ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ      ເລກທີ 03181/ກພສ
ນະຄອນຫຼວງ​ວຽງຈັນ, ວັນທີ 24 ເມສາ 2019

ແຈ້ງການ

ເຖິງ: ກອງຄຸ້ມຄອງພາສີ I-VII ແລະ ດ່ານພາສີຊາຍແດນ ໃນທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດຂັ້ນຕອນການສົ່ງອອກສິນຄ້າປະເພດແຮ່ທາດ, ເຄື່ອງປ່າຂອງດົງ ແລະ ອຶ່ນໆ ໄປຕ່າງປະເທດ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ, ລົງວັນທີ 02 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການຄຸ້ມຄອງກິດຈະການແຮ່ທາດໃນ ສປປ ລາວ;
  • ອີງຕາມ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ;
  • ອີງຕາມ ແຈ້ງການແນະນຳຂອງກົມພາສີ ສະບັບເລກທີ 01624/ກພສ, ລົງວັນທີ 04 ມີນາ 2019 ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 48/ລບ, ລົງວັນທີ 19 ກຸມພາ 2019.

ໃນໄລຍະຜ່ານມາ ກົມພາສີໄດ້ອອກແຈ້ງການ ສະບັບເລກທີ 01616/ກພສ, ລົງວັນທີ 04 ເມສາ 2018 ໃນການຄຸ້ມຄອງການສົ່ງອອກແຮ່ທາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ການຄຸ້ມຄອງການສົ່ງອອກສິນຄ້າປະເພດແຮ່ທາດ, ເຄື່ອງປ່າຂອງດົງ ແລະ ອື່ນໆ ໃຫ້ມີຄວາມສະດວກ, ກະທັດຮັດ, ຖືກຕ້ອງ, ຄ່ອງຕົວ ແລະ ເປັນເອກະພາບໃນທົ່ວປະເທດ.

ກົມພາສີ ອອກແຈ້ງການ ດັ່ງນີ້:

  1. ການຈັດເກັບຄ່າພາສີຂາອອກ ໃຫ້ຈັດຕັ້ງປະຕິບັດຕາມລັດຖະບັນຍັດປະທານປະເທດ ສະບັບເລກທີ 02/ປປທ, ລົງວັນທີ 27 ເມສາ 2012 ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ;
  2. ສຳລັບສິນຄ້າ, ເຄື່ອງຂອງ ທີ່ຖືກເສຍຄ່າຊັກພິເສດ (ພາສີຂາອອກ) ຕາມມາດຕາ 15 ແລະ 16 ຂອງມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມິຖຸນາ 1989 ໃຫ້ປະຕິບັດຕາມດຳລັດນາຍົກລັດຖະມົນຕີ ສະບັບເລກທີ 48/ລບ, ລົງວັນທີ 19 ກຸມພາ 2019 ແມ່ນບໍ່ໃຫ້ເສຍຄ່າຊັກພິເສດ (ພາສີຂາອອກ);
  3. ການສົ່ງອອກສິນຄ້າປະເພດແຮ່ທາດ, ເຄື່ອງປ່າຂອງດົງ ແລະ ອື່ນໆ ທີ່ໄດ້ເສຍຄ່າຊັບພະຍາກອນທຳມະຊາດແລ້ວ ແລະ ມີໜັງສືອະນຸຍາດສົ່ງອອກຈາກຂະແໜງການກ່ຽວຂ້ອງ ແມ່ນໃຫ້ປະກອບເອກະສານການແຈ້ງພາສີເປັນລາຍລະອຽດຢູ່ດ່ານພາສີບ່ອນສົ່ງອອກ ໂດຍບໍ່ຈຳເປັນມາຂໍອະນຸຍາດນຳກົມພາສີອີກ, ໃຫ້ປະຕິບັດຂັ້ນຕອນການແຈ້ງ ຕາມບົດແນະນຳຂອງກົມພາສີ ກ່ຽວກັບການແຈ້ງພາສີເປັນລາຍລະອຽດ ດ້ວຍລະບົບເອເລັກໂຕຣນິກ ສະບັບເລກທີ 0097/ກພສ, ລົງວັນທີ 06 ມັງກອນ 2017;
  4. ມອບໃຫ້ກອງຄຸ້ມຄອງພາສີ, ນຳພາ-ຊີ້ນຳບັນດາດ່ານພາສີຊາຍແດນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໃນການກວດກາ ການສົ່ງອອກ ໃຫ້ມີຄວາມຮັດກຸມ ທາງດ້ານຊະນິດ, ຈຳນວນ, ມູນຄ່າ, ນ້ຳໜັກ ພ້ອມທັງອຳນວຍຄວາມສະດວກ ແລະ ນຳໃຊ້ເຄື່ອງມືກວດກາດ້ວຍລະບົບສາຍແສງ, ຊິງຊັ່ງນ້ຳໜັກ ແລະ ອື່ນໆ ພ້ອມທັງສະຫຼຸບສັງລວມສະຖິຕິການສົ່ງອອກທຸກໆ 03 ເດືອນ ໃຫ້ກົມພາສີ (ພະແນກນິຕິກຳ) ເພື່ອຕິດຕາມກວດກາ;
  5. ມອບໃຫ້ກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ພ້ອມກັນຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ຢ່າງເຂັ້ມງວດ;
  6. ໃນການຈັດຕັ້ງປະຕິບັດ ຖ້າພົບຄວາມຫຍຸ້ງຍາກ ໃຫ້ສັງລວມລາຍງານກົມພາສີ ເພື່ອມີຫາວິທີແກ້ໄຂຕາມກົດໝາຍ ແລະ ລະບຽບການກຳນົດ;
  7. ແຈ້ງການສະບັບນີ້ ມີຜົນສັກສິດນຳໃຊ້ ແລະ ປ່ຽນແທນແຈ້ງການຂອງກົມພາສີ ສະບັບເລກທີ 01616/ກພສ, ລົງວັນທີ 04 ເມສາ 2018.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ.

ຊທ. ຮັກສາການຫົວໜ້າກົມພາສີ

ວົງຄຳແຫງ ວົງທະຈັກ

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?