ໃນວັນທີ 15 ມິຖຸນາ 2017 ທີ່ ນະຄອນຫຼວງວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຫ້ອງການປະຈໍາກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ໜ່ວຍງານມາດຕະການທາງການຄ້າທີ່ບໍ່ແມ່ນພາສີ (NTMs) ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ກ່ຽວກັບ ການຄັດເລືອກລາຍການສິນຄ້າໃນຂະແໜງມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອນຳມາປະເມີນຜົນກະທົບດ້ານລະບຽບການ (RIA) ໂດຍການເປັນປະທານຂອງ ທ່ານ ເຂັມເດັດ ສີຫາວົງ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດນຳເຂົ້າ-ສົ່ງອອກນ້ຳມັນເຊື້ອໄຟ ທັງໝົດ 35 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອນຳສະເໜີລາຍການສິນຄ້າ ທີ່ກົມມາດຕະຖານ ແລະ ວັດແທກ ໄດ້ຄັດເລືອກມາເຮັດການປະເມີນ RIA ເພື່ອໃຫ້ພາກທຸລະກິດໄດ້ມີຄວາມເປັນເອກະພາບ. ນອກນັ້ນ, ກໍຍັງເປັນເວທີຮັບຟັງຄໍາຄິດເຫັນຂອງພາກທຸລະກິດ ເພື່ອຊອກຮູ້ບັນຫາຫຍຸ້ງຍາກໃນການຈັດຕັ້ງປະຕິບັດມາດຕະການຄຸນນະພາບນ້ຳມັນເຊື້ອໄຟ ທີ່ນຳເຂົ້າຈາກຕ່າງປະເທດ.

ກົມການນໍາເຂົ້າ ແລະ ສົ່ງອອກ ກໍຄືຫ້ອງການປະຈຳໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ໄດ້ລິເລີ່ມເປັນເຈົ້າການໃນການເຮັດບົດປະເມີນ RIA ຕໍ່ກັບມາດຕະການອະນຸຍາດນຳເຂົ້າ ຍານພາຫະນະ ແລະ ນ້ຳມັນເຊື້ອໄຟ ເຊິ່ງເປັນສິນຄ້າທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເປັນຕົວແທນໃຫ້ແກ່ຂະແໜງການອື່ນໆດຳເນີນການເຮັດການປະເມີນ RIA. ໃນຕໍ່ໜ້າ, ມາດຕະການຂອງ 04 ຂະແໜງການໄດ້ຖືກຄັດເລືອກໃຫ້ມາເຮັດການປະເມີນການປະເມີນ RIA ຄື: ຂະແໜງປູກຝັງ, ຂະແໜງລ້ຽງສັດ, ຂະແໜງມາດຕະຖານ ແລະ ວັດແທກ, ແລະ ຂະແໜງສາທາລະນະສຸກ. ຜ່ານມາ, ກອງປະຊຸມປຶກສາຫາລື ກັບ ພາກທຸລະກິດ ໃນຂະແໜງປູກຝັງ ແລະ  ຂະແໜງລ້ຽງສັດ ແລະ ການປະມົງ ໄດ້ຖືກຈັດຂຶ້ນ ແລະ ໄດ້ເປັນເອກະພາບເລືອກເອົາບາງລາຍການສິນຄ້າ ເຊັ່ນ: ແນວພັນພືດ, ຝຸ່ນ (ປຸ໋ຍ), ແລະ ຢາປາບສັດຕູພືດ ເປັນຕົ້ນ. ກອງປະຊຸມໃນຄັ້ງນີ້ ໄດ້ປຶກສາຫາລືກັບທຸລະກິດນຳກົມນ້ຳມັນເຊື້ອໄຟຈຳນວນໜຶ່ງ ເພື່ອຮັບຮອງເອົາມາດຕະການທົດສອບຄຸນນະພາບນໍ້າມັນເຊື້ອໄຟ ເພື່ອມາເຮັດ RIA ໃນບາດກ້າວຕໍ່ໄປ.

ພ້ອມນັ້ນ, ພາກທຸລະກິດຍັງໄດ້ແຈ້ງໃຫ້ກອງປະຊຸມຊາບເຖິງບັນດາສິ່ງທ້າທາຍຈາກການຈັດຕັ້ງປະຕິບັດວຽກງານທົດສອບຄຸນນະພາບນ້ໍາມັນເຊື້ອໄຟເຂົ້າເກືອບໜຶ່ງປີ (ເລິ່ມແຕ່ວັນທີ 1 ສິງຫາ 2016) ທີ່ຂະແໜງມາດຕະຖານ ແລະ ວັດແທກ ຕ້ອງພິຈາລະນາປັບປຸງ. ສຳລັບບາດກ້າວຕໍ່ໄປ, ພາກລັດທີ່ກ່ຽວຂ້ອງໂດຍສະເພາະແມ່ນກົມມາດຕະຖານ ແລະ ວັດແທກ ຈະໄດ້ສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ດຳເນີນການກະກຽມປະເມີນຜົນກະທົບດ້ານລະບຽບການ ຕໍ່ມາດຕະການດັ່ງກ່າວ  ເພື່ອແນໃສ່ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?