ການຝຶກອົບຮົມ ໃນຫົວຂໍ້ “ວຽກງານການຄຸ້ມຄອງການຄ້າ ແລະ ການສົ່ງອອກສິນຄ້າທີ່ສາມາດນຳໃຊ້ໄດ້ສອງທາງ” ຫຼື “Export Control on Dual Use Goods” ໄດ້ຈັດຂື້ນ ໃນລະຫວ່າງວັນທີ 11-14 ກໍລະກົດ 2017, ທີ່ໂຮງແຮມແລນມາກ ໂດຍກົມການນຳເຂົ້າ ແລະ ສົ່ງອອກ ຮ່ວມກັບໂຄງການ EU CBRN CoE Project 47. ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານກ່າວເປີດໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ແລະ ການເຂົ້າຮ່ວມເປີດງານຂອງ ທ່ານ Koen Everaert, ຜູ້ຕາງໜ້າຫ້ອງການສະພາບເອີຣົບ ປະຈໍາລາວ. ມີນັກສຳມະນາກອນທີ່ມາຈາກໜ່ວຍງານຄຸ້ມຄອງວຽກງານນຳເຂົ້າ-ສົ່ງອອກຂອງຂະແໜງການກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 20 ທ່ານ.

EU

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ວຽກງານການຄຸ້ມຄອງການຄ້າ ແລະ ການສົ່ງອອກສິນຄ້າ ທີ່ມີຄວາມສ່ຽງ ແລະ ສາມາດນຳໃຊ້ໄດ້ສອງດ້ານ ເຊັ່ນ: ສານເຄມີ, ແຮ່ທາດບາງປະເພດທີ່ສາມາດປ່ອຍກຳມັນຕະພາບລັງສີ ແລະ ອື່ນໆ ເຊິ່ງເປັນສິນຄ້າທີ່ສາມາດນຳໃຊ້ເພື່ອໄປພັດທະນາເປັນອາວຸດທຳລາຍລ້າງໄດ້ ໃຫ້ບັນດາພະນັກງານລັດທີ່ເປັນຜູ້ຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ, ໂດຍສະເພາະ ຂົງເຂດການຄ້າຜ່ານແດນ (Transit) ແລະ ການຂົນສົ່ງສິນຄ້າທີ່ມີການຄ່ຽນຖ່າຍພາຫະນະ (Transshipment) ຖືວ່າຍັງເປັນສິ່ງທ້າທາຍ ແລະ ມີຄວາມຈໍາເປັນຕ້ອງໄດ້ມີການຄຸ້ມຄອງການຄ້າ ແລະ ການສົ່ງອອກສິນຄ້າທີ່ສາມາດນໍາໃຊ້ໄດ້ສອງທາງ ເພື່ອປ້ອງກັນການສວຍໃຊ້ໂອກາດທີ່ ສປປ ລາວ ມີຊາຍແດນຕິດຈອດກັບຫຼາຍປະເທດ ເພື່ອນໍາເຂົ້າ-ສົ່ງອອກ, ສົ່ງຜ່ານແດນ, ແລະ ຄ່ຽນຖ່າຍ ສິນຄ້າທີ່ນຳໃຊ້ໄດ້ສອງທາງເຂົ້າໃນການຜະລິດເປັນສິນຄ້າທີ່ເປັນອັນຕະລາຍ. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ເປັນຜົນມາຈາກກອງປະຊຸມປຶກສາຫາລື ເພື່ອກໍານົດແຜນການຈັດຝຶກອົບຮົມໃຫ້ບັນດາໜ່ວຍງານພາກລັດ ກ່ຽວກັບ ວຽກງານ Export Control ໃນຫົວຂໍ້ “Legal Training on Strategic Goods” ໃນຄັ້ງວັນທີ 24-25 ພຶດສະພາ 2017.

ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຄວາມຮູ້ ແລະ ເຂົ້າໃຈ ກ່ຽວກັບ ວຽກງານດັ່ງກ່າວຢ່າງເລິກເຊິ່ງ ຜ່ານການຮັບຟັງການບັນຍາຍ ແລະ ຖ່າຍທອດບົດຮຽນຈາກຜູ້ຊ່ຽວຊານໃນຂົງເຂດທີ່ກ່ຽວຂ້ອງໂດຍກົງ ຂອງສະຫະພາບເອີຣົບ. ພ້ອມທັງໄດ້ເຮັດກິດຈະກໍາຝຶກຫັດທັກສະຂອງຕົນໃນການຄຸ້ມຄອງວຽກງານດັ່ງກ່າວ ແລະ ສະຫນັບສະຫນູນ ເຂົ້າໃນການຮັບຮອງເອົາບັນດາກົດໝາຍ ຫຼື ນິຕິກຳ ເພື່ອນໍາໃຊ້ເຂົ້າໃນການຄວບຄຸມສິນຄ້າດັ່ງກ່າວ ຢ່າງຮັດກຸມ ເຊັ່ນ: ລາຍການສິນຄ້າເກືອດຫ້າມສົ່ງອອກ, ກົດໝາຍເຄມີ ແລະ ນິຕິກຳອື່ນໆ ໃນອະນາຄົດ.

ແຫຼ່ງຂໍ້ມູນ: ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?