ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ           ເລກທີ 3532 /ກງ
ນະຄອນຫຼວງວຽງຈັນ, ວັນທີ 02 ພະຈິກ 2018

ແຈ້ງການ

ຮຽນ:  -  ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ;
-  ທ່ານ ເຈົ້າແຂວງຫຼວງພະບາງ;
-  ທ່ານ ເຈົ້າແຂວງວຽງຈັນ;
-  ທ່ານ ເຈົ້າແຂວງບໍລິຄຳໄຊ;
-  ທ່ານ ເຈົ້າແຂວງສະຫວັນນະເຂດ;
-  ທ່ານ ເຈົ້າແຂວງຄຳມ່ວນ;
-  ທ່ານ ເຈົ້າແຂວງຈຳປາສັກ.

ເລື່ອງ: ເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍອາກອນ (ລະບົບໃໝ່).

- ອີງຕາມ ດຳລັດນາຍົກລັດຖະມົນຕີ, ສະບັບເລກທີ 144/ ນຍ, ລົງວັນທີ 8 ພືດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.

ກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງທ່ານ ກ່ຽວກັບການເປີດນຳໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ”TaxRiS” (ລະບົບໃໝ່) ຂອງກົມສ່ວຍສາອາກອນ, ລາຍລະອຽດດັ່ງລຸ່ມນີ້:

  1. ເລີ່ມແຕ່ວັນທີ່ 15/10/2018 ເປັນຕົ້ນໄປ ແມ່ນຈະອອກບັດປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ ໃນເວລາທີ່ວິສາຫະກິດຂໍສ້າງຕັ້ງວິສາຫະກິດໃໝ່ຈາກພາກສ່ວນ ທະບຽນ ແລະ ຄຸ້ມຄອງວິສາຫະກິດຂອງກະຊວງ ອຸດສາຫະກຳ ແລະ ການຄ້າໃນຂອບເຂດທົ່ວປະເທດ, ບ່ອນທີ່ພາກສ່ວນທະບຽນ ແລະ ຄຸ້ມຄອງວິສາຫະກິດນຳໃຊ້ລະບົບຄຸ້ມຄອງທະບຽນວິສາຫະກິດ ແລະ ມີການເຊື່ອມຕໍ່ຂໍ້ມູນກັບລະບົບ ”TaxRIS”;
  2. ພາຍຫຼັງວິສາຫະກິດໄດ້ຮັບໃບທະບຽນວິສາຫະກິດທີ່ມີເລກປະຈຳຕົວຜູ້ເສຍອາກອນແລ້ວ ແມ່ນສາມາດດຳເນີດນທຸລະກິດໄດ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ພາຍໃນ 90 ວັນນັບແຕ່ມື້ອອກໃບທະບຽນວິສາຫະກິດ ແມ່ນ ໃຫ້ວິສາຫະກິດດັ່ງກ່າວເຂົ້າມາພົວພັນນຳລັດຖະການສ່ວຍສາອາກອນ ເພື່ອປະກອບຂໍ້ມູນການແຈ້ງມອບອາກອນ ໃຫ້ຖືກຕ້ອງຄົບຖ້ວນຕາມລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງ. ຖ້າວິສາຫະກິດໃດບໍ່ພົວພັນຫາລັດຖະການສ່ວຍສາອາກອນຕາມກຳນົດດັ່ງກ່າວ, ຖືວ່າວິສາຫະກິດດັ່ງກ່າວບໍ່ເຄື່ອນໄຫວ ແລະ ຈະຖືກປະຕິບັດຕາມມາດຕາ 22 ຂອງກົດໝາຍວ່າດ້ວຍວິສາຫະກິດ;
  3. ສຳລັບວິສາຫະກິດທີ່ມີໃບທະບຽນວິສາຫະກິດອອກກ່ອນວັນທີ 15/10/2018, ວິສາຫະກິດທີ່ອອກໃບທະບຽນວິສາຫະກິດຢູ່ກັບພາກສ່ວນທະບຽນ ແລະ ຄຸ້ມຄອງວິສາຫະກິດ ທີ່ບໍ່ມີການເຊື່ອມຕໍ່ກັບລະບົບTaxRIS ບໍ່ສາມາດອອກເລກປະຈຳຕົວຜູ້ເສຍອາກອນພ້ອມກັບໃບທະບຽນວິສາຫະກິດ, ວິສາຫະກິດທີ່ຂໍອານຸຍາດດຳເນີນທຸລະກິດຜ່ານຂະແໜງການອື່ນໆ ນອກຈາກຂະແໜງການຄ້າ ແລະ ຜູ້ເສຍອາກອນທີ່ບໍ່ແມ່ນວິສາຫະກິດ ເປັນຕົ້ນ: ບຸກຄົນທົ່ວໄປ, ອົງການຈັດຕັ້ງຕ່າງໆ ແມ່ນ ໃຫ້ຂໍເລກປະຈຳຕົວຜູ້ເສຍອາກອນຢູ່ຫ້ອງການສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ ຫຼື ສາມາດຂໍເລກປະຈຳຕົວຜູ້ເສຍອາກອນດ້ວຍຕົນເອງ ຜ່ານເວັບໄຊທ໌ (http://taxservice.mof.gov.la );
  4. ວັນທີ່ 5/11/2018, ເລີ່ມແຈ້ງມອບອາກອນໃນລະບົບໃໝ່ຕາມຮູບແບບການແຈ້ງອາກອນແບບໃໝ່ ແລະ ຜູ້ເສຍອາກອນສາມາມແຈ້ງມອບອາກອນດ້ວຍຕົນເອງຜ່ານເວັບໄຊທ໌ (http://taxservice.mof.gov.la). ຊື່ງຈະໄດ້ນຳໃຊ້ຢູ່ ກົມສ່ວຍສາອາກອນປະຈຳ 5 ແຂວງ (ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ) ແລະ ສ່ວຍສາອາກອນປະຈຳ 5 ເມືອງ (ຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ ແລະ ນະຄອນຫຼວງພະບາງ);
  5. ເລີ່ມເປີດນຳໃຊ້ລະບົບດັ່ງກ່າວໃນຕົ້ນປີ 2019 ຢູ່ສ່ວນສາອາກອນປະຈຳແຂວງ (ບໍລິຄຳໄຊ ແລະ ຄຳມ່ວນ) ແລະ ສ່ວຍສາອາກອນປະຈຳເມືອງ(ວັງວຽງ, ປາກຊັນ, ທ່າແຂກ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ) ແລະ ມີແຜນຂະຫຍາຍນຳໃຊ້ລະບົບດັ່ງກ່າວໄປບັນດາແຂວງທີ່ຍັງເຫຼືອໃນຂອບເຂດທົ່ວປະເທດໃຫ້ສຳເລັດໃນປີ 2019

ສະນັ້ນ, ຈື່ງຂໍແຈ້ງມາຍັງທ່ານ ເພື່ອຊ່ວຍຊີ້ນຳ, ຕິດຕາມການຈັດຕັ້ງປະຕິບັດວຽກງານຫັນການຄຸ້ມຄອງລາຍຮັບສ່ວຍສາອາກອນເປັນທັນສະໄໝດັ່ງກ່າວໃຫ້ສຳເລັດຜົນດີ. ພ້ອມທັງຊ່ວຍຊຸກຍູ້ຫົວໜ່ວຍວິສາຫະກິດໃຫ້ນຳໃຊ້ລະບົບດັ່ງກ່າວ ເພື່ອອອກໃບແຈ້ງມອບອາກອນ ແລະ ໄປມອບອາກອນຜ່ານທະນາຄານຢ່າງກ້ວາງຂວາງ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.

ເຊັນແທນ ລັດຖະມົນຕີ
ຮອງລັດຖະມົນຕີ
ບຸນໂຈມ ອຸບົນປະເສີດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?