ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ใນເດືອນກຸມພາ ປີ 2019 ປະຕິບັດໄດ້ປະມານ 649 ລ້ານໂດລາສະຫະລັດ ເຊິ່ງບໍ່ກວມເອົາການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະຕິບັດໄດ້ປະມານ 324 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ປະມານ 325 ລ້ານໂດລາສະຫະລັດ.

1. ຮູບສະແດງສິນຄ້າສົ່ງອອກຫຼັກຂອງ ສປປ ລາວ

ສິນຄ້າສົ່ງອອກຫຼັກຂອງສປປ ລາວ ປະຈໍາເດືອນກຸມພາ ປີ 2019 ປະກອບມີ ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ມັນຕົ້ນ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...), ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ, ໝາກກ້ວຍ, ຄຳປະສົມ, ຄຳແທ່ງ ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 39.99% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

2. ຮູບສະແດງສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ

ສິນຄ້ານໍາເຂົ້າຫຼັກຂອງ ສປປ ລາວ ປະຈໍາເດືອນກຸມພາ ປີ 2019 ປະກອບມີ ນ້ຳມັນກາຊວນ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສາຍໄຟຟ້າ, ເຄເບີ້ລ, ອຸປະກອນກົນຈັກ   (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ອຸປະກອນຖ່າຍພາບ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ອຸປະກອນສື່ສານ ແລະ ຊິ້ນສ່ວນ. ສຳລັບເປີເຊັນຂອງສິນຄ້າອື່ນໆແມ່ນກວມ 39.63% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

3. ຮູບສະແດງບັນດາປະເທດທີ່ ສປປ ລາວສົ່ງອອກສິນຄ້າ 

 ສປປ ລາວ ໄດ້ສົ່ງສິນຄ້າໄປຍັງບັນດາປະເທດ ປະກອບມີ ຈີນ, ໄທ, ຫວຽດນາມ, ອິນເດຍ, ເຢຍລະມັນ, ຍີ່ປຸ່ນ, ຈີນຮົງກົງ, ກຳປູເຈຍ, ສະວີເດນ ແລະ ສ.ອາເມລິກາ. ສຳລັບເປີເຊັນຂອງປະເທດອື່ນໆແມ່ນກວມ 5.03% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

4. ຮູບສະແດງບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າສິນຄ້າ 

ສປປ ລາວ ໄດ້ນໍາເຂົ້າສິນຄ້າຈາກບັນດາປະເທດ ຄື: ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ຈີນຮົງກົງ, ສ.ເກົາຫຼີ, ອິນໂດເນເຊຍ, ສ.ອາເມລິກາ ແລະ ສິງກະໂປ. ສຳລັບເປີເຊັນຂອງປະເທດອື່ນໆແມ່ນກວມ 5.49% (ບໍ່ໄດ້ເອົາເຂົ້າໃນຮູບສະແດງ).

ແຫຼ່ງຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?