ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ກົດໝາຍວ່າດ້ວຍການປະມົງ ແລະ ບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ, ລະບຽບການອື່ນລວມທັງລະບຽບການພາຍໃນ ແລະ ລະບຽບສາກົນທີ່ ສປປ ລາວເປັນພາຄີ ໃຫ້ເປັນເອກະພາບກັນ. ໂດຍສະເພາະ ລະບຽບຂັ້ນຕອນການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ.

ກົມລ້ຽງສັດ ແລະ ການປະມົງອະນຸມັດໃຫ້ນຳໃຊ້ແບບຟອມມີທັງໝົດ 10 ແບບຟອມດັ່ງນີ້:

  1. ແບບພິມ ຂອຜ 1 - ໃບຄຳຮ້ອງຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ;
  2. ແບບຟອມ ຂອຜ 2 - ບົດບັນທຶກ ການກວດກາດ້ານວິຊາການກ່ຽວກັບການຂໍນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ກ່ອນການນຳເຂົ້າ 
  3. ແບບຟອມ ຂອຜ 3 - ບົດລາຍງານກ່ຽວກັບ ການກວດກາກ່ອນການນຳເຂົ້າສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ; 
  4. ແບບຟອມ ຂອຜ 4 - ໃບຢັ້ງຢືນການກວດກາເອກະສານກ່ຽວກັບການນຳເຂົ້າ/ສົ່ງອອກ/ນຳເຂົ້າເພື່ອສົ່ງອອກສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ໂດຍພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງ/ແຂວງ; 
  5. ແບບຟອມ ຂອຜ 5 - ໃບອະນຸຍາດການນຳເຂົ້າ/ສົ່ງອອກ/ຂົນສົ່ງຜ່ານ/ນຳເຂົ້າເພື່ອສົ່ງອອກ ສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ; 
  6. ແບບພິມ ຂອຜ 6 - ໃບຢັ້ງຢືນການກວດກາເອກະສານກ່ຽວກັບການນຳເຂົ້າ/ສົ່ງອອກ/ຂົນສົ່ງຜ່ານ/ນຳເຂົ້າເພື່ອສົ່ງອອກສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ໂດຍ ດ່ານກວດກາສັດຕະວະແພດສາກົນ; 
  7. ແບບພິມ ຂອຜ 7 - ໃບຢັ້ງຢືນການກວດກາຢູ່ດ່ານ ໃນການນຳເຂົ້າ/ສົ່ງອອກ/ຂົນສົ່ງຜ່ານ/ນຳເຂົ້າເພື່ອສົ່ງອອກສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ
  8. ແບບພິມ ຂອຜ 8 - ບົດບັນທຶກ ການຕິດຕາມກວດກາການເຄື່ອນຍ້າຍ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຫຼັງການນຳເຂົ້າ; 
  9. ແບບພິມ ຂອຜ 9 - ບົດບັນທຶກການລົງຕິດຕາມກວດກາສຸຂະພາບສັດ, ສັດນ້ຳ ໄລຍະກັກກັນ; 
  10. ແບບພິມ ຂອຜ 10 - ໃບຢັ້ງຢືນສຸຂະພາບສັດ ຫຼື ສັດນ້ຳ (ໄລຍະກັກກັນ....ວັນ).

ຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ທີ່:

ກະຊວງ ກະສິກຳ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ
ໂທ: +856 21 215242
ເວັບໄຊທ໌: http://dlf.maf.gov.la

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດເພີ່ມເຕີມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?