ອີງຕາມ ຄຳແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກໃບອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບ ກົມການນຳເຂົ້າ ແລະ ສົ່ງອອກ ເລກທີ 1753/ກຂອ.ບຂອ, ລົງວັນທີ 29 ມີນາ 2019 ທຸກກິດຈະການທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບການຄຸ້ມຄອງ ຂອງ ກົມນຳເຂົ້າ ແລະ ສົ່ງອອກ ຕ້ອງໄດ້ຫັນມານໍາໃຊ້ລະບົບແຈ້ງພາສີປະຕູດຽວເຂົ້າໃນການຄຸ້ມຄອງ ການອະນຸຍາດ ໂດຍແນໃສ່ເພື່ອຕັດຂັ້ນຕອນ, ຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍຂອງຜູ້ປະກອບການ, ການນໍາໃຊ້ ເອກະສານທີ່ເປັນເຈ້ຍ ແລະ ຫັນໄປໃຊ້ລະບົບເອເລັກໂຕຣນິກ ເພື່ອເພີ່ມທະວີຄວາມໂປ່ງໃສ, ຄວາມຖືກຕ້ອງຊັດເຈນ ແລະ ການເຊື່ອມໂຍງຂໍ້ມູນໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງເຈົ້າໜ້າທີ່ພາກລັດໃຫ້ມີປະສິດທິພາບ.

ໃຊ້ເພື່ອເປັນພາບປະກອບ
ຂໍ້ມູນພາບ: http://www.asean-cn.org

ເງື່ອນໄຂຜູ້ນຳໃຊ້ທີ່ເປັນພາກລັດ

ເຈົ້າໜ້າທີ່ຂອງໜ່ວຍງານຄຸ້ມຄອງການອອກໃບອະນຸຍາດທີ່ສາມາດນຳໃຊ້ລະບົບແຈ້ງພາສີປະຕູດຽວ ຕ້ອງມີເງື່ອນໄຂດັ່ງນີ້:

1) ຕ້ອງມີຄວາມຮູ້ຄວາມສາມາດໃນການນຳໃຊ້ຄອມພິວເຕີ ແລະ ອິນເຕີເນັດໃນລະດັບດີ;

2) ຕ້ອງໄດ້ຮັບການແຕ່ງຕັ້ງຈາກຄະນະກົມໃຫ້ຮັບຜິດຊອບໃນການພິຈາລະນາໃບອະນຸຍາດຜ່ານລະບົບແຈ້ງພາສີປະຕູດຽວ; 

3) ຕ້ອງໄດ້ຜ່ານການຝຶກອົບຮົມ ແລະ ໄດ້ຮັບໃບຢັ້ງຢືນການນຳໃຊ້ລະບົບແຈ້ງພາສີປະຕູດຽວຈາກບໍລິສັດຮ່ວມ ພັດທະນາລະບົບ LNSW; 

4) ຕ້ອງມີທີ່ຢູ່ອີເມລ (E-mail address) ທີ່ສາມາດຕິດຕໍ່ພົວພັນ ແລະ ນຳສົ່ງຂໍ້ມູນຕ່າງໆຈາກການນຳໃຊ້ລະບົບແຈ້ງພາສີປະຕູດຽວໄດ້. 

ເງື່ອນໄຂຜູ້ນຳໃຊ້ທີ່ເປັນຜູ້ປະກອບການ

ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍໃບອະນຸຍາດ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ທີ່ຂື້ນກັບການຄຸ້ມຄອງຂອງ ກົມການນຳເຂົ້າ ແລະ ສົ່ງອອກ ໂດຍຜ່ານ ລະບົບແຈ້ງພາສີປະຕູດຽວ ຕ້ອງໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການ ນຳເຂົ້າ-ສົ່ງອອກ, ຜ່ານແດນ ຫຼື ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະຂອງສິນຄ້າ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ຄຸ້ມຄອງ ແລະ ຕ້ອງໄດ້ລົງທະບຽນເປັນຜູ້ນໍາໃຊ້ ກົດທີ່ນີ້ ເພື່ອເບິ່ງການລົງທະບຽນນໍາໃຊ້.

ປະຈຸບັນ, ກົມ ຂອ ໄດ້ເລີ່ມນໍາໃຊ້ການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກຍານພາຫະນະຜ່ານລະບົບແຈ້ງພາສີປະຕູດຽວຕັ້ງແຕ່ວັນທີ 25 ກຸມພາ 2019 ເປັນຕົ້ນມາ. ໃນອະນາຄົດ, ຈະໄດ້ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວເພື່ອອອກສິນຄ້າທີ່ຂໍອະນຸຍາດນຳເຂົ້າ-ສົ່ງອອກ ທີ່ຂື້ນກັບການຄຸ້ມຄອງ ຂອງ ກົມນຳເຂົ້າ ແລະ ສົ່ງອອກ ເຊັ່ນ: ສິນຄ້າປະເພດນ້ຳມັນເຊື້ອໄຟ, ນ້ຳມັນເຄື່ອງ, ອາຍແກັດຫຸງຕົ້ມ, ປະເພດພາຫະນະ ແລະ ປະເພດເພັດຫຍາບ.

ນອກຈາກນັ້ນ, ຍັງມີຄູ່ມືການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດເພື່ອຊ່ວຍໃຫ້ຂະແໜງການຂອງພາກລັດທີ່ເປັນຜູ້ຄຸ້ມຄອງການອອກໃບອະນຸຍາດ ແລະ ຜູ້ປະກອບການໃຫ້ມີຄວາມເຂົ້າໃຈໃນການນຳໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ແລະ ແລກປ່ຽນຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງເຂົ້າໃນຂັ້ນຕອນການຂໍ ແລະ ອອກໃບອະນຸຍາດແບບເອເລັກໂທຣນິກໂດຍຜ່ານລະບົບ LNSW.

ກົດທີ່ນີ້ ເພື່ອຄູ່ມືການນຳໃຊ້ສະເພາະເຈົ້າໜ້າທີ່່ໜ່ວຍງານຄຸ້ມຄອງການອອກໃບອະນຸຍາດຂອງ ກົມ ຂອ.

ກົດທີ່ນີ້ ເພື່ອຄູ່ມືການນຳໃຊ້ສະເພາະຜູ້ນຳເຂົ້າ/ສົ່ງອອກ ແລະ ຜູ້ບໍລິການແຈ້ງພາສີ (ຊິບປິ້ງ).  

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?