ໃນວັນທີ 25 ມັງກອນ 2017 ຜ່ານມາ, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຜົນສໍາເລັດການດໍາເນີນກອງປະຊຸມລັດຖະບານສະໄໝສາມັນ ແລະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ປະຈໍາເດືອນ ມັງກອນ 2017 ຕໍ່ສື່ມວນຊົນ ໃຫ້ຮູ້ວ່າ: ລັດຖະບານ ໄດ້ພິຈາລະນາ ແລະ ຊີ້ນໍາແກ້ໄຂບາງບັນຫາສໍາຄັນຮີບດ່ວນຄື  (1) ສະພາບຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟໃນທົ່ວປະເທດ ແລະ (2) ບັນຫາການແກ້ໄຂລົດນໍາເຂົ້າທີ່ບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ທັງ 2 ບັນຫາດັ່ງກ່າວນີ້ ທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ກໍໄດ້ມີແຈ້ງການເປັນທາງການສະບັບເລກທີ 140/ຫສນຍ.ກລຂ ແລະ ສະບັບເລກທີ 142/ຫສນຍ.ກລຂ. ຕໍ່ກັບບັນທີ່ (2) ກອງປະຊຸມນາຍົກ-ຮອງນາຍົກ ໄດ້ຊີ້ນໍາ ໃຫ້ກະຊວງການເງິນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ລົງເລິກກວດກາ ແລະ ແກ້ໄຂລົດທີ່ນໍາເຂົ້າບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ຈໍານວນ 5.639 ຄັນ ໃຫ້ສໍາເລັດ.

 

ອີງຕາມແຫຼ່ງຂ່າວຂອງເວັບໄຊທ໌ເສດຖະກິດ-ການຄ້າ (https://laoedaily.com.la/24615/) ໃຫ້ຮູ້ວ່າ: ເດືອນ ທັນວາ ປີ 2017, ລັດຖະບານ ໄດ້ແກ້ໄຂບັນຫານໍາເຂົ້າພາຫະນະບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 11,030 ຄັນ, ສະເພາະລົດໃຫຍ່ 4,449 ຄັນ, ລົດຈັກ 6,581 ຄັນ. ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 177.7 ຕື້ກີບ, ໃນນີ້: ຄ່າພາສີ-ອາກອນຈໍານວນ 168.8 ຕື້ກີບ ແລະ ຄ່າປັບໃໝ 8.9 ຕື້ກີບ. ສ່ວນທີ່ເຫຼືອ ທີ່ຍັງບໍ່ສາມາດແກ້ໄຂໄດ້ທັນ ຕາມກໍານົດເວລານັ້ນ ຈະສືບຕໍ່ແກ້ໄຂຕາມລະບຽບກົດໝາຍຢ່າງເຂັ້ມງວດ.

 

ເພື່ອສືບຕໍ່ແກ້ໄຂບັນຫາພາຫະນະລັບລອບນໍາເຂົ້າໜີພາສີທີ່ຍັງຄົງຄ້າງ ຫຼື ຫລົງເຫຼືອຢູ່ໃຫ້ສໍາເລັດ ແລະ ທັງເປັນການແກ້ໄຂປະກົດການຫຍໍ້ທໍ້ກ່ຽວກັບພາຫະນະທີ່ລັກລອບນໍາເຂົ້າໜີພາສີຢູ່ໃນຂອບເຂດທົ່ວປະເທດ ກະຊວງ ການເງິນ ໄດ້ອອກ ແຈ້ງການແນະນໍາກ່ຽວກັບການແກ້ໄຂຄະດີລົດລັກລອບນໍາເຂົ້າໜີພາສີສະບັບເລກທີ 1984/ກງ, ລົງວັນທີ 27 ມິຖູນາ 2018. ສໍາລັບບຸກຄົນໃດທີ່ຍັງຄອບຄອງພາຫະນະລົດໃຫຍ່, ລົດຈັກ ທີ່ລັກລອບນໍາເຂົ້າໜີພາສີ ຕ້ອງຕື່ນຕົວມາແຈ້ງເສຍພາສີ-ອາກອນຕາມລະບຽບການ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ພາສີ ໃນການສືບສວນສອບສວນ ກ່ຽວກັບແຫຼ່ງທີ່ມາຂອງພາຫະນະດັ່ງກ່າວ. ຖ້າບຸກຄົນນັ້ນເຈດຕະນາ ຫລົບຫລີກໜີພາສີ ແລະ ຖືກເຈົ້າໜ້າທີ່ພາສີຈັບກຸມ ຫຼື ອົງການລັດກ່ຽວຂ້ອງໄດ້ຈັບກຸມ ແລ້ວມອບໃຫ້ຂະແໜງພາສີເປັນຜູ້ສະສາງຄະດີ ຕ້ອງໄດ້ເສຍພາສີ-ອາກອນ ແລະ ຖືກປັບໄໝ 70% ຂອງມູນຄ່າພາຫະນະ ຕາມກົດໝາຍວ່າດ້ວຍພາສີ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?