼື ສິນຄ້າເອເລັກໂຕຣນິກ ແມ່ນຕ້ອງໃຊ້ເວລາໃນກວດກາ​, ມີຄ່າທໍານຽມ ແລະ ຄ່າບໍລິການ ເຊິ່ງມີຜົນກະທົບຕໍ່ພາກສ່ວນທຸລະກິດ.

ດັ່ງນັ້ນ ເພື່ອແກ້ໄຂບັນຫາຂັ້ນຂອດທີ່ຊັບຊ້ອນເສ່ຍເວລາ ແລະ ພ້ອມທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ພາກທຸລະກິດ ລັດຖະບານຈິ່ງຕົກລົງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຢຸດຕິ ການກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ສິນຄ້າເອເລັກໂຕຣນິກ ຢູ່ສາງທ່ານາແລ້ງ ດ່ານສາກົນຂົວມິດຕະພາບ I ກົດນີ້ເພື່ອເບີ່ງແຈ້ງການ. ສໍາລັບມາດຕະການໃນການປົກປ້ອງຜູ້ບໍລິໂພກ ແມ່ນໃຫ້ປະຕິບັດຄືເກົ່າ ແຕ່ໃຫ້ກວດສອບຄຸນນະພາບສິນຄ້າດັ່ງກ່າວຢູ່ປາຍທາງ ເຊັ່ນວ່າ: ຢູ່ຕົວແທນຈໍາໜ່າຍ ແລະ ຮ້ານຄ້າຈໍາໝ່າຍທົ່ວໄປ ໂດຍບໍ່ໃຫ້ເກັບຄ່າທໍານຽມ ແລະ ຄ່າບໍລິການນໍາຜູ້ປະກອບການ ທັງເປັນການຕັດຂັ້ນຂອດ ຫຼຸດເວລາໃນການກວດກາເອກະສານ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?