ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າບໍ່ແມ່ນ ເງື່ອນ ໄຂບັງຄັບທີ່ຕ້ອງຂໍອະນຸຍາດສຳລັບການສົ່ງອອກສິນຄ້າທຸກຄັ້ງ, ແຕ່ ເປັນ ການນຳໃຊ້ເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນພາສີນຳເຂົ້າຂອງ ປະ ເທດ ປາຍທາງ ຊຶ່ງຈະເຮັດໃຫ້ຜູ້ສົ່ງອອກສາມາດປະຢັດຕົ້ນທຶນ ແທນທີ່ຈະຕ້ອງເສຍພາສີ ໃນອັດຕາປົກກະຕິ(MFN). ໝາຍຄວາມວ່າຖ້າຜູ້ນຳເຂົ້າບໍ່ຕ້ອງການເອກະສານດັ່ງກ່າວກໍສາມາດດຳເນີນຂັ້ນຕອນການສົ່ງອອກແບບປົກກະຕິໂດຍບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ. ສຳລັບ ຜູ້ ສົ່ງ ອອກທີ່ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຕ້ອງປະກອບເອກະສານໃຫ້ຄົບຖ້ວນຕາມລະບຽບ ໃນ ການ ອອກ ໃບ CO, ເຊິ່ງມີຂັ້ນຕອນ ແລະ ລາຍລະອຽດດັ່ງນີ້:

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ

ສຳລັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ແບບເຈ້ຍສໍ:
1.ຜູ້ປະກອບການຢື່ນຄໍາຮ້ອງເພື່ອຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ຫ້ອງການເຈົ້າໜ້າທີ່ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ປະກອບມີ:
- ໃບຄໍາຮ້ອງຂອງບໍລິສັດ 
- ສໍາເນົາໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (CPE) ທີ່ຍັງມີອາຍຸການນຳໃຊ້ 
- ແບບຟອມ (CO) ທີ່ຕື່ມຂໍ້ມູນແລ້ວ 
- ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສີນຄ້າ 
- ໃບແຈ້ງພາສີເປັນລາຍລະອຽດ 
- ສໍາເນົາໃບຂົນສົ່ງ 
2. ເຈົ້າໜ້າທີ່ກວດເອກະສານເພື່ອຄວາມຖືກຕ້ອງ/ແຈ້ງຄືນໃຫ້ບໍລິສັດ/ອະນຸມັດຟອມ 
3. ເຈົ້າໜ້າທີ່ພິຈາລະນາເຊັນ, ປະທັບຕາໃສ່ໃບ CO 
4. ຈ່າຍຄ່າທໍານຽມ 
5. ນໍາໃບບີນຮັບເງິນມາສະແດງເພື່ອຮັບໃບ CO 

ສຳລັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ຜ່ານທາງລະບົບເອເລັກໂຕຣນິກ (e-CO):
1. ຜູ້ປະກອບການຕື່ມຂໍ້ມູນໃສ່ຟອມ CO ແລະ ຄັດຕິດເອກະສານກ່ຽວຂ້ອງເປັນໄຟລ໌ PDF ຜ່ານເວັບໄຊ www.ecolao.gov.la ປະກອບມີ: 
- ໃບຄໍາຮ້ອງຂອງບໍລິສັດ 
- ສໍາເນົາໃບ (CPE) (ຢູ່ໃນຖານຂໍ້ມູນແລ້ວ) ທີ່ ຍັງ ມີ ອາຍຸ ການ ນຳ ໃຊ້ 
- ແບບຟອມ (CO) (ຢູ່ໃນຖານຂໍ້ມູນແລ້ວ) 
- ໃບແຈ້ງລາຄາ ແລະ ຫຸ້ມຫໍ່ສິນຄ້າ 
- ໃບແຈ້ງພາສີເປັນລາຍລະອຽດ 
- ສໍາເນົາໃບຂົນສົ່ງ 

2. ເຈົ້າໜ້າທີ່ກວດເອກະສານເພື່ອຄວາມຖືກຕ້ອງ/ແຈ້ງຄືນໃຫ້ບໍລິສັດ/ອະນຸມັດຟອມ ແລະ ພິມຟອມອອກ 
3. ເຈົ້າໜ້າທີ່ພິຈາລະນາເຊັນ, ປະທັບຕາໃສ່ໃບ CO 
4. ຈ່າຍຄ່າທໍານຽມ 
5. ນໍາໃບບີນຮັບເງິນມາສະແດງເພື່ອຮັບໃບ CO 

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ

 

ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ແບບເຈ້ຍສໍ ໃຊ້ເວລາ 04 ຊົ່ວໂມງ ແຕ່ວ່າໃນເດືອນ 01 ປີ 2019 ຄາດວ່າຈະຫຼຸດເວລາລົງ 03 ຊົ່ວໂມງ ໝາຍຄວາມວ່າເຫຼືອພຽງ 01 ຊົ່ວໂມງ/ຊຸດ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ທາງເອເລັກໂຕຣນິກ (e-CO) ໃຊ້ເວລາ 02 ຊົ່ວໂມງ ແຕ່ວ່າໃນເດືອນ 01 ປີ 2019 ຄາດວ່າຈະຫຼຸດເວລາລົງ 1 ຊົ່ວໂມງ 30 ນາທີ ໝາຍຄວາມວ່າເຫຼືອພຽງ 30 ນາທີ/ຊຸດ. ພ້ອມດຽວກັນນັ້ນ, ຄາດວ່າພະນັກງານຜູ້ໜຶ່ງສາມາດອອກໃບ CO ທາງເຈ້ຍສໍ ປະມານ20ຊຸດ/ມື້ ແລະ ທາງເອເລັກໂຕຣນິກ (e-CO) ປະມານ 30 ກວ່າຊຸດ/ມື້. ໃນໄລຍະນີ້, ກະຊວງອຸດສາຫະກຳ ແລະ ການຄ້າກຳລັງທົດລອງສຳລັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ທາງເອເລັກໂຕຣນິກ (e-CO) ໂດຍພິມໃບ CO ອອກພ້ອມລົງ ລາຍ ເຊັນ ແລະ ປະທັບກາຂອງ ບໍລິສັດໃສ່ ເທິງ ແບບ ຟອມ CO ເຊິ່ງຜູ້ປະກອບການສາມາດເຂົ້າມາຈ່າຍຄ່າທໍານຽມ ແລະ ຮັບໃບ CO ໄດ້ເລີຍ ໂດຍທີ່ບໍ່ຈຳເປັນຕ້ອງພິມດ້ວຍຕົວເອງ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?