ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ           ເລກທີ 2040/ກພສ
ກົມພາສີ       ນະຄອນຫລວງວຽງຈັນ, ວັນທີ 05 ມິຖຸນາ 2011

ແຈ້ງການ

ເຖິງ: ບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ, ລັດວິສະຫະກິດ, ບຸກຄົນ, ນິຕິບຸກຄົນ
ຫົວໜ່ວຍທຸລະກິດຂາອອກ-ຂາເຂົ້າພາຍໃນ ແລະ ຕ່າງປະເທດ.

ເລື່ອງ: ການກໍານົດມູນຄ່າແຈ້ງພາສີຕາມລາຄາຊື້-ຂາຍຕົວຈິງ ສໍາລັບນໍາເຂົ້າສິນຄ້າ, ເຄື່ອງໃຊ້ສອຍທົ່ວໄປ

   ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດມູນຄ່າແຈ້ງພາສີ ໃຫ້ສອດຄ່ອງກັບລະບຽບກົດໝາຍວ່າດ້ວຍພາສີ ແລະ ລະບຽບການອົງການການຄ້າໂລກກໍານົດໄວ້

ກົມພາສີອອກແຈ້ງການ

  1. ເຫັນດີໃຫ້ຈັດຕັ້ງປະຕິບັດການກໍານົດມູນຄ່າແຈ້ງພາສີ ຕາມລາຄາຊື້-ຂາຍຕົວຈິງ ສໍາລັບການນໍາເຂົ້າສິນຄ້າ, ເຄື່ອງຂອງໃຊ້ສອຍທົ່ວໄປ  ຕາມທີ່ກໍານົດໃນມາດຕາ 13 ຂອງກົດໝາຍພາສີ ສະບັບເລກທີ 05/ສພຊ ລົງວັນທີ 20/05/2005 ຢ່າງເຂັ້ມງວດ
  2. ເຫັນດີລົບລ້າງ ແລະ ຢຸດຕິການນໍາໃຊ້ບັນດານິຕິກໍາ ທີ່ກ່ຽວຂ້ອງກັບການກໍານົດລາຄາ ຕ່ໍາສຸດສໍາລັບການແຈ້ງພາສີນໍາເຂົ້າສິນຄ້າ, ເຄື່ອງຂອງໃຊ້ສອຍທົ່ວໄປທີ່ອະນຸຍາດຈາກ ກົມພາສີໃນໄລຍະຜ່ານມາທຸກສະບັບ ແລະ ໃຫ້ປະຕິບັດຕາມມູນຄ່າແຈ້ງພາສີ ຕາມມູນຄ່າຊື້-ຂາຍຕົວຈິງ
  3. ມອບໃຫ້ບັນດາພະແນກການອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ, ຈັດຕັ້ງປະຕິບັດເຜີຍແຜ່ແຈ້ງການສະບັບນີ້ ໃຫ້ບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ລັດວິສະຫະກິດ, ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດຂາອອກ-ຂາເຂົ້າພາຍໃນ ແລະ ຕ່າງປະເທດ ທຸກພາກສ່ວນທີ່ນໍາເຂົ້າສິນຄ້າ, ເຄື່ອງໃຊ້ສອຍທົ່ວໄປໄດ້ຮັບຊາບ ແລະ ເຂົ້າໃຈຕໍ່ລະບຽບດັ່ງກ່າວ ເພື່ອຮ່ວມມືໃນທາງປະຕິບັດຢ່າງຮັດກຸມ
  4. ແຈ້ງການສະບັບນີ້ມີຜົນສັກສິດ ແລະ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 01 ສິງຫາ 2001 ເປັນຕົ້ນໄປຢ່າງເອກະພາບ.

   ດັ່ງນັ້ນ  ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ ແລະ ຮ່ວມໃນທາງປະຕິບັດ ຢ່າງເຂັ້ມງວດ

                                                      ຫົວໜ້າກົມພາສີ

ບ່ອນສົ່ງ: ລັດຖະມົນຕີວ່າການກະຊວງການເງີນ              

  • ກົມນະໂຍບາຍການຄ້າຕ່າງປະເທດ             
  • ກົມນໍາເຂົ້າ-ສົ່ງອອກ                        
  • ກົມສ່ວຍສາອາກອນ                       
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?