ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ    ເລກທີ 01581/ກພສ

ນະຄອນຫຼວງວຽງຈັນ, ວັນທີ 29 ມີນາ 2018

ແຈ້ງການແນະນຳ

ເຖິງ : - ກອງຄຸ້ມຄອງພາສີ ທົ່ວປະເທດ.

- ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ

- ບັນດາຜູ້ປະກອບການທີ່ນຳເຂົ້າ-ສົ່ງອອກ ນ້ຳມັນເຊື່ອໄຟ, ພາຫະນະ, ເຫຼົ້າ, ເຄື່ືອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ

ເລື່ອງ: ການແຈ້ງພາສີເປັນລາຍລະອຽດສຳລັບການນຳເຂົ້າ-ສົ່ງອອກສິນຄ້າປະເພດ ນ້ຳມັນເຊື້ອໄຟ, ພາຫະນະ, ເຫຼົ້າ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ ຸ ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງ ເລກທີ 057/ສພຊ ຸ ລົງວັນທີ 24 ທັນວາ ທ2014;
  • ອີງຕາມ ບົດແນະນຳກະຊວງການເງິນ ເລກທີ 1559/ກງ, 24 ພຶດສະພາ 2016 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ;
  • ອີງຕາມ ບົດແນະນຳຂອງກົມພາສີ ເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 ກ່ຽວກັບການແຈ້ງພາສີເປັນລະອຽດດ້ວຍລະບົບເອເລັກໂຕຣນິກ.

ໃນໄລຍະຜ່ານມາກົມພາສີສັງເກດເຫັນວ່າ ບັນດາຜູ້ປະກອບການນຳເຂົ້າ-ສົ່ງອອກ ສິນຄ້າປະເພດນຳ້ມັນເຊື້ອໄຟ, ພາຫະນະ, ເຫຼົ້າ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມລະບຽບກົດໝາຍ. ເຖິງແນວໃດກໍ່ຕາມ, ສິນຄ້າປະເພດດັ່ງກ່າວ ເປັນສິນຄ້າປະເພດຄວບຄຸມ ແລະ ກະທົບໄວຕໍ່ເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອເພີ່ມທະວີການຄຸ້ມຄອງກວດກາການນຳເຂົ້າ-ສົ່ງອອກສິນຄ້າດັ່ງກ່າວໃຫ້ຮັດກຸມ ແລະ ຮັບປະກັນການຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງຖືກຕ້ອງ,

ກົມພາສີ ອອກແຈ້ງການແນະນຳ ດັ່ງນີ້:

  1. ການນຳເຂົ້າ-ສົ່ງອອກສິນຄ້າປະເພດນຳ້ມັນເຊື້ອໄຟ, ພາຫະນະ, ເຫຼົ້າ, ເຄຶ່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ຕ້ອງໄດ້ດຳເນີນການແຈ້ງພາສີເປັນລາຍລະອຽດທີ່ດ່ານພາສີບ່ອນນຳເຂົ້າ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພາສີ ມາດຕາ 14​ ແລະ ມາດຕາ 15, ຕ້ອງຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງກ່ອນການນຳເຂົ້າ-ສົ່ງອອກ ແລະ ຕ້ອງມີສັນຍາຊື້-ຂາຍ ຈຶ່ງສາມາດປະກອບໃບແຈ້ງພາສີເປັນລາຍລະອຽດໄດ້.
  2. ​ກໍລະນີບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງສິນຄ້າ ມອບໝາຍໃຫ້ຜູ້ອື່ືນ ແຈ້ງພາສີແທນຕົນ ເຊັ່ນ:

ກ. ການນຳເຂົ້າພາຫະນະ ຂອງສະຖານທູດ, ອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ ແລະ ໂຄງການລົງທຶນຕ່າງໆ; 

ຂ. ການນຳເຂົ້ານ້ຳມັນເຊື້ອໄຟ ທີ່ບໍລິສັດນ້ຳມັນເຊື້ອໄຟ ນຳເຂົ້າມາໃຫ້ໂຄງການລົງທຶນຕ່າງໆ ແລະ ອົງການຈັດຕັ້ງຕ່າງໆ;

ໃນກໍລະນີຂ້າງເທີງນີ້, ການປະຕິບັດໃບແຈ້ງພາສີເປັນລາຍລະອຽດຈະຕ້ອງຄັດຕິດ ສັນຍາບໍລິການແຈ້ງພາສີລະຫວ່າງເຈົ້າຂອງສິນຄ້າ ແລະ ຜູ້ນຳເຂົ້າ ທີ່ເຮັດໝ້າທີ່ບໍລິການແຈ້ງພາສີ. ສັນຍາດັ່ງກ່າວຕ້ອງນຳໄປຈົດທະບຽນນຳຂະແໜງການລັດທີ່ກ້ຽວຂ້ອງ. ຮູບແບບເນື້ອໃນຂອງສັນຍາ ຕ້ອງສອດຄ່ອງກັບຮູບແບບທີ່ລັດຖະການພາສີກຳນົດໃນເອກະສານຊ້ອນທ້າຍຂອງແຈ້ງການສະບັບນີ້.

ໃນການປະກອບຂໍ້ມູນລົງໃນໃບແຈ້ງພາສີ, ຫ້ອງທີ 8 ຕ້ອງລະບຸຊື່ືເຈົ້າຂອງສິນຄ້າ ( ສະຖານທູດ, ອົງການຈັດຕັ້ງຕ່າງໆ ຫຼື ເຈົ້າຂອງໂຄງການ), ຫ້ອງທີ 14 ຕ້ອງລະບຸຊື່ຜູ້ນຳເຂົ້າ ( ຜູ້ແຈ້ງພາສິ ) ແລະ ຫ້ອງທີ 54 ແມ່ນຜູ້ແຈ້ງພາສີເປັນຜູ້ເຊັນຢັ້ງຢືນ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?