ສິນຄ້າປະເພດອາຫານໃດໜຶ່ງທີ່ສົ່ງອອກຈາກ ສປປ ລາວ ຕ້ອງປະຕິບັັດຕາມມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍອາຫານ ມາດຕາ 34. ຜູ້ສົ່ງອອກອາຫານ ທີ່ຕ້ອງການໃບຢັ້ງຢືນການສົ່ງອອກແມ່ນໃຫ້ສະເໜີເຖິງ ກົມອາຫານ ແລະຢາ ຫຼື ຂະແໜງອາຫານ ແລະ ຢາແຂວງ, ນະຄອນຫຼວງວຽງຈັນ.

ເອກະສານທີ່ປະກອບ ເພື່ອຂໍໃບຢັ້ງຢືນການສົ່ງອອກມີດັ່ງນີ້:

1. ໃບຄຳຮ້ອງຂອງບໍລິສັດ/ໂຮງງານ
2. ໃບແຈ້ງລາຄາ;
3. ໃບຢັ້ງຢືນຄວາມປອດໄພອາຫານ ຫຼື ລະບົບຄຸ້ມຄອງຄວາມປອດໄພອາຫານໃດໜຶ່ງເຊັ່ນ: ໃບທະບຽນອາຫານ, ໃບຢັ້ງຢືນຄຸນນະພາບຂອງຜະລິດຕະພັນອາຫານ, GMP/HACCP, ISO 22000 ແລະ ໃບຢັ້ງຢືນອື່ນໆ;
4. ໃບທະບຽນວິສາຫະກິດ;
5. ໃບອະນຸຍາດດຳເນີນທຸລະກິດ.

ການນຳເຂົ້າອາຫານຕ້ອງປະຕິບັດຕາມກົດໝາຍ, ລະບຽບການ ແລະ ມາດຕະຖານອາຫານຂອງ ສປປ ລາວ ແລະ ຕ້ອງຮັບປະກັນອາຫານມີຄວາມປອດໄພ ແລະເໝາະສົມແກ່ການບໍລິໂພກ. ອາຫານທີ່ມີຄວາມສ່ຽງສູງຈະຕ້ອງໄດ້ຈົດທະບຽນກ່ອນການອະນຸຍາດນຳເຂົ້າ, ອາຫານຄວາມສ່ຽງກາງແລະຕໍ່າ ແມ່ນສາມາດຂໍອະນຸຍາດນຳເຂົ້າໄດ້ເລີຍ (ເອກກະສານຊ້ອນທ້າຍລາຍການອາຫານຕາມຄວາມສ່ຽງແມ່ນກົມອາຫານ ແລະ ຢາ ກຳລັງຈະເຜີຍແຜ່ໃນໄວໆນີ້).

ແຫຼ່ງຂໍ້ມູນພາບ http://onwe.bioinnovate.co/food-and-beverage/

ເອກະສານທີ່ ຕ້ອງປະກອບເພື່ອຂໍອະນຸຍາດນໍາເຂົ້າມີດັ່ງນີ້:

1. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າອາຫານ (1 ສະບັບ);
2. ໃບແຈ້ງລາຄາສິນຄ້າ (2 ສະບັບ);
3. ໃບມັດຫໍ່ສິນຄ້າ(2 ສະບັບ);
4. ໃບຢັ້ງຢືນຮັບຮອງຄວາມປອດໄພອາຫານໃດໜຶ່ງຈາກປະເທດສົ່ງອອກເຊັ່ນ: ໃບຢັ້ງຢືນການຂຶ້ນທະບຽນ,ໃບຢັ້ງຢືນການຈຳໜ່າຍ, ໃບຢັ້ງຢືນGHP, GMP, HACCP, ISO 22000 ຫຼື ການຢັ້ງຢືນອື່ນໆຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ ຢ່າງໜ້ອຍຍັງມີອາຍຸການນຳໃຊ້ໄດ້ 03ເດືອນ (ເປັນພາສາອັງກິດ ແລະ ສະບັບແທ້, ຖ້າສະບັບສໍາເນົາ ໃຫ້ຈໍ້າກາຂອງບໍລິສັດນໍາເຂົ້າ) (1 ສະບັບ)
5. ໃບຢັ້ງຢືນການວິໄຈຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ ຫຼື ຫ້ອງວິໄຈທີ່ໄດ້ຮັບຮອງຢ່າງເປັນທາງການຢ່າງໜ້ອຍຍັງມີອາຍຸການນຳໃຊ້ໄດ້ສຳລັບຊຸດຜະລິດນັ້ນ (ເປັນພາສາອັງກິດແລະ ສະບັບແທ້, ຖ້າສະບັບສຳເນົາໃຫ້ຈໍ້າກາຂອງບໍລິສັດນຳເຂົ້າ) (2 ສະບັບ)
6. ໃບທະບຽນວິສາຫະກິດ (1ສະບັບ);
7. ມີສະຫຼາກ ຫຼື ສະຕິກເກີ ເປັນພາສາລາວ (1 ສະບັບ);
8. ຕົວຢ່າງຜະລິດຕະພັນອາຫານ(ຊະນິດລະ1ຕົວຢ່າງ);
9. ໃບຢັ້ງຢືນການຂຶ້ນທະບຽນອາຫານຂອງ ສປປ ລາວ (ຖ້າມີ) (1 ສະບັບ).

ແຫຼ່ງຂໍ້ມູນພາບ https://www.hidoctor.ir

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຈະຂົນສົ່ງອາຫານ ຈາກປະເທດໃດໜຶ່ງຜ່ານ ສປປ ລາວ ໄປຫາ ປະເທດທີສາມ ຕ້ອງໄດ້ປະກອບເອກະສານເພື່ອຂໍອະນຸຍາດສົ່ງຜ່ານ ຈາກກົມອາຫານ ແລະ ຢາ, ຂະແໜງອາຫານ ແລະ ຢາ ແຂວງ, ນະ ຄອນຫຼວງວຽງຈັນ ຕາມຫຼັກການດັ່ງນີ້:

ເອກະສານທີ່ ຕ້ອງປະກອບເພື່ອສົ່ງຜ່ານອາຫານມີດັ່ງນີ້:

1. ໃບຄໍາຮ້ອງຂໍອະນຸຍາດສົ່ງຜ່ານອາຫານ (1 ສະບັບ);
2. ໃບແຈ້ງລາຄາສິນຄ້າ (2 ສະບັບ);
3. ໃບສັ່ງຊື້ສິນຄ້າ (2ສະບັບ)
4. ໃບຂົນສົ່ງສິນຄ້າ (ຖ້າມີ) (1 ສະບັບ)
5. ໃບທະບຽນວິສາຫະກິດ (ຖ້າບໍລິສັດຫຼືໂຮງງານຕັ້ງຢູ່ ສປປ ລາວ)  (1 ສະບັບ);
6. ໃບຢັ້ງຢືນຮັບຮອງຄວາມປອດໄພອາຫານໃດໜຶ່ງຈາກປະເທດສົ່ງອອກ ເຊັ່ນ:ໃບຢັ້ງຢືນການຂຶ້ນທະບຽນ, ໃບຢັ້ງຢືນການຈຳໜ່າຍ, ໃບຢັ້ງຢືນGHP, GMP, HACCP, ISO 22000 ແລະ ອື່ນໆ(ເປັນພາສາອັງກິດ) (2 ສະບັບ)

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາພົວພັນໄດ້ທີ່

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
ບ້ານສີເມືອງ, ຖະໜົນເສດຖາທີຣາດ, ນະຄອນຫຼວງວຽງຈັນ, ສປປລາວ 
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?