ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍງານຈາກ ທ່ານ ວາລະໄຊ ເລັງສະຫັວດ, ຫົວໜ້າພະເເນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ ໄດ້ກ່າວວ່າ: “ປະຈຸບັນທົ່ວແຂວງ ມີຫົວໜ່ວຍທຸລະກິດທັງໝົດ 8.626 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 3.039,3 ຕື້ກີບ. ໃນນັ້ນ ລົງທຶນຫລາຍກວ່າໝູ່ແມ່ນຂະເເໜງບໍລິການ 3.785 ທະບຽນ, ມີທຶນ 1.220,9 ຕື້ກີບໃນຂະນະທີ່ການ ສົ່ງອອກ-ນຳເຂົ້າສິນຄ້າ ໃນ 1 ປີ ສາມາດສົ່ງອອກສິນຄ້າ ໄປຕ່າງປະເທດໄດ້ທັງໝົດ 30 ລ້ານກວ່າໂດລາສະຫະລັດ ທຽບໃສ່ແຜນການປີປະຕິບັດໄດ້ 85,83% ເຊິ່ງສິນຄ້າທີ່ສົ່ງອອກຫລາຍກວ່າໝູ່ ແມ່ນຜະລິດຕະພັນສິນຄ້າກະສິກຳ ແລະ ເຄື່ອງປ່າຂອງດົງ. ສ່ວນການນຳເຂົ້າສິນຄ້າ ຈາກຕ່າງປະເທດມີມູນຄ່າ 6 ລ້ານກວ່າໂດລາສະຫະລັດ ທຽບໃສ່ແຜນການປີປະຕິບັດ ໄດ້ 38,04% ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາຫລຸດລົງ 65,82%. ໃນນັ້ນສິນຄ້ານຳເຂົ້າສ່ວນໃຫຍ່ ແມ່ນເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງຮັບໃຊ້ການຜະລິດ”.    
         ສຳລັບທິດທາງປີ 2018 ແຂວງໄຊຍະບູລີ ຈະສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ບັນລຸ 32 ລ້ານກວ່າໂດລາສະຫະລັດ ແລະ ການຄຸ້ມຄອງນຳເຂົ້າສິນຄ້າ ໃຫ້ຢູ່ໃນລະດັບ 18 ລ້ານກວ່າໂດລາສະຫະລັດ ບໍ່ນັບການນໍາເຂົ້າຂອງໂຄງການເຂື່ອນໄຟຟ້າ. ນອກຈາກນີ້, ກໍຍັງຊ່ວຍຊຸກຍູ້ບັນດາເຈົ້າຂອງໂຮງງານ ແລະ ກິດຈະການຕ່າງໆທີ່ມີຢູຸ່ແລ້ວ ພາຍໃນແຂວງໃຫ້ຜະລິດໄດ້ຕາມຄາດໝາຍເຊັ່ນ: ເຮັດໃຫ້ ຍອດມູນຄ່າ ການຜະລິດໄດ້ 201,75 ຕື້ກີບ ແລະ ຍອດມູນຄ່າການຈຳໜ່າຍ ຜະລິດຕະພັນໃຫ້ໄດ້ 255,33 ຕື້ກີບ.

ທີ່ມາ: ສຳນັກຂ່າວສານປະເທດລາວ, ລົງວັນທີ 24 ມັງກອນ 2018

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?