ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ອຸດສາຫະກໍາ ແລະ ການຄ້າ
ຫ້ອງການ                 ເລກທີ: 0577 /ຫອຄ.ກຄພນ
ນະຄອນຫຼວງວຽງຈັນ, ວັນທີ: 20 ມີນາ 2019

ແຈ້ງການ

ເຖິງ: - ປະທານສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສລາວ.;
    - ທ່ານຜູ້ອຳນວຍການບໍລິສັດນຳເຂົ້າ ແລະ ຂາຍຍົກນ້ຳມັນເຊື້ອໄຟ.

ເລື່ອງ:  ການປັບປຸງທຸລະກິດນ້ຳມັນເຊື້ອໄຟ ຕາມມາດຖານເງື່ອນໄຂ ດຳລັດ 331/ນຍ.

  • ອີງຕາມ ດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017.
  • ອີງຕາມ ບົດແນະນຳການຈັດຕັ້ງປະຕິບັດເນື້ອໃນບາງມາດຕາຂອງດຳລັດ 331/ນຍ,​ເລກທີ 0521/ອຄ.ກຄພນ, ລົງວັນທີ 02 ພຶດສະພາ 2018.

ໂດຍສືບຕໍ່ແຈ້ງການຂອງ ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ 2594/ຫອຄ.ກຄພນ, ລົງວັນທີ 18 ຕຸລາ 2018, ທັງນີ້ ເພື່ອເຮັດໃຫ້ການປັບປຸງທຸລະກິດນ້ຳມັນເຊື້ອໄຟ ຖືກຕ້ອງ ແລະ ສອດຄ່ອງ ກັບມາດຖານເງື່ອນໄຂ ທີ່ກຳນົດໄວ້ໃນດຳລັດ 331/ນຍ ທັນຕາມກຳນົດເວລາ. ພາຍຫຼັງ ປະຊຸມປຶກສາຫາລືກັບບັນດາບໍລິສັດນຳເຂົ້າ ແລະ ຂາຍຍົກນ້ຳມັນເຊື້ອໄຟ 2 ຄັ້ງຜ່ານມາ ເຫັນວ່າ ມີຫຼາຍບໍລິສັດໄດ້ສະແດງເຈດຈຳນົງຂອງຕົນເອງຈະສືບຕໍ່ປັບປຸງຕາມມາດຖານເງື່ອນໄຂຂອງດຳລັດ. ສະນັ້ນ, ເພື່ອເປັນການຢັ້ງຢືນຄືນອີກເທື່ອໜຶ່ງ ເຖິງຄວາມມຸ່ງໝັ້ນຈະປັບປຸງຕົນເອງ.

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຂໍແຈ້ງມາຍັງທ່ານຊາບ ແລະ ປະຕິບັດດັ່ງນີ້:

1. ບໍລິສັດນຳເຂົ້າ ແລະ ຂາຍຍົກນ້ຳມັນເຊື້ອໄຟ ທີ່ມີຈຸດປະສົງສືບຕໍ່ປັບປຸງໃຫ້ເປັນບໍລິສັດນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ຄືເກ່ົາ ແມ່ນໃຫ້ດັດແກ້ທະບຽນວິສາຫະກິດ (ກໍລະນີທຶນຈົດທະບຽນບໍ່ຮອດ 150 ຕື້ກີບ) ແລະ ຢື່ນເອກະສານ ກ່ຽວກັບ ການຢັ້ງຢືນການປະເມີນຊັບສິນຕ່າງໆ ແລະ ເອກະສານຢັ້ງຢືນການປັບປຸງຕາມແຕ່ລະມາດຖານເງື່ອນໄຂຂອງດຳລັດ ໃຫ້ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຊ້າສຸດບໍ່ໃຫ້ກາຍ ວັນທີ 01 ພຶດສະພາ 2019.

2. ນັບແຕ່ ວັນທີ 01 ມິຖຸນາ 2019 ເປັນຕົ້ນໄປ, ການນຳເຂົ້ານ້ຳມັນເຊື້ອໄຟ ເພື່ອສະໜອງໃຫ້ລູກຄ້າຂອງຕົນ ແມ່ນຈະໄດ້ປະຕິບັດຕາມເງື່ອນໄຂທີ່ໄດ້ກຳນົດໄວ້ ໃນດຳລັດ 331/ນຍ,​ ສະນັ້ນ ບໍລິສັດໃດບໍ່ໄດ້ມາດຖານເງື່ອນໄຂຕາມດຳລັດ ແມ່ນຈະບໍ່ໄດ້ນຳເຂົ້ານ້ຳມັນເຊື້ອໄຟ.

3. ປ້ຳນ້ຳມັນເຊື້ອໄຟ ແມ່ນປັບປຸງຕົນເອງໃຫ້ສຳເລັດ ແລະ ສະເໜີດັດແກ້ທະບຽນວິສາຫະກິດຕໍ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ຊ້າສຸດບໍ່ໃຫ້ກາຍ ວັນທີ 01 ພຶດສະພາ 2020.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບຕາມທາງຄວນດ້ວຍ.

ຫົວໜ້າຫ້ອງການ
ນ. ບານສະຕິ ເທບພະວົງ

​​​​​​​

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?