ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ       ເລກທີ 0729/ກພສ
ນະຄອນຫຼວງ​ວຽງຈັນ, ວັນທີ 12 ກຸມພາ 2018

ແຈ້ງການເພີ່ມເຕີມ

ເຖິງ: ຫົວໜ້າພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາປະຈຳແຂວງ ແລະ ດ່ານຊາຍແດນ ໃນຂອບເຂດທົ່ວປະເທດ,

ເລື່ອງ: ການອອກເອກະສານເຄື່ອນຍ້າຍສິນຄ້າຄ້ຳປະກັນ (ສຳລັບນ້ຳມັນເຊື້ອໄຟ).

  • ອີງຕາມ ກົດໝາຍວ່າດ້ວຍພາສີ, ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014,
  • ອີງຕາມ ແຈ້ງການ ສະບັບເລກທີ 4698/ກພສ, ລົງວັນທີ 05 ມີນາ 2012.

ຫົວໜ້າກົມພາສີ ອອກແຈ້ງການ ຄື:

  1. ມອບໃຫ້ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີທົ່ວປະເທດ ຊີ້ນຳກອງກວດກາ ແລະ ດ່ານພາສີຊາຍແດນ ເອົາໃຈໃສ່ທົບທວນຄືນເນື້ອໃນແຈ້ງການ ສະບັບເລກທີ 4698/ກພສ, ລົງວັນທີ 05 ມີນາ 2012 ກ່ຽວກັບສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າໃນຮູບການໃດທີ່ຈຳເປັນ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດອອກເອກະສານເຄື່ອນຍ້າຍພາຍໃນ ແລະ ນຳໃຊ້ສາຍລັອກ ຫຼື ໜີບກວ່າເຂົ້າໃນການຄຸ້ມຄອງ;
  2. ສຳລັບສິນຄ້າປະເພດນ້ຳມັນເຊື້ອໄຟ ພາຍຫຼັງທີ່ໄດ້ປະກອບໃບແຈ້ງພາສີເປັນລາຍລະອຽດ ແລະ ໄດ້ເສຍພາສີຖືກຕ້ອງຄົບຖ້ວນແລ້ວ ໃນເວລາມີການເຄື່ອນຍ້າຍຈາກແຂວງໜຶ່ງໄປຫາແຂວງໜຶ່ງ ໃຫ້ນຳໃຊ້ໃບແຈ້ງພາສີເປັນລາຍລະອຽດແທນໃບເຄື່ອນຍ້າຍສິນຄ້າ (ຖ້ານຳໃຊ້ໃບສຳເນົາໃຫ້ມີກາຈ້ຳ ແລະ ລາຍເຊັນຢັ້ງຢືນຄວາມຖືກຕ້ອງຈາກບໍລິສັດ ຫຼື ເຈົ້າຂອງສິນຄ້າ);
  3. ໃນກໍລະນີການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ບໍ່ໄດ້ນຳໄປໝົົດຕາມຈຳນວນໃບແຈ້ງພາສີເປັນລາຍລະອຽດສະບັບຕົ້ນ (ໝາຍຄວາມວ່ານຳເອົາສິນຄ້າ, ເຄື່ອງຂອງ ໄປສ່ວນໃດສ່ວນໜຶ່ງ) ແມ່ນໃຫ້ມີໃບບິນຊື້-ຂາຍຂອງຂະແໜງສ່ວຍສາອາກອນຄັດຕິດໄປພ້ອມ ເພື່ອເປັນຫຼັກຖານ ແລະ ເປັນບ່ອນອີງໃນການກວດກາ;
  4. ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບບັນຫາຫຍຸ້ງຍາກໃຫ້ລາຍງານກົມພາສີ ເພື່ອມີວິທີແກ້ໄຂຕາມກົດໝາຍ ແລະ ລະບຽບການກຳນົດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?