ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ

ເລກທີ 04151/ກພສ

ນະຄອນຫຼວງ​ວຽງຈັນ, ວັນທີ 06 ສິງຫາ 2018

 

ແຈ້ງການເພີມເຕີມ

ວ່າດ້ວຍການກຳນົດເລກລະຫັດເງື່ອນໄຂໃນການຊຳລະສະສາງ ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຂອງສິນຄ້າເຂດເສດຖະກິດສະເພາະ ນິຄົມອຸດສາຫະກຳ

  • ອີງຕາມ ກົດໝາຍວ່າດ້ວຍພາສີ, ສະບັບເລກທີ: 04/ສພຊ, ລົງວັນທີ: 20 ທັນວາ 2011;
  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ສະບັບເລກທີ: 73/ນຍ, ລົງວັນທີ: 28 ກັນຍາ 2015, ວ່າດ້ວຍນະໂຍບາຍສົ່ງເສີມເພີ່ມເຕີມ ຂອງການລົງທຶນຢູ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ແລະ ຂພສ ໃນຂອບເຂດທົ່ວປະເທດ;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ, ສະບັບເລກທີ: 2276/ກງ, ລົງວັນທີ: 12 ກໍລະກົດ 2016, ວ່າດ້ວຍການຍົກເວັ້ນອາກອນມູນຄ່າເພີ່ມໃຫ້ແກ່ ບໍລິສັດອິນຊີທອງມໍເຕີ້ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ;
  • ອີງຕາມ ຂໍ້ຕົກລົງຂອງກົມພາສີ, ສະບັບເລກທີ: 00172/ກພສ, ລົງວັນທີ: 16 ຕຸລາ 2013, ວ່າດ້ວຍການນຳໃຊ້ເລກລະຫັດລະບອບໃບແຈ້ງພາສີເປັນລາຍລະອຽດ.

ຫົວໜ້າກົມພາສີ ອອກແຈ້ງການເພີ່ມເຕີມ:

  1. ເພື່ອເປັນການເພີ່ມເງື່ອນໄຂການຊຳລະຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຂອງຂໍ້ຕົກລົງຂອງກົມພາສີ, ສະບັບເລກທີ: 00172/ກພສ, ລົງວັນທີ: 16 ຕຸລາ 2013 ໃນມາດຕາ ທີ 4 ວ່າດ້ວຍການກຳນົດ ລະຫັດ 3 ຕົວເລກສຸດທ້າຍ ຂອງການຊຳລະແຕ່ລະເງື່ອນໄຂ ໃນຫ້ອງທີ 37 ຂອງໃບແຈ້ງພາສີເປັນລາຍລະອຽດ ແມ່ນຈັດຕັ້ງປະຕິບັດດັ່ງລາຍລະອຽດລຸ່ມນີ້:
  • ລະຫັດ 441: ຍົກເວັ້ນຄ່າພາສີ, ຍົກເວັ້ນອາກອນມູນຄ່າເພີ່ມ ແລະ ເສຍພັນທະອື່ນໆ ຕາມລະບຽບການ ສຳລັບສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າເພື່ອຜະລິດ ແລ້ວສົ່ງອອກຕ່າງປະເທດ ຢູ່ເຂດເສດຖະກິດພິເສດ ແລະ ສະເພາະ;
  • ລະຫັດ 442: ຍົກເວັ້ນຄ່າພາສີ, ເສຍອາກອນມູນຄ່າເພີ່ມ ໃນອັດຕາ 5% ແລະ ພັນທະອື່ນໆ ຕາມລະບຽບການ ສຳລັບສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າ ແລະ ຜະລິດຢູ່ເຂດເສດຖະກິດພິເສດ ແລະ ສະເພາະ;
  • ລະຫັດ 443: ເສຍພາສີຕາມອັດຕາຫຼຸດຜ່ອນ ຕາມກອບສິດທິພິເສດຕ່າງໆ, ຍົກເວັ້ນອາກອນມູນຄ່າເພີ່ມ ແລະ ເສຍພັນທະອື່ນໆ ຕາມລະບຽບການ.
  1. ມອບໃຫ້ບັນດາພາສີສາກົນ ເອົາໃຈໃສ່ກວດກາການແຈ້ງພາສີເປັນລາຍລະອຽດ ໃນການນຳໃຊ້ລະບອບໃບແຈ້ງພາສີ ໂດຍສະເພາະແມ່ນເງື່ອນໄຂໃນການຊຳລະສະສາງ ໃຫ້ຖືກຕ້ອງຕາມລະບຽບການ.
  2. ແຈ້ງການສະບັບນີ້ ແມ່ນມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?