ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ          ເລກທີ:3446/ກງ
ນະຄອນຫຼວງວຽງຈັນ,ວັນທີ 26 ຕຸລາ 2018

ແຈ້ງການ

ເຖິງ: ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ບັນດາຫົວໜ່ວຍທຸລະກິດ, ບັນດາບຸກຄົນ, ນິຕິບຸກຄົນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດ ບັນຊີຫຼຸດຜ່ອນອັດຕາພາສີ ໃນກອບສັນຍາການຄ້າສອງຝ່າຍລາວ-ຫວຽດນາມຕາມສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017(AHTN 2017)

  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2018;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການປະກາດໃຊ້ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017(AHTN 2017) ສະບັບເລກທີ 122/ນຍ,ລົງວັນທີ 03 ເມສາ 2018;
  • ອີງຕາມ ບົດລາຍງານ ຂອງ ກົມພາສີ ສະບັບເລກທີ 06141/ກພສ, ລົງວັນທີ 17 ຕຸລາ 2018

          ເພື່ອເປັນການຜັນຂະຫຍາຍເນື້ອໃນຂອງ ດຳລັດວ່າດ້ວຍການປະກາດໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນລຸ້ນປີ 2017(ASEAN Harmonized Tariff Nomenclature~AHTN2017), ຮັບປະກັນການຈັດຕັ້ງປະຕິບັດພັນທະສັນຍາຂອງ ສປປ ລາວ ໃນກອບສັນຍາການຄ້າສອງຝ່າຍລາວ-ຫວຽດນາມ  (Lao-Viet Bilateral Trade Agreement~ LVBTA) ແນໃສ່ການອຳນວຍຄວາມສະດວກທາງດ້ານການຄ້າ, ຄວາມເປັນເອກະພາບກັນໃນການຈັດລະຫັດສິນຄ້າ, ເຄື່ອງຂອງ ແລະ ການຈັດເກັບອັດຕາພາສີ ແລະ ພັນທະອື່ນ ໃນຂອບເຂດທົ່ວປະເທດ ແລະ ສອດຄ່ອງກັບຫຼັກການສາກົນ,                 

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີີ້:

1. ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາການຄ້າສອງຝ່າຍລາວ-ຫວຽດນາມ (LVBTA) ແມ່ນໃຫ້ນຳໃຊ້ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2017 (AHTN 2017) ປ່ຽນແທນ ສາລະບານສິນຄ້າລະບົບເອກະພາບອາຊຽນ ລຸ້ນປີ 2012 (AHTN 2012);

2. ບັນຊີຫຼຸດຜ່ອນອັັດຕາພາສີພາຍໃຕ້ກອບສັນຍາ LVBTA ຕາມ AHTN2017 ປະກອບມີ 10,813 ລະຫັດ (08 ຕົວເລກ) ປະກອບດ້ວຍ: ອັດຕາພາສີ 0% ຈຳນວນ 10,461, 2.5% ຈຳນວນ 27 ລະຫັດ, ຈຳນວນ 264 ລະຫັດແມ່ນນຳໃຊ້ອັດຕາພາສີປົກກະຕິ ແລະ ສິນຄ້າຫ້າມນຳເຂົ້າ ຈຳນວນ 13 ລະຫັດ;

3. ມອບໃຫ້ກົມພາສີອອກບົດແນະນຳລະອຽດກ່ຽວກັັບການຈັດຕັ້ງປະຕິບັດ   ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາ LVBTA ຕາມ AHTN 2017 ພ້ອມທັງຈັດຝຶກອົມຮົມໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ ແລະພາກສ່ວນທີ່ກ່ຽວຂ້ອງ ຮັບຊາບ ແລະ ເຂົ້າໃຈ;

4. ບັນຊີຫຼຸດຜ່ອນອັດຕາພາສີພາຍໃຕ້ກອບສັນຍາ LVBTA ຕາມ AHTN 2017 ມີຜົນບັງຄັບໃຊ້ນັບແຕ່ ວັນທີ 01 ພະຈິກ 2018 ເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ລັດຖະມົນຕີ
ຮອງລັດຖະມົນຕີ
ບຸນໂຈມ ອຸບົນປະເສີດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?