ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ກົມພາສີ

ເລກທີ 07992/ກພສ

ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2018    

 

ແຈ້ງການ

 

ເຖິງ: ບັນດາພະແນກອ້ອມຂ້າງກົມພາສີ, ກອງູຄຸ້ມຄອງພາສີ, ກອງກວດກາພາສີປະຈຳແຂວງ ແລະ ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ.

- ຜູ້ປະກອບການທີ່ດຳເນີນທຸລະກິດນຳເຂົ້ານຳ້ມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດໃບຕິດຕາມການເຄື່ອນຍ້າຍນຳ້ມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ ບໍ 88.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທິ 20 ທັນວາ 2011 ແລະ ກົດໝາຍພາສີສະບັບ ປັບປູງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ແຈ້ງການຂອງກະຊວງການເງິນ ສະບັບເລກທີ 3463/ກງ, ລົງວັນທີ 29 ຕຸລາ 2019;
  • ອີງຕາມ ບົດແນະນຳຂອງກົມພາສີ ສະບັບເລກທີ 06775/ກພສ, ລົງວັນທີ 09 ພະຈິກ 2018 ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ໃບຕິດຕາມການເຄື່ອນຍ້າຍນຳ້ມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ.
  • ອີງຕາມ ແຈ້ງການຂອງກົມພາສີ ສະບັບເລກທີ 07014/ກພສ, ລົງວັນທີ ພະຈິກ 2018;

ຫົວໜ້າກົມພາສີ ອອກແຈ້ງການ ດັ່ງນີ້:

1.  ໃຫ້ຜູ້ປະກອບການທີ່ດຳເນີນທຸລະກິດນຳເຂົ້ານຳ້ມັນເຊື້ອໄຟ ຈົ່ງໄດ້ຮີບຮ້ອນປະກອບເອກະສານທີ່ຈຳເປັນ ແລ້ວ ສະເໜີມາຍັງກົມພາສີເພື່ອກວດກາບັນດາເງື່ອນໄຂ ແລະ ອອກຂໍ້ຕົກລົງໃນການມອບສິດອອກໃບເຄື່ອນຍ້າຍ ນຳ້ມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ ບໍ 88 ແລະ ນຳໃຊ້ເອກະສານດັ່ງກ່າວ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;

2.  ການຈັດຕັ້ງປະຕິບັດໃບເຄື່ອນຍ້າຍນຳ້ມັນເຊື້ອໄຟ (ເສຍພາສີ-ອາກອນ) ດ້ວຍຕົນເອງ ບໍ 88 ແມ່ນມີຜົນບັງຄັບໃຊ້ນັບແຕ່ ວັນທີ 03 ມັງກອນ 2019 ເປັນຕົ້ນໄປ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການເພີ່ມເຕີມ ສະບັບ ເລກທີ 0729/ກພສ, ລົງວັນທີ 12 ກຸມພາ 2018 ວ່າດ້ວຍການອອກເອກະສານເຄື່ອນຍ້າຍສິນຄ້າຄຳ້ປະກັນ (ສຳລັບນຳ້ມັນເຊື້ອໄຟ);

3. ມອບໃຫັບັນດາພະແນກອ້ອມຂ້າງກົມພາສີ ກອງຄຸ້ມຄອງພາສີ ກອງກວດກາພາສີປະຈຳແຂວງ ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ ຂະແໜງກ່ຽວຂ້ອງ ແລະ ຜູ້ປະກອບການຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕີບັດ.

  ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?