ກອງປະຊຸມ ປຶກສາຫາລື ກ່ຽວກັບ ການປັບປຸງຂັ້ນຕອນການອະນຸຍາດນຳເຂົ້າຊິ້ນສ່ວນຍານພາຫະນະ ທີ່ມາປະກອບ ຫຼື ຜະລິດຢູ່ໂຮງງານ ໄດ້ຖືກຈັດຂື້ນ ໃນວັນທີ 16 ສິງຫາ 2018, ທີ່ ໂຮງແຮມ ລາວພາຊາ, ນະຄອນຫຼວງວຽງຈັນ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs). ເປັນປະທານໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ຮອງຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ມີຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງຫຼັກທີ່ອອກອະນຸຍາດ ເຊັ່ນ: ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມຂົນສົ່ງ, ກົມພາສີ, ກົມສົ່ງເສີມການລົງທຶນ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ, ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ພາກທຸລະກິດຜູ້ນຳເຂົ້າສິນຄ້າດັ່ງກ່າວ.

ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ

 

ຄະນະຈັດກອງປະຊຸມ ໄດ້ລາຍງານກ່ຽວກັບການສຶກສາຂອງໜ່ວຍງານ NTMs ກ່ຽວກັບໄລຍະເວລາໃນການອະນຸມັດນໍາເຂົ້າຊິ້ນສ່ວນຍານພາຫະນະຊຶ່ງເປັນສິນຄ້າຕົວຊີ້ວັດ ເຊິ່ງສະເລ່ຍ ລວມ 144 ຊົ່ວໂມງ (ບໍ່ລວມເວລາການກວດກາຄວາມຖືກຕ້ອງຂອງໃບ CO ຂອງກົມພາສີ), ແຕ່ບົດສຶກສາຂອງ ທະນາຄານໂລກ (World Bank: WB) ແມ່ນສະເລ່ຍ 216 ຊົ່ວໂມງ ບົດສຶກສາຂອງ WB ອາດກວມເອົາຂັ້ນຕອນອື່ນໆ ເປັນຕົ້ນການສ້າງແຜນ, ການຂໍອະນຸຍາດກ່ອນການຜະລິດ ຫຼື ການຂຶ້ນທະບຽນລົດເປັນຄັນ. ການສຶກສາຂອງທີມງານ ກົມ ຂອ ແມ່ນໜ້ອຍກວ່າບົດສຶກສາຂອງ WB ປະມານ 72 ຊົ່ວໂມງ. ພ້ອມດຽວກັນນັ້ນ, ກໍຍັງມີບາງຂໍ້ຄົງຄ້າງຄື ການແກ້ໄຂບັນຫາຂອງພາກທຸລະກິດ ແລະ ການພິຈາລະນາປັບປຸງຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ຂອງພາກລັດ, ພາກສ່ວນທີ່ກ່ຽວຂ້ອງຍັງບໍ່ທັນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs).

ກອງປະຊຸມ ໄດ້ລະດົມແນວຄວາມຄິດ ແລະ ເປັນເອກະພາບກັນ ໃນເບື້ອງຕົ້ນ ກ່ຽວກັບແນວທາງໃນການຫຼຸດຜ່ອນ ແລະ ປັບປຸງ ຂັ້ນຕອນການອອກອະນຸຍາດນໍາເຂົ້າຊິ້ນສ່ວນຍານພາຫະນະ ທີ່ມາປະກອບ ຫຼື ຜະລິດຢູ່ໂຮງງານ ແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ ທີ່ບໍ່ຈໍາເປັນ ເຮັດໃຫ້ພາກທຸລະກິດມີຄວາມສາມາດໃນການແຂ່ງຂັນ, ມີທ່າອ່ຽງທີ່ດີໃນການພັດທະນາ ແລະ ຂະຫຍາຍໂຕ ຈາກຜູ້ນຳເຂົ້າຊິ້ນສ່ວນເພື່ອມາປະກອບຢູ່ໂຮງງານ ຈົນກາຍເປັນຜູ້ຜະລິດຍານພາຫະນະຂະໜາດໃຫຍ່ ທີ່ສາມາດແຂ່ງຂັນກັບຍານພາຫະນະນຳເຂົ້າຈາກຕ່າງປະເທດ ຫຼື ສາມາດສົ່ງອອກສູ່ຕະຫຼາດສາກົນ.

ຂໍ້ມູນພາບ: http://mathuraweb.in/automobile-spare-parts-shops-in-mathura

 

ພ້ອມດຽວກັນ ການຫຼຸດຜ່ອນຂັ້ນຕອນການອະນຸຍາດນຳເຂົ້າຊິ້ນສ່ວນຍານພາຫະນະ ກໍ່ເປັນການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ເລກທີ 02/ນຍ ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໃນນາມເປັນຫົວໜ້າກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ທີ່ຖືກມອບໝາຍໃຫ້ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນ, ເວລາ, ຄ່າໃຊ້ຈ່າຍ ແລະ ເອກະສານ ທີ່ບໍ່ຈໍາເປັນໃນການອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ຫຼຸດລົງຢ່າງໜ້ອຍ 50% ພາຍໃນປີ 2019” ແລະ ເຮັດຈັດອັນດັບຄວາມງ່າຍດາຍການອະນຸຍາດສິນຄ້າຂ້າມແດນ ຂອງທະນາຄານໂລກ ຕໍ່ກັບ ສປປ ລາວ ໃຫ້ຢູ່ໃນອັນດັບສອງຕົວເລກ ຫຼື ນ້ອຍກວ່າອັນດັບທີ 100.

ໃນຕອນທ້າຍຂອງກອງປະຊຸມ, ທີມງານ NTMs ໄດ້ສະເໜີແຜນການຕໍ່ໜ້າໃນການຄົ້ນຄວ້າປັບປຸງການບໍລິການຢູ່ດ່ານ ໃຫ້ກະທັດຮັດຂຶ້ນ, ພັດທະນາ ແລະ ປັບປຸງລະບົບຮັບ-ສົ່ງ ສະຖິຕິນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ທັນສະພາບ. ຕິດຕາມຄວາມຄືບໜ້າ ຂອງການສ້າງນິຕິກໍາ ກ່ຽວກັບລາຍເຊັນແບບເອເລັກໂຕຼນິກ (E-Signature) ເພື່ອໃຫ້ຂະແໜງການລັດທີ່ກ່ຽວຂ້ອງ ສາມາດອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ໂດຍຜ່ານລະບົບ LNSW ໄດ້ຢ່າງສົມບູນແບບ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?