ໃນລະຫວ່າງວັນທີ 28 - 29ມິຖຸນາ 2018 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ​ໄດ້​ຈັດ​ກອງ​ປະຊຸມປຶກສາຫາລື ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ແກ່ເຈົ້າໜ້າທີ່ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃນຂອບເຂດທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ. ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ທັງໝົດ 60 ທ່ານ​ມາຈາກພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ແຂວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດແຂວງ ແລະ ເຂດເສດຖະກິດພິເສດ.

ຈຸດປະສົງຂອງກອງປະຊຸມປຶກສາຫາລືໃນ​ຄັ້ງ​ນີ້​ແມ່ນເພື່ອຕິດຕາມກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລະບຽບແຫຼ່ງກໍາເນີດສິນຄ້າຂອງ ສປປ ລາວ. ພາຍຫຼັງທີ່ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ມອບສິດໃຫ້ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ແຂວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ແຂວງ ແລະ ເຂດເສດຖະກິດພິເສດ ທັງໝົດ 36 ຫ້ອງການ ສາມາດອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກໍາເນີດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າຈຳນວນໜຶ່ງ ນັບແຕ່ປີ 2012 ເປັນຕົ້ນມາ.

ກອງປະຊຸມຈະໄດ້ດຳເນີນເປັນເວລາ 02 ວັນ ຊຶ່ງຈະມີລັກສະນະວິຊາການ ແລະ ລົງເລິກບັນຫາທີ່ພົບພໍ້ໃນເວລາປະຕິບັດຕົວຈິງ ໂດຍມີການທົບທວນຄືນສະພາບການຈັດຕັ້ງປະຕິບັດບັນດານິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງແຫຼ່ງກໍາເນີດສິນຄ້າ ຂອງ ສປປ ລາວ. ກອງປະຊຸມຂອງພວກເຮົາຈະເນັ້ນໃສ່ບັນຫາການເກັບກໍາ, ສະຫຼຸບ ແລະ ລາຍງານສະຖິຕິການສົ່ງອອກພາຍໃຕ້ສິດທິພິເສດທາງດ້ານການຄ້າ ແລະ ການເກັບກໍາ ແລະ ສັງລວມຂໍ້ມູນຂອງບໍລິສັດທີ່ນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (Company Profile). ເນື່ອງຈາກວ່າ ວຽກງານສັງລວມສະຖິຕິຂໍ້ມູນຂ່າວສານແມ່ນໜຶ່ງໃນວຽກງານທີ່ສໍາຄັນແຕ່ພວກເຮົາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ໂດຍສະເພາະ ພາຍຫຼັງທີ່ໄດ້ມອບສິດໃຫ້ບັນດາຫ້ອງການຕ່າງໆຄຸ້ມຄອງ. ສະນັ້ນ, ກໍ່ຕ້ອງໄດ້ທົບທວນຄືນບັນຫາຂໍ້ຄົງຄ້າງ ເພື່ອໃຫ້ມີການປັບປຸງແກ້ໄຂໃຫ້ດີຂຶ້ນ. ນອກຈາກນັ້ນ, ກໍ່ຍັງມີການປຶກສາວຽກງານທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?