ໃນລະຫວ່າງວັນທີ 17-18 ທັນວາ 2018 ທີ່ຜ່ານມາ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ໂຄງການ EU P2P ໄດ້ຈັດກອງປະຊຸມເຜີຍແຜ່ເປີດກວ້າງກ່ຽວກັບການຄຸ້ມຄອງການຄ້າສິນຄ້າສອງດ້ານທີ່ຕິດພັນກັບອາວຸດທຳລາຍລ້າງຜານ ຫຼື “Industry Day”  ທີ່ ໂຮງແຮມ ຄຣາວພາຊາ. ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ໂດຍມີຜູ້ເຂົ້າຮ່ວມຈາກບັນດາຄະນະວິຊາການຊ່ວຍວຽກຂອງໜ່ວຍງານຄຸ້ມຄອງການຄ້າສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານທີ່ຕິດພັນກັບອາວຸດທຳລາຍລ້າງຜານ ແລະ ຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ພາກວິຊາການ.
 

ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ

 

ທ່ານ ບຸນມີ ມະນີວົງໄດ້ກ່າວວ່າ “ ສປປ ລາວ ກໍມີລະບຽບການ ແລະ ກົນໄກ ຈຳນວນໜຶ່ງໃນການຄຸ້ມຄອງ ແລະ ສະກັດກັ້ນການແຜ່ກະຈາຍຂອງສິນຄ້າ ເຊັ່ນ: ລາຍການສິນຄ້າເກືອດຫ້າມການນຳເຂົ້າ ແລະ ສົ່ງອອກ, ລາຍການສິນຄ້າທີ່ຕ້ອງໄດ້ຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສ້າງຕັ້ງໜ່ວຍງານຄຸ້ມຄອງການຄ້າສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານທີ່ຕິດພັນກັບອາວຸດທຳລາຍລ້າງຜານ ເພື່ອຊ່ວຍກັນຄົ້ນຄວ້າສ້າງລະບຽບການສະເພາະເພື່ອນຳໃຊ້ໃນການຄຸ້ມຄອງສິນຄ້າປະເພດນີ້.
 

ຂໍ້ມູນພາບ: http://www.nuclearweaponsfree.org/

 

ເນື່ອງຈາກວ່າ ການກໍ່ການຮ້າຍໃນຫຼາຍໆເມືອງໃນທົ່ວໂລກ ມີປັດໄຈໜຶ່ງແມ່ນມາຈາກການເຂົ້າເຖິງສິນຄ້າ, ວັດສະດຸ, ອຸປະກອນ ຫຼື ເຕັກໂນໂລຊີ ທີ່ສາມາດນຳໃຊ້ເພື່ອໄປພັດທະນາເປັນອາວຸດທຳລາຍລ້າງ.  ດັ່ງນັ້ນ, ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ (UNSC) ຈື່ງໄດ້ອອກ ມະຕິກອງປະຊຸມ1540 (Resolution 1540) ເພື່ອມາເປັນບ່ອນອີງໃນການຄຸ້ມຄອງສິນຄ້າກຸ່ມດັ່ງກ່າວ. ສິນຄ້າຍຸດທະສາດທີ່ສາມາດນຳໃຊ້ໄດ້ສອງດ້ານແມ່ນສິນຄ້າທີ່ມີການຊື້-ຂາຍທົ່ວໄປ ສາມາດນຳໃຊ້ໃນການອອກແບບ, ການພັດທະນາ, ການຜະລິດ, ການດັດແປງເປັນອາວຸດທີ່ທຳລາຍສູງ ທີ່ສາມາດກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ສິ່ງທີ່ມີຊີວິດ ແລະ ສະພາບແວດລ້ອມໃນວົງກວ້າງເຊັ່ນ: ອາວຸດນິວເຄຍ, ອາວຸດກຳມະລັງສີ, ອາວຸດເຄມີ ແລະ ອາວຸດຊີວະພາບ.

ຂໍ້ມູນພາບ: http://reinventors.net

 

ສະນັ້ນ, ຈຶ່ງໄດ້ມີການເຜີຍແຜ່ເປີດກວ້າງກ່ຽວກັບການຄຸ້ມຄອງການຄ້າສິນຄ້າສອງດ້ານທີ່ຕິດພັນກັບອາວຸດທຳລາຍລ້າງຜານ ຫຼື “Industry Day” ເພື່ອເປັນການສ້າງຄວາມເຂົ້າໃຈ ແລະ ເສີມສ້າງທັກສະການຄຸ້ມຄອງການສົ່ງອອກສຳລັບສິນຄ້າທີ່ສາມາດນຳໃຊ້ໄດ້ສອງທາງ (ສິນຄ້າປະເພດສານເຄມີ, ແຮ່ທາດບາງປະເພດທີ່ສາມາດປ່ອຍກຳມັນຕະພາບລັງສີ ແລະ ອື່ນໆ ) ໃຫ້ບັນດາຄະນະວິຊາການຊ່ວຍວຽກຂອງໜ່ວຍງານຄຸ້ມຄອງການຄ້າສິນຄ້າທີ່ສາມາດນຳໃຊ້ໄດ້ສອງດ້ານທີ່ຕິດພັນກັບອາວຸດທຳລາຍລ້າງຜານ ແລະ ຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ ແລະ ພາກວິຊາການ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?