ກອງປະຊຸມເຜີຍແຜ່ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງການສ້າງຕັ້ງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ/ນະຄອນຫຼວງຈະໄດ້ຈັດຂື້ນວັນທີ 27-28 ສິງຫາ 2018, ທີ່ ຫ້ອງປະຊຸມຂອງຫ້ອງວ່າການແຂວງຫຼວງນ້ຳທາ, ເຊິ່ງຈະຈັດໂດຍກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວນີ້ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ແກ້ວມໍລະກົດ ສິດລາກອນ, ຮອງຫົວໜ້າກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ເຊິ່ງຈະໄດ້ເຜີຍແຜ່ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງການສ້າງຕັ້ງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ຂັ້ນແຂວງ/ນະຄອນຫຼວງ ເປັນຕົ້ນແມ່ນ:

  • ຄວາມໝາຍຄວາມສຳຄັນຂອງວຽກງານອຳນວຍຄວາມສະດວກທາງດ້ານການຄ້າ
  • ສະຫຼຸບຕີລາຄາຄືນບັນຫາ ແລະ ສິ່ງທ້າທາຍການຈັດຕັ້ງແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ໃນໄລຍະ 01 ປີຜ່ານມາ
  • ສະພາບລວມໃນປະຈຸບັນຂອງວຽກງານອຳນວຍຄວາມສະດວກທາງດ້ານການຄ້າ
  • ວິໄສທັດ ແລະ ມາດຕະການຍຸດທະສາດ ແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017-2022
  • ເຜີຍແຜ່ຂໍ້ຕົກລົງ ຄະນະກຳມະການຊີ້ນຳລວມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 48/ນຍ, ລົງວັນທີ 26/07/2018.

ນອກນີ້ ກໍຈະໄດ້ເຜີຍແຜ່ ແລະ ແນະນຳ ການຈັດຕັ້ງປະຕິບັດຄະນະກຳມະການຊີ້ນຳລວມວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ ແລະ ນະຄອນຫຼວງ. ກອງປະຊຸມດັ່ງກ່າວ ກໍຍັງຈະເປັນເວທີໃນການປຶກສາຫາລື ແລະ ສະເໜີບັນຫາຕ່າງໆ ທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ທີ່ຂະແໜງການກ່ຽວຂ້ອງຄຸ້ມຄອງອີກດ້ວຍ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?