ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ຫ້ອງການ            ເລກທີ: 55/ຫກ
ນະຄອນຫຼວງວຽງຈັນ, ວັນທີ 01/02/2018

ແຈ້ງການ

ເຖິງ: ບໍລິສັດ, ຕົວແທນຈຳໜ່າຍ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸຸກພາກສ່ວນ
ເລື່ອງ: ໃຫ້ຢຸດຕິການນຳເຂົ້າອຸປະກອນຈານຮັບດາວທຽມ ທຸກຊະນິດໄວ້ຊົ່ວຄາວ

  • ອີງຕາມ ດໍາລັດຂອງນາຍົກລັດທະມົນຕີ ສະບັບເລກທີ 95/ນຍ, ລົງວັນທີ 09/03/2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອາໄຫວ ຂອງກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ.
  • ອີງຕາມ ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 04/11/2016.
  • ອີງຕາມ ທິດຊີ້ນໍາຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1989/ຫສນຍ.ກຄສ, ລົງວັນທີ 14/12/2017.
  • ອີງໃສ່ ການຕົກລົງເຫັນດີໃນກອງປະຊຸມປຶກສາຫາລືດ້ານວິຊາການກ່ຽວກັບການຄຸ້ມຄອງ ການນໍາເຂົ້າ ແລະ ນໍາໃຊ້ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ (DTH) ລະຫວ່າງກົມສື່ມວນຊົນ, ກະຊວງ ຖວທ, ກົມໂທລະຄົມມະນາຄົມ, ກະຊວງ ປທສ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ (ກົມການນໍາເຂົ້າ ແລະ ສົ່ງອອກ) ໃນວັນທີ 12/01/2018.

ເນື່ອງຈາກຜ່ານມາໄດ້ມີການນຳເຂົ້າອຸປະກອນຈານຮັບດາວທຽມບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ເພື່ອປັບປຸງລະບົບການຄຸ້ມຄອງອຸປະກອນເຄື່ອງຮັບສັນຍານດາວທຽມທຸກຊະນິດ ໃຫ້ເຂົ້າສູ່ລະບົບຫຼັກການ, ຖືກຕ້ອງຕາມຄໍາສັ່ງແນະນໍາ ຂອງທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 24 ພະຈິກ 2017, ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດ, ແລະ ເພື່ອຮັບປະກັນສິດຜົນປະໂຫຍດ ຂອງຜູ້ຊົມໃຊ້ອຸປະກອນຮັບສັນຍານດາວທຽວທຸກຊະນິດ.

ຫ້ອງການກະຊວງ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ຈື່ງຂໍແຈ້ງມາຍັງ ບໍລິສັດ, ຫ້າງຮ້ານ, ຕົວແທນຈຳໜ່າຍ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນຂອບເຂດທົ່ວປະເທດ ທີ່ເຮັດທຸລະກິດດ້ານການນໍາເຂົ້າ, ຈຳໜ່າຍ ແລະ ບໍລິການຕິດຕັ້ງ ອຸປະກອນຈານຮັບດາວທຽມທຸກຊະນິດ ຢູ່ໃນ ສປປ ລາວ ໃຫ້ຢຸດຕິການນຳເຂົ້າ, ອຸປະກອນຈານດາວທຽມຂອງຕ່າງປະເທດໄວ້ຊົ່ວຄາວກ່ອນ ນັບແຕ່ວັນທີ 01 ກຸມພາ 2018 ເປັນຕົ້ນໄປ.

ສຳລັບຜູ້ປະກອບການທີ່ໄດ້ນຳເຂົ້າ ແລະ ຄອບຄອງອຸປະກອນດັ່ງກ່າວເພື່ອບໍລິການລູກຄ້າ ນັ້ນໃຫ້ມາແຈ້ງການດຳເນີນກິດຈະການຂອງຕົນເອງ ຢ່າງຮີບດ່ວນດັ່ງນີ້ :

1.  ສຳລັບຜູ້ປະກອບການຢູ່ນະຄອນຫຼວງ ໃຫ້ມາແຈ້ງນຳກະຊວງ ຖວທ, ກົມສື່ມວນຊົນ ພະແນກ ດາວທຽມ ຫຼື ພະແນກ ຖວທ ນະຄອນຫຼວງ.

2.  ຜູ້ປະກອບການນຳເຂົ້າ, ຈໍາໜ່າຍອຸປະກອນຮັບສັນຍານຈານດາວທຽມຢູ່ຕ່າງແຂວງໃຫ້ມາແຈ້ງນຳພະແນກ ຖວທ ແຂວງ.

ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.

ເຊັນແທນ ຫົວໜ້າຫ້ອງການ

(ເຊັນ ແລະ ປະທັບຕາ)
ບົວໄລ ພານຸວົງ

 

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຫ້າມນຳເຂົ້າອຸປະກອນຈານຮັບສັນຍານດາວທຽມຂອງຕ່າງປະເທດ ສິນຄ້າເກືອດຫ້າມ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຫ້າມນຳເຂົ້າຈານຮັບສັນຍານດາວທຽມຕາມແຈ້ງການເລກທີ 55/ຫກ, ລົງວັນທີ 01 ກຸມພາ 2018. ຜູ້ດຳເນີນທຸລະກິດ ຫຼື ຜູ້ຄອບຄອງຈານຮັບສັນຍານດາວທຽມຕ້ອງໄດ້ໄປແຈ້ງ ແລະ ລົງທະບຽນກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງແຂວງ/ນະຄອນຫຼວງ. ແຈ້ງການກ່ຽວກັບການຢຸດຕິການນຳເຂົ້າອຸປະກອນຈານດາວທຽມ ທຸກຊະນິດໄວ້ຊົ່ວຄາວ ສະບັບເລກທີ 55/ຫກ, ລົງວັນທີ 01 ກຸມພາ 2018 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?