ສາທາລະນະ ລັດ ປະຊາທິປະ ໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະ ໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງີນ
ກົມພາສີ       ເລກທີ 00302/ກພສ
ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2017

 

ແຈ້ງການແນະນຳ

ເຖິງ : ບັນດາດ່ານພາສີສາກົນ, ກອງກວດກາພາສີແຂວງ, ນະຄອນຫຼວງວຽງຈັນໃນທົ່ວປະເທດ.

ເລື່ອງ: ການຄຸ້ມຄອງການນຳເຂົ້ານໍ້າມັນກາດຍົນ ຮັບໃຊ້ສາຍການບິນຕ່າງປະເທດຢູ່ບັນດາດ່ານສະໜາມບິນສາກົນ ໃນທົ່ວປະເທດ.

  • ອີງຕາມ ກົດໝາຍວ່າດ້ວຍພາສີສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍພາສີສະບັບປັບປຸງໃໝ່ບາງມາດຕາເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.
  • ອີງຕາມ ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງີນ ສະບັບເລກທີ 1765/ກງ, ລົງວັນທີ 03 ມິຖຸນາ 2015, ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກົມພາສີ.

 ເພື່ອຮັບປະກັນໃນການຄຸ້ມຄອງການນໍາເຂົ້ານໍ້າມັນກາດຍົນ ຮັບໃຊ້ສາຍການບິນຕ່າງປະເທດຢູ່ບັນດາດ່ານສະ     ໜາມບິນສາກົນ ໃຫ້ສອດຄ່ອງ, ຖືກຕ້ອງຕາມກົດໝາຍ, ລະບຽບການຕ່າງໆທີ່ກຳນົດໄວ້, ສ່ອງຄ່ອງຕາມຫຼັກການສາກົນ ແລະ ໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ.

ກົມພາສີ ອອກແຈ້ງການແນະນຳດັ່ງນີ້:

1.    ການນໍາເຂົ້ານໍ້າມັນກາດຍົນຮັບໃຊ້ສາຍການບິນຕ່າງປະເທດ ໝາຍເຖິງ ການນໍາເຂົ້າຊົ່ວຄາວໃນໄລຍະໃດໜື່ງ ເພື່ອຈໍາໜ່າຍໃຫ້ສາຍການບິນຕາມສັນຍາ, ເຊີ່ງຈະຖືກງົດເກັບພາສີ-ອາກອນເປັນການຊົ່ວຄາວ ບໍ່ໃຫ້ເກີນກໍານົດເວລາ 3 ເດືອນ ແລະ ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການ.

2.    ຜູ້ປະກອບການຕ້ອງສ້າງແຜນນໍາເຂົ້າປະຈໍາປີ ຕາມຄວາມຕ້ອງການນໍາໃຊ້ຕົວຈິງ, ຕາມສັນຍາຊື້-ຂາຍ, ຕາມການຄິດໄລ່ບໍລິມາດນໍາໃຊ້ຂອງຂະແໜງການທີ່ກ່ຽວຂ້ອງ ແລ້ວນໍາສະເໜີຂໍອະນຸມັດນະໂຍບາຍງົດເກັບພາສີ-ອາກອນ ຕາມລະບຽບການ.

3.    ແນະນໍາປະກອບເອກະສານໃບແຈ້ງພາສີເປັນລາຍລະອຽດ (IM5) ແລະ ໃບແຈ້ງພາສີ (EX3) ຊໍາລະສະສາງລະບອບນໍາເຂົ້າຊົ່ວຄາວ ດ້ວຍການງົດເກັບພາສີ-ອາກອນ.

-       ສໍາລັບດ່ານພາສີສາກົນສະໜາມບິນ ທີ່ມີລະບົບແຈ້ງພາສີ ແບບເອເລັກໂຕຼນິກ (ASYCUDA) ແມ່ນໃຫ້ດໍາເນີນການປະກອບແຈ້ງພາສີ (IM5) ນໍາເຂົ້າຊົ່ວຄາວ ຢູ່ຕາມບ່ອນນໍາເຂົ້າ ແລະ ປະກອບໃບແຈ້ງພາສີ (EX3) ສົ່ງອອກຄືນຢູ່ບ່ອນດ່ານສົ່ງອອກ.

-       ສໍາລັບດ່ານພາສີສາກົນສະໜາມບິນ ທີ່ຍັງບໍ່ທັນໄດ້ນໍາໃຊ້ລະບົບແຈ້ງພາສີ ແບບເອເລັກໂຕຼນິກ (ASYCUDA) ແມ່ນໃຫ້ປະກອບໃບແຈ້ງພາສີເປັນລາຍລະອຽດ (IM5) ແລະ (EX3) ຢູ່ບ່ອນດ່ານນໍາເຂົ້າ, ໂດຍມອບໃຫ້ດ່ານສະໜາມບິນ ສະຫຼຸບລວມບັນຊີຕາມໃບບິນຈ່າຍນໍ້າມັນກາດຍົນອອກຈາກສາງຕົວຈິງໃນແຕ່ລະຄັ້ງ ແລ້ວນໍາສົ່ງໃຫ້ດ່ານບ່ອນນໍາເຂົ້າເປັນຜູ້ປະກອບໃບແຈ້ງພາສີ (EX3) ຊໍາລະສະສາງຕາມລະບຽບການ.

4.    ໃຫ້ເຈົ້າໜ້າທີ່ພາສີ ເອົາໃຈໃສ່ຄຸ້ມຄອງ, ກວດກາການນໍາເຂົ້ານໍ້າມັນກາດຍົນຕາມການອະນຸຍາດນໍາເຂົ້າຈາກຂະແໜງການທີ່ກ່ຽວຂ້ອງແຕ່ລະຄັ້ງ, ຕ້ອງມີເອກະສານການນໍາເຂົ້າເປັ້ນຕົ້ນ: ເອກະສານຂົນສົ່ງ, ໃບອິນວອຍ, ໃບຢັ້ງຢືນບໍລິມາດຕິດສັ່ງນໍ້າໜັກ, ໃບແຈ້ງພາສີຂາອອກຂອງປະເທດສົ່ງອອກ ຫຼື ເອກະສານອື່ນທີ່ກ່ຽວຂ້ອງ.

5.    ກ່ອນການອະນຸຍາດນໍ້າມັນກາດຍົນອອກຈາກດ່ານ ຕ້ອງປະສານສົມທົບລະຫວ່າງ ເຈົ້າໜ້າທີ່ພາສີຕົ້ນທາງ-ປາຍທາງ, ກອງກວດກາພາສີແຂວງ ແລະ ນະຄອນຫຼວງ ໃນການຄຸ້ມຄອງ, ຕິດຕາມການເຄື່ອນຍ້າຍເຂົ້າໃນລະບົບສາງນໍ້າມັນເຊື້ອໄຟ ທີ່ລັດຖະການພາສີ ກໍານົດ.

6.    ລະບົບສາງເກັບມ້ຽນນໍ້າມັນກາດຍົນຮັບໃຊ້ສາຍການບິນຕ່າງປະເທດຕ້ອງມີລະບົບສາງເກັບມ້ຽນສະເພາະ.

7.    ການຄຸ້ມຄອງ, ຕິດຕາມ, ກວດກາ, ການນໍາເຂົ້າ-ຈ່າຍອອກຈາກລະບົບສາງນໍ້າມັນກາດຍົນຮັບໃຊ້ສາຍການບິນຕ່າງປະເທດ ເຈົ້າໜ້າທີ່ພາສີປະຈໍາສະໜາມບິນສາກົນ ແລະ ພະນັກງານສາງ ຕ້ອງເຊັນຮັບຮູ້ ແລະ ເຊັນຢັ້ງຢືນເປັນລາຍລັກອັກສອນໃສ່ໃບບິນຈ່າຍນໍ້າມັນກາດຍົນອອກຈາກສາງໃນແຕ່ລະຄັ້ງ.

8.    ມອບໃຫ້ບັນດາດ່ານພາສີສາກົນ, ໂດຍສະເພາະດ່ານສະຜໜາມບິນສາກົນ, ກອງກວດກາພາສີແຂວງ ແລະ ນະ ຄອນຫຼວງວຽງຈັນ ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສະຫຼຸບສັງລວມເປັນປະຈໍາອາທິດ, ເດືອນ, ງວດ ແລະ ປີ ຮ່ວມກັບພາກສ່ວນກ່ຽວຂ້ອງ ແລະ ລາຍງານກົມພາສີ (ພະແນກຄຸ້ມຄອງການຍົກເວັ້ນ ແລະ ງົດເກັບພາສີ) ຢ່າງເປັນທາງການ.

9.    ແຈ້ງການແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

( ເຊັນ ແລະ ປະທັບກາ )

ບຸນປະເສີດ ສີກຸນລະບຸດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?