ອີງຕາມແຈ້ງການ ເລກທີ 0945/ກປ, ລົງວັນທີ 05 ກັນຍາ 2018 ແຈ້ງໃຫ້ຊາບວ່າ ໄດ້ເກີດມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ໃນຟາມລ້ຽງໝູຂອງແຂວງ ຫຼຽວໜົງ, ສປ ຈີນ. ອົງການສຸຂະພາບສັດສາກົນ ໄດ້ລາຍງານວ່າ ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດລະບາດຂອງໝູ ທີ່ເກີດມາຈາກເຊື້ອໄວຣັສຕະກູນ Iridoviridae, ເຊິ່ງເຊື້ອໄວຣັສດັ່ງກ່າວນີ້ມີຄວາມທົນຕໍ່ສະພາບແວດລ້ອມ ແລະ ມີຄວາມເປັນດ່າງສູງໃນລະດັບ ph: 3,9 ຫາ 11,5 ສາມາດຖືເຊື້ອຢູ່ໃນໝູໄດ້ເຖິງ 04 ປີ. ເຮົາສາມາດສັງເກດສັດທີ່ເປັນພະຍາດນີ້ ຈະມີໄຂ້ສູງເຖິງ 42 ອົງສາເຊ, ໃບຫູ ແລະ ຜິວໜັງອາດພົບເປັນປ່າມແດງຊ້ຳ, ມີຈຸດເນື້ອຕາຍເປັນຈຸດ ຢູ່ຕາມຜິວໜັງພື້ນທ້ອງ.
 

ພາບຕົວຢ່າງໝູຕິດເຊື້ອພະຍາດອະຫິວາໝູອາຟຣິກາ
ແຫຼ່ງຂໍ້ມູນພາບ: http://vectornews.eu

ດັ່ງນັ້ນ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກແຈ້ງການ ມີດັ່ງນີ້:

- ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ບັນດາດ່ານຊາຍແດນ ເຜີຍແຜ່ແຈ້ງເຕືອນໃຫ້ເຈົ້າໜ້າທີ່, ຜູ້ປະກອບການ ຈົນຮອດປະຊາຊົນ ຮັບຊາບຢ່າງທົ່ວເຖິງຕໍ່ກັບແຈ້ງການສະບັບນີ້.

- ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ເຊັ່ນ: ແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີຢຸດການນຳເຂົ້າຊົ່ວຄາວຜະລິດຕະພັນໝູທຸກຊະນິດ ຈາກ ສປ ຈີນ ເຂົ້າມາບໍລິໂພກ ຫຼື ມາລ້ຽງພາຍໃນປະເທດ.

- ໃຫ້ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ແຂວງ ສົມທົບກັບຂະແໜງການກ່ຽວຂ້ອງສ້າງແຜນດຸ່ນດ່ຽງຄວາມຕ້ອງການໃນການຜະລິດໝູພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ໃນກໍລະນີ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ກວດພົບເຫັນຜູ້ລະເມີດ ຝ່າຝືນນຳເຂົ້າ ຫຼື ລັກລອບນຳເຂົ້າຜະລິດຕະພັນໝູທຸກຊະນິດຈາກ ສປ ຈີນ, ເຈົ້າໜ້າທີ່ຈະປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ຄລິກທີນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເຕັມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?