ຜູ້ດໍາເນີນທຸລະກິດນໍາເຂົ້າອາຫານມາຈຳໜ່າຍຢູ່ ສປປ ລາວ ຕ້ອງປະກອບເອກະສານໃຫ້ຄົບຖ້ວນຕາມລະບຽບການນໍາເຂົ້າ, ເຊິ່ງມີຂັ້ນຕອນ ແລະ ລາຍລະອຽດດັ່ງນີ້:

1. ການຂຶ້ນທະບຽນຜະລິດຕະພັນອາຫານ (ສະເພາະສິນຄ້າອາຫານທີ່ມີຄວາມສ່ຽງ)

ທຸກຫົວຫນ່ວຍທຸລະກິດທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດຜະລິດອາຫານ ຕ້ອງໄດ້ນໍາເອົາທຸກລາຍການຜະລິດຕະພັນອາຫານພ້ອມດ້ວຍວິທີການຜະລິດ, ສູດ ຕໍາລາຂອງຜູ້ຜະລິດມາຂຶ້ນທະບຽນນໍາກົມອາຫານ ແລະ ຢາ ເພື່ອພິຈາລະນາໃນການອອກທະບຽນຜະລິດຕະພັນ. ສໍາລັບການນໍາເຂົ້າ, ການຂື້ນທະບຽນຈະໄດ້ດໍາເນີນການສະເພາະແຕ່ອາຫານສ່ຽງເທົ່ານັ້ນ, ສ່ວນອາຫານສ່ຽງຈະໄດ້ກໍານົດອອກເປັນບັນຊີຕ່າງຫາກ. ປັດຈຸບັນ ກົມ ອາຫານ ແລະ ຢາ ກໍາລັງປັບປຸງບັນຊີອາຫານສ່ຽງ ແລະ ຄາດວ່າຈະເຜີຍແຜ່ໃນໄວໆນີ້.

ແຫຼ່ງຂໍ້ມູນພາບ: https://accidentattorneytacomawa.com/food-contamination/

 

2. ການຂໍໃບອະນຸຍາດນຳເຂົ້້າ:

 

1. ກົດທີ່ນີ່ເພື່ອເບິ່ງຕົວຢ່າງ ໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ຜະລິດຕະພັນອາຫານ
2. ຜູ້ນໍາເຂົ້າຍື່ນເອກະສານຢູ່ຂາເຂົ້າ-ຂາອອກຂອງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ
3. ຫຼັງຈາກນັ້ນເຈົ້າໜ້າທີ່ຈະກວດກາຄວາມຖືກຕ້ອງຂອງເອກະສານ.
- ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມອາຫານ ແລະ ຢາ ຈະພິຈະລານາອອກໃບອະນຸຍາດຂໍນໍາເຂົ້າ
- ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມອາຫານ ແລະ ຢາ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພື່ອປະກອບເອກະສານຄືນໃໝ່.
4. ເຊັນ ແລະ ອອກໃບອະນຸຍາດນຳເຂົ້າ ຊ້າສຸດບໍ່ເກີນ 03 ວັນລັດຖະການ.
5. ກົດທີ່ນີ່ເພື່ອເບິ່ງຕົວຢ່າງ ໃບອະນຸຍາດນຳເຂົ້າ

3. ການກວດກາ ແລະ ແຈ້ງພາສີຂາເຂົ້າຢູ່ດ່ານສາກົນ:

1. ຫຼັງຈາກໄດ້ຮັບການຢັ້ງຢືນ ແລະ ອະນຸຍາດຕາມລະບຽບການແລ້ວ ເມື່ອດໍາເນີນການນໍາເຂົ້າຕ້ອງແຈ້ງຊຸດເອກະສານທີ່ໄດ້ຮັບຢັ້ງຢືນ ແລະ ອະນຸຍາດຕໍ່ເຈົ້າຫນ້າທີ່ກວດກາອາຫານ ແລະ ຢາ ທີ່ປະຈໍາຢູ່ດ່ານນໍາເຂົ້າ.
2. ເຈົ້າໜ້າທີ່ກະຊວງສາທາລະນະສຸກຈະພິຈະລະນາ ແລະ ກວດກາເອກະສານ ແລະ ສິນຄ້າ ເພື່ອຢັ້ງຢືນຄວາມຖືກຕ້ອງ.
3. ຫຼັງຈາກໄດ້ຮັບການຢັ້ງຢືນຄວາມຖືກຕ້ອງ ທ່ານຈະຕ້ອງແຈ້ງ ໃບອະນຸຍາດນຳເຂົ້າ ແລະ ການຢັ້ງຢືນຄວາມຖືກຕ້ອງຕໍ່ເຈົ້າໜ້າທີ່ພາສີ ທີ່ຢູ່ປະຈໍາດ່ານໃນເວລາທີ່ນໍາເຂົ້າ ເພື່ອແຈ້ງພາສີການນຳເຂົ້າ.
4. ກົດທີນີ້ເພື່ອເບິ່ງຂັ້ນຕອນ ການແຈ້ງພາສີສຳລັບການນຳເຂົ້າ.
5. ຫຼັງຈາກເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການພາສີ, ເຈົ້າໜ້າທີ່ພາສີອະນຸຍາດນຳເຂົ້າ

ສຳລັບຂໍ້ມູນເພີມເຕີມ, ທ່ານສາມາດພົວພັນໄດ້ທີ່

ກົມອາຫານ ແລະ ຢາ
ກະຊວງສາທາລະນະສຸກ

ບ້ານສີເມືອງ, ຖະໜົນເສດຖາທີຣາດ, ນະຄອນຫຼວງວຽງຈັນ, ສປປລາວ 
ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?