ເວັບໄຊ www.plaosme.com ຈະເປັນເວັບໄຊ E-Commerce ປະເພດທຸລະກິດເຖິງທຸລະກິດ ຫຼື B2B (Business to Business) ທີ່ຮວບຮວມຂໍ້ມູນກ່ຽວກັບຜະລິດຕະພັນຂອງ ວນກ ຢູ່ ສປປ ລາວ ແລະ ໃຫ້ຜູ້ຊື້ຈາກທັງພາຍໃນ ແລະ ສາກົນສາມາດສັ່ງຊື້ຜະລິດຕະພັນລາວທີ່ລົງໃນເວັບໄຊດັ່ງກ່າວໄດ້ຢ່າງສະດວກ. ນອກຈາກນັ້ນ, ໃນເວັບໄຊຈະມີລະບົບການຊຳລະເງິນທີ່ເຊື່ອຖືໄດ້ ແລະ ລະບົບຄິດໄລ່ຄ່າຕ່າງໆ ລວມທັງຄ່າຂົນສົ່ງສິນຄ້າຈາກຕົ້ນທາງເຖິງປາຍທາງ ເພື່ອຊ່ວຍໃຫ້ ວນກ ສາມາດເຮັດທຸລະກຳຜ່ານທາງເອເລັກໂຕຣນິກໄດ້. Plaosme ເປັນເວທີທີ່ເໝາະສົມໃນການສົ່ງເສີມ ວນກ ຢູ່ລາວທີ່ມີຕົວຕົນທີ່ແທ້ຈິງ ເຊິ່ງລວມມີນັກທຸລະກິດ, ຜູ້ຜະລິດຈາກທ້ອງຖິ່ນ, ເພື່ອຊອກຫາຜະລິດຕະພັນຂອງລາວ ທີ່ມີລັກສະນະສະເພາະຕົວ, ອອກແບບ ແລະ ຜະລິດຕະພັນຂຶ້ນດ້ວຍຄວາມພາກພູມໃຈຂອງຄົນລາວ. ນັບຕັ້ງແຕ່ເຄື່ອງຫັດຖະກຳ, ຜ້າໄໝ, ຜ້າພັນຄໍ ຈົນເຖິງກະເປົາຖື ນອກຈາກນັ້ນ, ຍັງມີກາເຟ ແລະ ຊາຫອມໆ, ເຄື່ອງເພັດພອຍທີ່ຫຼາກຫຼາຍ ແລະ ອຶ່ນໆຢ່າງຫຼວງຫຼາຍ.

ໜ້າຫຼັກຂອງເວັບໄຊ Plaosme

 

ເພື່ອເຮັດໃຫ້ເວັບໄຊດັ່ງກ່າວກາຍເປັນເວັບໄຊທີ່ສາມາດຊື້-ຂາຍຜ່ານເອເລັກໂຕຣນິກໄດ້ຢ່າງສົມບູນ, ໃນເດືອນມີນາ 2019 ທີ່ຜ່ານມາ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງຊ່ອງທາງການເຮັດການຄ້າຜ່ານລະບົບອອນລາຍ. ຜູ້ພັດທະນາເວັບໄຊໄດ້ນຳສະເໜີລະບົບການຊຳລະເງິນຜ່ານທາງເອເລັກໂຕຣນິກໃນຮູບແບບຕ່າງໆເຊັ່ນ: ການໃຊ້ QR Code, Top Up, Swiping Card ທັງໃນຮູບແບບ Offline ແລະ Online ລວມທັງລະບົບການຮັກສາຄວາມປອດໄພ ເພື່ອປ້ອງກັນການລັກລອບຂໍ້ມູນບັນຊີຂອງຜູ້ເປັນສະມາຊິກເວັບໄຊ. ນອກຈາກນັ້ນ, ຍັງໄດ້ມີການນຳສະເໜີນຳໃຊ້ລະບົບທີ່ເປັນແອັບພລິເຄຊັນ Plao pay application ໃນການຊຳລະເງິນອີກດ້ວຍ.

ແຫຼ່ງຂໍ້ມູນຂ່າວ: ລາວ ໄດລີ ນິວສ໌ Laos Daily News

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?