ໃນວັນທີ 25 ທັນວາ 2018, ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດໂຕເວັບໄຊຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນຢ່າງເປັນທາງການ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ. ຊຶ່ງພິທີດັ່ງກ່າວໄດ້ຮັບກຽດກ່າວເປີດໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ. ຈຸດປະສົງໃນການສ້າງຖານຂໍ້ມູນນິຕິກຳນີ້ແມ່ນເພື່ອ ເກັບກຳ-ສັງລວມ ບັນດານິຕິກຳທັງໝົດຂະແໜງອຸດສາຫະກຳ ແລະ ການຄ້າທີ່ມີຜົນສັກສິດ ແລະ ປະກາດໃຊ້ໃນຜ່ານມາ ໃຫ້ເປັນລະບົບຄົບຊຸດ ແລະ ມີປະສິດທິພາບ ແລະ ເພື່ອສ້າງເປັນຖານຂໍ້ມູນທາງເອເລັກໂຕຣນິກ ໃຫ້ທຸກຄົນສາມາດເຂົ້າເຖິງ ໃນຮູບແບບຊັອບກັອບປີ້, ພີດີເອັບ ແລະ ຮູບແບບໄມໂຄຣຊັອບເວີດ ໄດ້ຢ່າງສະດວກງ່າຍດາຍ.

ທ່ານ ນາງ ບານສະຕິ ເທບພະວົງ ໄດ້ກ່າວວ່າ “ຖານຂໍ້ມູນນີ້ຈະສ້າງປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃນການເຂົ້າເຖິງນິຕິກຳສະເພາະຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເປັນບ່ອນອີງໃນການດຳເນີນທຸລະກິດ ແລະ ສາມາດນຳໃຊ້ນິຕິກຳສະເພະຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ມີຜົນສັກສິດ, ຫຼີກລ່ຽງການນຳໃຊ້ນິຕິກຳຫຼ້າຫຼັງ ຫຼື ນິຕິກຳທີ່ຖືກລົບລ້າງ, ມີບ່ອນອີງຢ່າງຈະແຈ້ງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ”.

ໜ້າຫຼັກຂອງເວັບໄຊຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ

 

ການເປີດທົດລອງນຳໃຊ້ເວັບໄຊຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແມ່ນຄວາມສຳເລັດໃນເບື້ອງຕົ້ນ, ຊຶ່ງເວັບໄຊດັ່ງກ່າວ ແມ່ນຍັງຈະສືບຕໍ່ພັດທະນາໃຫ້ສົມບູນ ໃນອີກໄລຍະໜຶ່ງ ເພື່ອສືບຕໍ່ພັດທະນາເວັບໄຊດັ່ງກ່າວໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ ແລະ ກາຍເປັນເວັບໄຊທີ່ສັງລວມຂໍ້ມູນບັນດານິຕິກຳຂອງຂະແໜງ ອຄ ສາມາດໃຫ້ຜົນປະໂຫຍດຢ່າງແທ້ຈິງແກ່ຜູ້ຊົມໃຊ້. ສະນັ້ນ, ຖ້າມີຈຸດໃດທີ່ຜູ້ຊົມໃຊ້ເຫັນວ່າຄວນໃຫ້ປັບປຸງເພີ່ມເຕີມ ສາມາດສະເໜີຄຳຄິດເຫັນສົ່ງໃຫ້ ພະແນກນິຕິກຳ, ຫ້ອງການກະຊວງ, ໂທ: 856 (21) 412014. ເວັບໄຊຖານຂໍ້ມູນນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ http://law.moic.gov.la

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?