ພາຍຫຼັງການຮັບຮອງແຜນດຳເນີນງານວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022 ຢ່າງເປັນທາງການໃນວັນທີ 25 ກັນຍາ 2017, ກົມການນຳເຂົ້າ ແລະ ສົ່ງອອກ ໃນນາມຫ້ອງການປະຈຳກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ (ກຂອຄ) ໄດ້ຈັດກອງປະຊຸມ ລິເລີ່ມການຈັດຕັ້ງປະຕິບັດແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017-2022 ຂຶ້ນ ໃນວັນທີ 29 ພະຈິກ 2017 ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າ ກຂອຄ, ເພື່ອປຶກສາຫາລືຮ່ວມກັບຂະແໜງການ ແລະ ພາກທຸລະກິດ ທີ່ເປັນສະມາຊິກ ກຂອຄ ກ່ຽວກັບ ການສ້າງກົນໄກການຈັດຕັ້ງປະຕິບັດແຜນດຳເນີນວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022 ໂດຍສະເພາະການປັບປຸງການປະສານງານລະຫວ່າງກົມກອງທີ່ກ່ຽວຂ້ອງໃນຂັ້ນສູນກາງ ແລະ ທ້ອງຖິ່ນ  ທີ່ຖືເປັນວຽກບູລິມະສິດສຳຄັນໃນການຂັບເຄື່ອນການຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວ.
ແຜນດຳເນີນງານດັ່ງກ່າວ ໄດ້ວາງເປົ້າໝາຍປັບປຸງ ຂັ້ນຕອນການຄ້າ ແລະ ພາສີໃຫ້ມີຄວາມກະທັດຮັດ, ງ່າຍດາຍ, ຫຼຸດຂັ້ນຂອດ, ແລະ ປັບປຸງການໃຫ້ບໍລິການ ເພື່ອຫຼຸດຜ່ອນເວລາທີ່ໃຊ້ໃນການນຳເຂົ້າ ແລະ ສົ່ງອອກ ໃຫ້ໄດ້ຢ່າງຕໍ່າ 50% ແລະ ຕົ້ນທຶນທີ່ໃຊ້ໃນການນຳເຂົ້າ ແລະ ສົ່ງອອກ ຢ່າງຕໍ່າ 30% ໃຫ້ຢູ່ໃນລະດັບໃກ້ຄຽງກັບປະເທດເພື່ອນບ້ານ ເພື່ອສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມທັງວາງ ເປົ້າໝາຍປັບປຸງ ລຳດັບຕົວຊີ້ວັດການຄ້າຂ້າມແດນຂອງ ສປປ ລາວ ພາຍໃຕ້ການຈັດລຳດັບຄວາມງ່າຍດາຍໃນການດຳເນີນທຸລະກິດຂອງທະນາຄານໂລກ ໃຫ້ຢູ່ໃນລະດັບສອງຕົວເລກ ຫຼື ຕໍ່າກວ່າ 100. ແຜນດຳເນີນງານວຽກງານ ອຄ ດັ່ງກ່າວ ໄດ້ ກຳນົດ 7 ມາດຕະການຍຸດທະສາດສຳຄັນ ເຊັ່ນ: ປັບປຸງກົນໄກການຈັດຕັ້ງວຽກງານອຳນວຍຄວາມສະດວກຢູ່ຂະແໜງການກ່ຽວຂ້ອງ, ການສ້າງກົນໄກການຈັດຕັ້ງຂັ້ນທ້ອງຖິ່ນ, ປັບປຸງການຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ຍົກສູງການເຊື່ອມໂຍງກັບພາກພື້ນ-ສາກົນ ແລະ ຮ່ວມມືກັບປະເທດທີ່ມີຊາຍແດນຕິດຈອດກັນ, ເພີ່ມທະວີການປະສານງານກັບພາກທຸລະກິດ, ສ້າງ ແລະ ເຜີຍແຜ່ຂັ້ນຕອນການໃຫ້ບໍລິການທີ່ຕິດພັນກັບຂັ້ນຕອນການນຳເຂົ້າ-ສົ່ງອອກ ແລະ ການສ້າງລະບົບແຈ້ງພາສີທີ່ທັນສະໄໝ, ດຳເນີນການທົບທວນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ແລະ ຈັດຕັ້ງປະຕິບັດສັນຍາການອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກຢ່າງເຕັມສ່ວນ.
ຜົນສຳເລັດການຈັດຕັ້ງປະຕິບັດ ແຜນດຳເນີນງານດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດໃນ ສປປ ລາວ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດລາວໃນຕະຫຼາດພາກພື້ນ ແລະ ສາກົນ. ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານກອງປະຊຸມ ໄດ້ກ່າວວ່າ “ການຈັດຕັ້ງປະຕິບັດແຜນດຳເນີນງານ ວຽກງານ ອຄ ເປັນສ່ວນໜຶ່ງໃນການສະໜັບສະໜູນການປັບປຸງ 3 ຕົວຊີ້ວັດທີ່ສຳຄັນເຊັ່ນ: ການຂົນສົ່ງພາຍໃນ, ການດຳເນີນເອກະສານ, ແລະ ການຄ້າຂ້າມແດນ ຂອງ ສປປ ລາວ. ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ  ໄດ້ສ້າງໂອກາດທາງດ້ານການຄ້າຢ່າງຫຼວງຫຼາຍໃຫ້ແກ່ພາກທຸລະກິດລາວ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ຍັງພົບກັບສິ່ງກີດຂວາງຫຼາຍຢ່າງ ເຊັ່ນ: ຂັ້ນຂອດການດຳເນີນເອກະສານ ແລະ ຄ່າໃຊ້ຈ່າຍທາງດ້ານການຄ້າທີ່ບໍ່ຈຳເປັນ ຊຶ່ງຂໍ້ຈຳກັດດັ່ງກ່າວຫຼຸດຜ່ອນຄວາມສາມາດໃນການແຂ່ງຂັນຂອງທຸລະກິດລາວໃນຕະຫຼາດສາກົນ.”
ພາຍຫຼັງການປຶກສາຫາລື, ກອງປະຊຸມດັ່ງກ່າວ ໄດ້ຕົກລົງເຫັນດີ ສ້າງຕັ້ງໜ່ວຍງານຈັດຕັ້ງປະຕິບັດແຜນດຳເນີນງານວຽກງານ ອຄ ຂັ້ນກົມ ໂດຍມອບໝາຍໃຫ້ຂະແໜງການທີ່ກ່ຽວຂ້ອງ ແຕ່ງຕັ້ງພະແນກພາຍໃນຂະແໜງການຂອງຕົນເປັນຈຸດປະສານງານຫຼັກ ໃນການປະສານງານຜັນຂະຫຍາຍຈັດຕັ້ງປະຕິບັດແຜນດໍາເນີນງານວຽກງານ ອຄ. ພ້ອມນັ້ນ, ກອງປະຊຸມໄດ້ເນັ້ນໜັກຄວາມສຳຄັນໃນການກຳນົດພາລະບົດບາດຂອງໜ່ວຍງານຈັດຕັ້ງປະຕິບັດແຜນດຳເນີນງານວຽກງານ ອຄ ຂັ້ນກົມໃຫ້ມີຄວາມຮັດກຸມ ແລະ ຊັດເຈນ ເພື່ອຮັບປະກັນປະສິດທິຜົນໃນການດຳເນີນງານ ຂອງໜ່ວຍງານດັ່ງກ່າວ.
ສະນັ້ນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນດຳເນີນງານ ວຽກງານ ອຄ ໃນຂັ້ນກົມ, ຈຳເປັນຕ້ອງມີການປຶກສາຫາລືລາຍລະອຽດການສ້າງແຜນວຽກ ແລະ ການຈັດຕັ້ງປະຕິບັດມາດຕະການຍຸດທະສາດທີ່ກຳນົດໃນແຜນດຳເນີນງານ ພາຍຫຼັງສຳເລັດການແຕ່ງຕັ້ງ ໜ່ວຍງານການຈັດຕັ້ງປະຕິບັດແຜນດຳເນີນງານ. ພ້ອມທັງ ປຶກສາຫາລືທິດທາງໃນການສ້າງຈຸດປະສານງານຂັ້ນທ້ອງຖິ່ນ ເພື່ອຮັບປະກັນການປະສານງານລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວ ໃຫ້ໄປໃນທິດທາງດຽວກັນ ເພື່ອຫຼີກລ່ຽງ ການຊີ້ນຳທີ່ມີຄວາມຊໍ້າຊ້ອນ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນມີຄວາມສັບສົນ. 

ຮຽບຮຽບໂດຍ: ກົມການນໍາເຂົ້າ ແລະ ສົ່ງອອກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?