ໃນງວດທີ I (ເດືອນ 1, 2 ແລະ 3) ປີ 2018 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ US$ 2,353 ລ້ານ (ບໍ່ລວມເອົາຂໍ້ມູນນຳເຂົ້າ ແລະ ສົ່ງອອກໄຟຟ້າ ຍ້ອນຍັງບໍ່ທັນໄດ້ຮັບຂໍ້ມູນຄົບຖ້ວນຈາກຂະແໜງການທີ່ກ່ຽວຂ້ອງ), ເພີ່ມຂຶ້ນ 12.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການສົ່ງອອກປະຕິບັດໄດ້ US$ 989 ລ້ານ, ເພີ່ມ ຂຶ້ນ 1.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນການນໍາເຂົ້າບັນລຸໄດ້ US$ 1,363 ລ້ານ, ເພີ່ມ ຂຶ້ນ 22.8% ເມື່ອ ທຽບ ໃສ່ ໄລຍະ ດຽວ ກັນຂອງ ປີຜ່ານມາ. ທ່ານສາມາດເບິ່ງຮູບສະແດງ ການນຳເຂົ້າ ແລະ ສົ່ງອອກຕົ້ນຕໍຂອງ ສປປ ລາວ ງວດ 1 ປີ 2018.

 

1. ຮູບສະແດງ ສິນຄ້ານຳເຂົ້າ
ສິນຄ້າທີ່ນຳເຂົ້າຕົ້ນຕໍ ແມ່ນ: ນໍ້າມັນເຊຶ້ອໄຟ (ນໍ້າມັນແອັດ ຊັງ, ກາຊວນ ແລະ ກາດ), ພາຫະນະທາງບົກ ແລະ ຊິ້ນສ່ວນອາ ໄຫຼ່, ອຸປະກອນກົນຈັກ, ເຫຼັກ ແລະ ອຸປະກອນ ທີ່ເຮັດດ້ວຍເຫຼັກ, ເຄື່ອງໃຊ້ໄຟຟ້າ...

 

2.ຮູບສະແດງ ສິນຄ້າສົ່ງອອກ
ສິນຄ້າທີ່ສົ່ງອອກຕົ້ນຕໍແມ່ນ ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ກາເຟ, ໝາກກ້ວຍ, ນ້ຳຕານ....

 

3.ຮູບສະແດງ ຕະຫຼາດນຳເຂົ້າ
ປະເທດທີ່ ສປປ ລາວ ນໍາເຂົ້າສ່ວນໃຫຍ່ ຍັງແມ່ນບັນດາປະ ເທດທີ່ມີຊາຍແດນຕິດຈອດ ເຊັ່ນ: ໄທ, ຈີນ ແລະ ຫວຽດນາມ. ນອກນັ້ນ, ຍັງນໍາເຂົ້າມາຈາກປະເທດ ຍີ່ປຸ່ນ, ສ. ເກົາຫຼີ, ອິນໂດເນເຊຍ, ສິງກະໂປ, ອົດສະຕາລີ, ຮົງກົງ...

4.ຮູບສະແດງ ຕະຫຼາດສົ່ງອອກ
ປະເທດສົ່ງອອກຕົ້ນຕໍແມ່ນ: ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ, ເຢຍລະມັນ ແລະ ອິນເດຍ.

ແຫຼ່ງຂ້ມູນ: ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?