ກາຫມາຍມາດຕະຖານສະຫມັກໃຈ ແມ່ນກາຫມາຍມາດຕະຖານທີ່ມີລັກສະນະເປັນຮູບສາມແຈສະເຫມີ ມີມູມແຫລມເທົ່າກັບ 60 ອົງສາ, ມີອັກສອນຕົວ "ລ" ຢູ່ກາງ ເຊີ່ງມີຂະຫນາດໃຫຍ່ເຕັມສ່ວນ ຢູ່ໃນໃຈກາງຂອງຮູບສາມແຈ. ດ້ານຫລັງຂອງອັກສອນຕົວ "ລ" ເທົ່າກັບຄວາມຫນາຂອງແຕ່ລະຂ້າງ ຫລື ເທົ່າກັບ 1/12 ຂອງຄວາມຍາວຫນຶ່ງຂ້າງຂອງຮູບສາມແຈ. ຖານດ້ານລຸ່ມຂອງອັກສອນຕົວ "ລ" ປະກອບເປັນຮູບສາມແຈ ຊຶ່ງມີມູມແຫລມສອງຂ້າງເທົ່າກັບ 30 ອົງສາ ທີ່ຕິດກັບຂ້າງຫນຶ່ງ ຂອງຮູບສາມແຈ. ມາດຕະຖານສະຫມັກໃຈແມ່ນມາດຕະຖານທີ່ໄດ້ກຳນົດລະດັບຄາດຫມາຍ ແລະ ຖືກສ້າງຂຶ້ນໂດຍຜູ້ທຳການຜະລິດ ເພື່ອແນໃສ່ຮັບປະກັນຄຸນນະພາບຂອງ ຜະລິດຕະພັນ ແລະ ສິນຄ້າຂອງຕົນໂດຍການຊີ້ນຳ ແລະ ຮັບຮອງຂອງອົງການຄຸ້ມຄອງມາດຕະຖານ.

ກາຫມາຍມາດຕະຖານສະຫມັກໃຈ

 

ກາຫມາຍມາດຕະຖານບັງຄັບ ແມ່ນຄືກັນກັບກາຫມາຍມາດຕະຖານສະຫມັກໃຈ ທີ່ມີຮູບວົງມົນອ້ອມຂ້າງຂອງຮູບສາມແຈ ແລະ ໄລຍະຫ່າງອອກຈາກແຫລມ ຂອງຮູບສາມແຈມີຄວາມຍາວເທົ່າກັບຄວາມຫນາຂອງອັກສອນຕົວ "ລ". ມາດຕະຖານບັງຄັບແມ່ນມາດຕະຖານທີ່ໄດ້ກຳນົດ ລະດັບຄາດຫມາຍທີ່ພົວພັນກັບການປ້ອງກັນຄວາມສະຫງົບ, ຄວາມປອດໄພ, ສຸຂະອານາໄມ, ສຸຂະພາບ ແລະ ສີ່ງແວດລ້ອມ ຫລື ແມ່ນມາດຕະຖານຂອງຜະລິດຕະພັນ ແລະ ສິນຄ້າຍຸດທະສາດສຳຄັນ ທີ່ລັດຖະບານໄດ້ກຳນົດແຕ່ລະໄລຍະ.

ກາຫມາຍມາດຕະຖານບັງຄັບ

 

ເພື່ອຮັບການອະນຸຍາດນໍາໃຊ້ກາຫມາຍມາດຕະຖານກັບຜະລິດຕະພັນ ແລະ ສິນຄ້າ ຜູ້ທໍາການຜະລິດຈະຕ້ອງໄດ້ຍື່ນຄໍາຮ້ອງຂໍອະນຸຍາດນໍາໃຊ້ ກາຫມາຍມາດຕະຖານເຊີ່ງປະກອບດ້ວຍຂໍ້ມູນ ແລະ ເອກະສານຕ່າງໆ (ຕາມແບບຟອມຂອງອົງການຄຸ້ມຄອງມາດຕະຖານ) ກຳນົດໄວ້ຄື :
1. ຕົວຢ່າງຜະລິດຕະພັນ ແລະ ສິນຄ້າ 1 ຊຸດ ພ້ອມທັງສິ່ງຫຸ້ມຫໍ່, ສິ່ງບັນຈຸ, ສິ່ງມັດຜູກ,
2. ແຜນການຜະລິດ (ໂດຍສັງເຂບ),
3. ລາຍການວັດຖຸປະກອບທີ່ໃຊ້ເພື່ອທຳການຜະລິດ,
4. ເຄື່ອງມື ແລະ ວິທີການທີ່ນຳໃຊ້ກວດສອບຄຸນະພາບຜະລິດຕະພັນ ແລະ ສິນຄ້າ,
5. ເອກະສານອ້າງອີງທີ່ຈຳເປັນ (ໃບອະນຸຍາດດຳເນີນກິດຈະການ, ໃບຢັ້ງຢືນຂຶ້ນທະບຽນເຄື່ອງຫມາຍການຄ້າ)

ສຳລັບຂັ້ນຕອນຂອງການອະນຸຍາດນໍາໃຊ້ກາຫມາຍມາດຕະຖານ:
1. ພາຍຫລັງຈາກການກວດກາຫລັກຖານ ແລະ ເອກະສານຕ່າງໆເຫັນວ່າຄົບຖ້ວນແລ້ວ ອົງການຄຸ້ມຄອງມາດຕະຖານຈະໄດ້ສົ່ງຄະນະວິຊາການລົງກວດກາ ຕົວຈິງຢູ່ໂຮງງານ ສຳລັບການຕີລາຄາລະບົບການຄຸ້ມຄອງຄຸນນະພາບຜະລິດຕະພັນ ແລະ ນອກນັ້ນອົງການຄຸ້ມຄອງມາດຕະຖານຈະໄດ້ນຳຕົວຢ່າງຜະລິດ ຕະພັນດັ່ງກ່າວໄປກວດສອບຄືນໃຫມ່.
2. ໃນກໍລະນີທີ່ຜະລິດຕະພັນ ແລະ ສິນຄ້າຍັງບໍ່ໄດ້ລະດັບມາດຕະຖານທີ່ກຳນົດໄວ້ ອົງການຄຸ້ມຄອງມາດຕະຖານຈະໄດ້ໃຫ້ຄຳແນະນຳ ເພື່ອປັບປຸງແກ້ໄຂໃຫ້ ໄດ້ຕາມລະດັບຄາດຫມາຍຂອງມາດຕະຖານທີ່ໄດ້ກຳນົດໄວ້, ພາຍຫລັງປັບປຸງທາງຄະນະວິຊາການຈະລົງກວດຄືນໃຫມ່ ຖ້າເຫັນວ່າໄດ້ຕາມຄາດຫມາຍແລ້ວ ອົງການຄຸ້ມຄອງມາດຕະຖານຈະທຳການຢັ້ງຢືນໃຫ້ ອະນຸຍາດນຳໃຊ້ກາຫມາຍມາດຕະຖານແກ່ຜູ້ຮ້ອງຂໍ.
3. ການລົງຕິດຕາມ ແລະ ກວດກາໂຮງງານນັ້ນ ອົງການຄຸ້ມຄອງມາດຕະຖານຈະເປັນຜູ້ກຳນົດຕ່າງຫາກ, ພາຍຫລັງການກວດກາຄະນະວິຊາການຈະໄດ້ນຳ ເອົາຂໍ້ມູນຕ່າງໆໄປສືກສາ ແລະ ເກັບເປັນຄວາມລັບແລ້ວແຈ້ງໃຫ້ເຈົ້າຂອງໂຮງງານຮັບຮູ້ ຫລື ດຳເນີນການແກ້ໄຂ

ສຳລັບຂໍ້ມູນເພີ່ມເຕີມ ທ່ານສາມາດພົວພັນໄດ້ທີ່

ກົມມາດຕະຖານ ແລະ ວັດແທກ
ບ້ານ ດ່ານຊ້າງ ເມືອງຈັນທະບຸລີ
ຕູ້ ປນ 2279, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທ: +856 21 732093
ໂທລະສານ: +856 21 732331
ອີເມລ: [email protected]
ເວັບໄຊ: www.laostandards.gov.la 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?