ສັນຍາ​ເຂດ​ການ​ຄ້າ​ເສລີ​ ອາຊຽນ - ຮົງ​ກົງ, ສປ ຈີນ (The ASEAN – Hong Kong, China Free Trade Area: AHKFTA) ແມ່ນສັນຍາການຄ້າ​ເສລີທີ່ໃຫ້ສິດທິພິເສດດ້ານການຄ້າຂອງປະເທດສະມາຊິກທີ່ເຂົ້າຮ່ວມ, ຊຶ່ງປະກອບມີ 10 ປະເທດອາຊຽນ ແລະ ຮົງ​ກົງ, ສປ ຈີນ. ກ່ອນສັນຍາ AHKFTA ຈະ​ຖືກ​ລົງ​ນາມ​ນັ້ນ​ແມ່ນ ​ໃຊ້​ເວລາ​ໃນ​ການ​ເຈລະຈາ​ເປັນ​ເວລາ 03 ປີ ໂດຍ​ມີ​ກອງ​ປະຊຸມ​ທັງໝົດ 09 ຄັ້ງ​ດ້ວຍ​ກັນ. ​ຈົນ​ມາ​ເຖິງກອງປະຊຸມຄັ້ງ​ທີ 09, ຊຶ່ງ​ເປັນ​ກອງ​ປະຊຸມ​ຮອບ​ສຸດ​ທ້າຍ​ກ່ອນ​​ການຈັດ​ຕັ້ງ​ປະຕິບັດລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ (Rule of Origin: ROO), ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (Operational Certification Procedures: OCP), ຟອມ AHK ​ແລະ ລະບຽບສະ​ເພາະ​ຜະລິດ​ຕະພັນ (Product Specific Rule: PSR) ພາຍ​ໃຕ້​​ສັນຍາເຂດການຄ້າເສລີ AHKFTA. ຫຼັງຈາກ​ນັ້ນ, ສປປ ລາວ ​ໄດ້​ອອກຂໍ້​ຕົກລົງ​ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳ​​ເນີດສິນຄ້າພາຍ​ໃຕ້ສັນຍາ​​ເຂດ​ການ​ຄ້າ​ເສລີ​ ອາຊຽນ - ຮົງ​ກົງ, ສປ ຈີນ ສະບັບ​ເລກທີ 0644/ອຄ.ກຂອ, ລົງ​ວັນ​ທີ 11 ມິຖຸນາ 2019.

          ນອກຈາກ​ຈະ​ມີ​ການ​ປະກາດ​ໃຊ້​ລະບຽບ​​ໃໝ່ໃນ​ຂອບ​ສັນຍາ​ເຂດ​ການ​ຄ້າ​ເສລີ AHKFTA ​ແລ້ວ, ສັນຍາ​​ເຂດ​ການ​ຄ້າ​ເສລີອາຊຽນ - ສປ ຈີນ (ASEAN - China Free Trade Agreement: ACFTA) ທີ່​ລົງ​ນາມ​​ໃນ​ປີ 2004, ຊຶ່ງປະກອບມີ 10 ປະເທດອາຊຽນ ແລະ ສປ ຈີນ ກໍ່​ໄດ້​ມີ​ການ​ທົບ​ທວນ​ຄືນ​ເຫັນ​ວ່າ ບາງ​ເນື້ອ​ໃນຍັງ​ບໍ່​ທັນສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດຂອງບັນດາປະເທດໃນພາກພື້ນ. ສະນັ້ນ, ໃນປີ 2015 ໄດ້ເລີ່ມມີກອງປະຊຸມປຶກສາຫາລືເພື່ອປັບປຸງອະນຸສັນຍາສັນຍາການຄ້າໃນຂອບສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ເສດຖະກິດ​ຮອບ​ດ້ານ ​ເປັນ​ຕົ້ນ​ແມ່ນ ລະບຽບ ROO, ​​OCP, ຟອ​ມ E ​ແລະ PSR (HS 2017). ພາຍຫຼັງທີ່​ສຳ​ເລັດ​ແລ້ວຈຶ່ງ​ໄດ້​ອອກຂໍ້​ຕົກລົງ ວ່າ​ດ້ວຍການນໍາໃຊ້ລະບຽບແຫຼ່ງກຳເນີດສິນຄ້າຕາມ​​ອະນຸສັນຍາ​ສະບັບ​ປັບປຸງພາຍ​ໃຕ້​ເຂດ​ການ​ຄ້າ​ເສລີ​ ອາຊຽນ - ສປ ຈີນ ສະບັບ​ເລກທີ 0636/ອຄ.ກຂອ, 10 ມິຖຸນາ 2019 ​ເພື່ອ​ປະກາດ​ນຳ​ໃຊ້ລະ ບຽບແຫຼ່ງກຳເນີດສິນຄ້າໃນ ACFTA ​ໃນ​ວັນ​ທີ 01 ສິງຫາ 2019.

          ສຳລັບສັນຍາ​ການ​ຄ້າ​ສິນຄ້າ​ຂອງ​ອາຊຽນ (ASEAN Trade in Goods Agreement: ATIGA)  ແມ່ນສັນຍາການຄ້າ​ເສລີທີ່ໃຫ້ສິດທິພິເສດດ້ານການຄ້າຂອງປະເທດສະມາຊິກທີ່ເຂົ້າຮ່ວມ, ຊຶ່ງປະກອບມີ 10 ປະເທດອາຊຽນ. ​ສປປ ລາວ ​ເລີ່​ມຈັດຕັ້ງປະຕິບັດ​ແຕ່​ປີ 2001 ​ເປັນ​ຕົ້ນ​ມາ ​ແລະ ສັນຍານີ້​ກໍ່​ໄດ້​ຮັບ​ການ​ປັບປຸງ​ໃນ​ແຕ່ລະ​ໄລ​ຍະ ພໍ​ມາຮອດ​ຕົ້ນ​ປີ 2019 ກໍ່​ໄດ້ສຳ​ເລັດ​ການ​ໂອນ​ຖ່າຍ​ຈາກ PSR (HS 2012) ມາ​ເປັນລະບຽບ PSR (HS 2017). ສະ​ນັ້ນ, ຈຶ່ງ​ໄດ້​ອອກ​ຂໍ້​ຕົກລົງ ​ວ່າ​ດ້ວຍ​ການ​ປະກາດ​ໃຊ້ລະບຽບສະ​ເພາະ​ຜະລິດ​ຕະພັນ ຕາມ​ສາລະ​ບານອັດ​ຕາ​ພາສີ​ເອກະ​ພາບ​ອາຊຽນປີ 2017 (PSR HS 2017) ຕາມ​ການ​ປັບປຸງ​ຂອງ​ສັນຍາ​ການ​ຄ້າ​ສິນຄ້າ​ຂອງ​ອາຊຽນ ຫຼື (ATIGA) ສະບັບ​ເລກທີ 0600/ອຄ,ກຂອ, ລົງ​ວັນ​ທີ 03 ມິຖຸນາ 2019;

          ສຳລັບ​ລາຍ​ລະອຽດຂໍ້​ຕົກລົງ​ທີ່​ກ່າວ​ມາ​ຂ້າງ​ເທິງ ​ແລະ ຂໍ້​ມູນ​ຕ່າງໆ ກ່ຽວກັບ ສິດທິ​ພິ​ເສດ​ທາງ​ການ​ຄ້າ ສາມາດ​ດາວ​ໂຫຼດ​ໄດ້​ທີ່​ເວັບ​ໄຊ​ທ໌ www.laotradeportal.gov.la ຫຼື ​ໂທ 021 450255.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?