ອີງຕາມຂໍ້ຕົກລົງສະບັບເລກທີ ທີ 01904/ກພສ, ລົງວັນທີ 20 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດໜ່ວຍງານກວດກາຕູ້ຄອນເທນເນີ ທີ່ ດ່ານພາສີສາກົນຂົວມິດຕະພາບ 1 ໜ່ວຍງານກວດກາຕູ້ຄອນເທນເນີປະກອບດ້ວຍເຈົ້າໜ້າທີ່ປະຈຳການ 01 ຫາ 05 ທ່ານ ສາມາດເພີ່ມ ຫຼື ຫຼຸດລົງຂຶ້ນກັບເງື່ອນໄຂ ແລະ ບໍລິມາດວຽກຕົວຈິງ ແລະ ໜ່ວຍງານກວດກາຕູ້ຄອນເທນເນີແມ່ນມີຄະນະຊີ້ນຳໂຄງການເຊິ່ງປະກອບດ້ວຍ:​ ຫົວໜ້າກົມພາສີ, ​ຫົວໜ້າຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດ, ແລະ ຜູ້ປະສານງານລະດັບຊາດ UNODC.
ສຳລັບຫຼັກການຈັດຕັ້ງປະຕິບັດໜ່ວຍງານກວດກາຕູ້ຄອນເທນເນີ ມີດັ່ງລຸ່ມນີ້:
1. ດຳເນີນການວິເຄາະຄວາມສ່ຽງ, ຈັດປະເພດຄວາມສ່ຽງ ແລະ ດຳເນີນຂັ້ນຕອນການແຈ້ງພາສີຕາມລະບຽບການ.
2. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແລກປ່ຽນຂໍ້ມູນຂ່າວສານ, ແຫຼ່ງຂ່າວເພື່ອນຳໃຊ້ຫຼັກການບໍລິຫານຄວາມສ່ຽງ ຕາມທີ່ກົດໝາຍວ່າດ້ວຍພາສີໄດ້ກຳນົດໄວ້.
3. ກວດກາຂໍ້ມູນການແຈ້ງພາສີແບບເອເລັກໂຕຼນິກ ແລະ ແບບທົ່ວໄປທີ່ມີການຮັບຮອງການແຈ້ງພາສີເປັນລາຍລະອຽດ.
4. ຫົວໜ້າດ່ານພາສິສາກົນຂົວມິດຕະພາບ 1 ເປັນຜູ້ໃຫ້ທິດຊີ້ນຳແກ່ ເຈົ້າໜ້າທີ່ພາສີທີ່ປະຈຳຢູ່ໜ່ວຍງານກວດກາຕູ້ຄອນເທນເນີ ເປັນປະຈຳ, ປະສານກັບເຈົ້າໜ້າທີ່ປະຈຳດ່ານຂົວມິດຕະພາບ ແລະ ຂະແໜງການທີ່ກ່ຽວຂ້ອງ ປະຕິບັດຕາມກົດໝາຍ ແລະ ລະບຽບການສາກົນ.
5. ສາມາດກວດກາສິນຄ້າ ແລະ ຕູ້ຄອນເທນເນີ ທີ່ມີຄວາມສ່ຽງສູງ ໃນສະຖານທີ່ປອດໄພ ແລະ ລະບົບສາງທີ່ລັດຖະການພາສີກຳນົດ. ໃນກໍລະນີທີ່ພົບເຫັນສິນຄ້າ ແລະ ຕູ້ຄອນເທນເນີທີ່ບັນຈຸສິນຄ້າ, ເຄື່ອງຂອງທີ່ຕ້ອງສົງໄສ, ເຈົ້າໜ້າທີ່ພາສີຈະຕ້ອງໄດ້ ດຳເນີນຂັ້ນຕອນການກວດກາຕົວຈິງ ແລ້ວລາຍງານຜົນການກວດກາໃຫ້ຫົວໜ້າດ່ານຮັບຊາບ ເພື່ອພິຈາລະນາ.
6. ກວດກາຕົວຈິງຕາມຫຼັກການພາສີ ແລະ ນຳໃຊ້ເຄື່ອງມືກວດກາ ເຊັ່ນ: ເຄື່ອງສະແກນເນີ ຫຼື ອຸປະກອນຮັບໃຊ້ການກວດກາໃນທຸກຮູບແບບ ແລະ ວິທິການອື່ນໆ.
7. ເຈົ້າໜ້າທີ່ຜູ້ຖືກແຕ່ງຕັ້ງປະຈຳໜ່ວຍງານກວດກາຕູ້ຄອນເທນເນີ ຕ້ອງມີວິທີດຳເນີນການກວດກາທີ່ເໝາະສົມເພື່ອບໍ່ໃຫ້ເປັນການກີດຂວາງການອຳນວຍຄວາມສະດວກທາງດ້ານການຄ້າ, ການກວດກາຕົວຈິງ ຕ້ອງດຳເນີນການຕາມຂັ້ນຕອນ ແລະ ໃຫ້ສຳເລັດຕາມລະບຽບການກຳນົດ.
ຂໍ້ຕົກລົງສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 20 ເມສາ 2018 ເປັນຕົ້ນໄປ.


 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?