ໂດຍປະຕິບັດຕາມຈິດໃຈຂອງກອງປະຊຸມ ຄັ້ງທີ 8 ຂອງຄະນະປະສານງານພາກເໜືອ ສປປ ລາວ ກັບ ແຂວງຢຸນນານ ສປ ຈີນ ແລະ ກອງປະຊຸມ ຄັ້ງທີ 9 ຄະນະກໍາມະການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຈີນ. ໃນເດືອນ ມີນາ 2018 ທີ່ຜ່ານມາ ຕາງໜ້າລັດຖະບານແຫ່ງ ສປປ ລາວ, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕາງໜ້າລັດຖະບານແຫ່ງ ສປ ຈີນ, ກົມກັກກັນພືດ ແລະ ສັດ, ອົງການ AQSIQ ໄດ້ຮ່ວມກັນເຊັນຂໍ້ຕົກລົງ ວ່າດ້ວຍ ການກວດກາກັກກັນສຸຂະນາໄມ ສົ່ງງົວ-ຄວາຍເປັນຂອງ ສປປ ລາວ ໄປ ສປ ຈີນ.

ແຫຼ່ງຂໍ້ມູນພາບ https://www.agtrader.com.au/news/livestock-cattle/indian-carabeef-exports-set-to-increase-in-2018

ວັນທີ 6 ມິຖຸນາ 2018 ສອງຝ່າຍໄດ້ຮ່ວມກັນຈັດປະກອງປະຊຸມຂື້ນເພື່ອປຶກສາຫາລືຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ຄະນະຝ່າຍລາວ ປະກອບມີຕາງໜ້າຈາກກົມແຜນການ ແລະ ການຮ່ວມມື, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້; ກົມແຜນການ ແລະ ການຮ່ວມມື, ກົມສົ່ງເສີມ ແລະ ພັດທະນາສິນຄ້າ, ກົມນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ຄະນະຝ່າຍຈີນ ປະກອບມີທີ່ປຶກສາດ້ານເສດຖະກິດ-ການຄ້າ, ກົມກັກກັນພືດ ແລະ ສັດ, ແລະ ອົງການ AQSIQ.

ຄະນະຝ່າຍຈີນໄດ້ແຈ້ງສະພາບການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວວ່າ: “ປະຈຸບັນຝ່າຍຈີນໄດ້ສໍາເລັດການວາງແຜນປັບປຸງດ່ານ, ເຂດກັກກັນພະຍາດ, ໂຮງຂ້າສັດ, ທາງຂົນສົ່ງງົວ-ຄວາມເປັນສະເພາະ, ພ້ອມທັງໄດ້ດໍາເນີນການກໍ່ສ້າງພື້ນຖານໂຄງລ່າງທີ່ກ່ຽວຂ້ອງຈໍານວນໜຶ່ງສໍາເລັດໂດຍພື້ນຖານຢູ່ເຂດເມືອງຫຼ້າ, ກິ່ງແຂວງສິບສອງພັນນາ”

ຄະນະຝ່າຍລາວໄດ້ແຈ້ງໃຫ້ຝ່າຍຈີນຊາບວ່າ: “ໃນກອງປະຊຸມຈີນ-ອາຊຽນ, ຝ່າຍຈີນໄດ້ສະເໜີເອົາລາວເປັນປະເທດທົດລອງເພື່ອສົ່ງງົວ-ຄວາຍໄປ ສປຈີນ, ເຊິ່ງແຕ່ລະປີ ສປ ຈີນ ມີຄວາມຕ້ອງການນໍາເຂົ້າງົວ-ຄວາຍ ຈໍານວນ ໜຶ່ງ ລ້ານກວ່າໂຕຕໍ່ປີ ແລະ ຫວັງວ່າ ສປປ ລາວ ສາມາດຕອບສະໜອງໄດ້ ເຄິ່ງໜຶ່ງຂອງຈໍານວນທັງໝົດແມ່ນເປັນການດີ. ຝ່າຍລາວໄດ້ອະນຸມັດໃຫ້ບໍລິສັດເຢຫົງສິບສອງພັນນາການຄ້າຈໍາກັດ ເປັນຄູ່ຮ່ວມມືເພື່ອດໍາເນີນການທົດລອງຈັດຕັ້ງປະຕິບັດວຽກດັ່ງກ່າວ ເຊັ່ນວ່າ: ກໍ່ສ້າງເຂດກັກກັນພະຍາດສັດ, ປັບປຸງດ່ານ, ທາງຂົນສົ່ງງົວຄວາຍສະເພາະ ເຊິ່ງປະຈຸບັນໄດ້ລົງມືກໍ່ສ້າງແລ້ວ”.

ສປປ ລາວ ແລະ ສປ ຈີນ ມີຊາຍແດນຮ່ວມກັນ ແລະ ມີການຊື້-ຂາຍ ແລກປ່ຽນສິນຄ້າກັນລະຫວ່າງປະຊາຊົນສອງປະເທດ. ສປປ ລາວ ມີທ່າແຮງບົມຊ້ອນດ້ານການຜະລິດສິນຄ້າກະສິກໍາ ໂດຍສະເພາະ ແມ່ນປູກຝັງລ້ຽງສັດ ແລະ ສປ ຈີນ ເປັນປະເທດທີ່ມີປະຊາກອນຫຼາຍ ແລະ ມີຄວາມຕ້ອງການນໍາເຂົ້າສະບຽງອາຫານເປັນຈໍານວນມະຫາສານ. ການຮ່ວມມືລະຫວ່າງສອງປະເທດ ຖືວ່າເປັນການຊຸກຍູ້ສົ່ງເສີມ ຫຼື ເປັນໂອກາດທີ່ດີ ຕໍ່ ສປປ ລາວ ກ່ຽວກັບການພັດທະນາ ການຜະລິດດ້ານກະສິກໍາ ເຊີ່ງມີຕະຫຼາດຮອງຮັບຢູ່ແລ້ວ.

ແຫຼ່ງຂ່າວ: ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ, ກະຊວງແຜນການ ແລະ ການລົງທຶນ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?