ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກ ດໍາລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ການຕິດຕາມກວດກາ ການເຄື່ອນໄຫວວຽກງານຢາປາບສັດຕູພືດ ເພື່ອຮັບປະກັນຄຸນນະພາບ, ປະສິດຕິພາບ ແລະ ຄວາມປອດໄພຂອງຢາປາບສັດຕູພືດ ຕໍ່ ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແນໃສ່ເຮັດໃຫ້ ການຜະລິດກະສິກໍາ ແລະ ປ່າໄມ້ ໄປຕາມທິດກະສິກໍາ ສະອາດ ສີຂຽວ ຍືນຍົງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ດໍາລັດສະບັນນີ້ ໄດ້ກໍານົດເງື່ອນໄຂຂອງຜູ້ປະກອບການທີ່ນໍາເຂົ້າ-ສົ່ງອອກ, ສົ່ງຜ່ານ ຢາປາບສັດຕູພືດ ດັ່ງນີ້:

-      ການນໍາເຂົ້າ:

1.   ຮັບປະກັນ ການຫຸ້ມຫໍ່, ຕິດສະຫຼາກ ແລະ ຂົນສົ່ງຢາປາບສັດຕູພືດໃຫ້ມີຄວາມປອດໄພ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 25, 26 ແລະ 32 ຂອງດໍາລັດສະບັບນີ້;

2.   ຮັບປະກັນຄຸນນະພາບ ຂອງຢາປາບສັດຕູພືດທີ່ນໍາເຂົ້າ;

3.   ນໍາເຂົ້າຕາມດ່ານ ທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຢາປາບສັດຕູພືດຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;

4.   ມີການເກັບຮັກສາ ແລະ ມີໄວ້ໃນຄອບຄອງ ຖືກຕ້ອງຕາມເຕັກນິກ ທີ່ໄດ້ກໍານົດໄວ້ໃນມາດຕາ 33 ຂອງດໍາລັດສະບັບນີ້;

5.   ປະຕິບັດຕາມຂັ້ນຕອນ, ເງື່ອນໄຂ ແລະ ມາດຕະຖານ ຂອງກະຊວງກະສິກໍາ ແລະ ປ່າໄມ້ ກໍານົດໄວ້ແຕ່ລະໄລຍະ.

-      ການສົ່ງອອກ:

ຢາປາບສັດຕູພືດ ທີ່ຈະສົ່ງອອກ ຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງວຽກງານຢາປາບສັດຕູພືດ ແລະ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ, ລະບຽບການ ແລະ ເງື່ອນໄຂຂອງປະເທດນໍາເຂົ້າ ແລະ ສົ່ງຜ່ານ.

-      ການສົ່ງຜ່ານ:

ການຂົນສົ່ງຢາປາບສັດຕູພືດ ຜ່ານ ສປປ ລາວ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານຢາປາບສັດຕູພືດຢ່າງໜ້ອຍສາມສິບວັນ ກ່ອນການສົ່ງຜ່ານ ແລະ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

1.   ຮັບປະກັນຄວາມປອດໄພໃນການຂົນສົ່ງ, ບໍ່ໃຫ້ພາຊະນະບັນຈຸຮົ່ວຊຶມ ຫຼື ການແຜ່ກະຈາຍຂອງຢາປາບສັດຕູພືດ;

2.   ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.

ດໍາລັດສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແຕ່ວັນທີ 24 ສິງຫາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?