ຄະນະຊີ້ນຳການປະມູນຂາຍໄມ້ຢຶດຂັ້ນແຂວງ ແຂວງຄຳມ່ວນ ແຈ້ງເຖິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳປະຈຳແຂວງຄຳມ່ວນ, ສະມາຄົມໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ້ໄມ້ສຳເລັດຮູບທົ່ວປະເທດ, ຜູ້ອຳນວຍການ ໂຮງງານປຸງແຕ່ງໄມ້ ແລະ ເຟີນິເຈີ້ໄມ້ສຳເລັດຮູບ ທົ່ວປະເທດ ເພື່ອເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງແຂວງຄຳມ່ວນ ຈຳນວນທັງໝົດ 1,521,196 ແມັດກ້ອນ, ນ້ຳໜັກ 70,033 ກິໂລ.

ສຳລັບເງື່ອນໄຂ ຂອງຜູ້ເຂົ້າຮ່ວມການປະມູນມີດັ່ງນີ້:

-       ຕ້ອງເປັນໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ໄດ້ຜ່ານການດັດສົມຕາມມາດຕະຖານອາຄານໂຮງງານ ຕາມຂໍ້ຕົກລົງ ສະບັບເລກທີ 0719/ອຄ, ລົງວັນທີ 03 ເມສາ 2009 ແລະ ເປັນສະມາຊິກ ຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ຫຼື ແຂວງຄຳມ່ວນ.

-       ມີໃບທະບຽນວິສາຫະກິດ, ໃບທະບຽນອາກອນ, ໃບອະນຸຍາດດຳເນີນກິດຈະການດ້ານທຸລະກິດໄມ້ ແລະ ໃບອະນຸຍາດອື່ນໆ ຖືກຕ້ອງຕາມລະບຽບຫຼັກການ ແລະ ຕ້ອງເປັນໂຮງງານໄມ້ ທີ່ບໍ່ເຄີຍກະທຳຜິດດ້ານທຸລະກິດໄມ້, ບໍ່ມີໜີ້ສິນຄ້າງຊຳລະຄ່າພັນທະໄມ້ກັບພາກລັດ.

-       ວ່າດ້ວຍຖານະການເງິນຂອງໂຮງງານໄມ້ ເພື່ອເຂົ້າຮ່ວມການປະມູນຊື້ໄມ້ໄມ້ຍຶດ ຕ້ອງເປັນແຊັກເງິນສົດ ທີ່ຂຽນເນື້ອໃນກ່ຽວກັບການປະມູນຊື້ໄມ້ຍຶດທີ່ໄດ້ກຳນົດໄວ້ (ລາຄາຊື້ສະເໜີໄມ້ຍຶດຂອງໂຮງງານ) ໂດຍໄດ້ຮັບການເຊັັນຢັ້ງຢືນຈາກທະນາຄານກ່ຽວຂ້ອງ ວ່າມີມູນຄ່າເງິນແທ້ຈິງ ແລະ ສາມາດຖອນເງິນໄດ້ທັນທີ.

ໃນການເຂົ້າຮ່ວມການປະມູນຊື້ໄມ້ ຜູ້ເຂົ້າປະມູນຕ້ອງສົ່ງຊອງປະມູນມາຍັງຄະນະກຳມະການປະມູນຊື້ຂາຍໄມ້ຂັ້ນແຂວງ ຈຳນວນ 02 ຊອງ ຄື: ຊອງເງື່ອນໄຂຂອງໂຮງງານທີ່ເຂົ້າຮ່ວມປະມູນ (ເອກະສານຕ່າງໆຂອງໂຮງງານໄມ້) ແລະ ຊອງໃສ່ລາຄາປະມູນຊື້ໄມ້ຂອງທາງໂຮງງານ.

ຜູ້ທີ່ມີເງື່ອນໄຂ ສາມາດຕິດຕໍ່ຊື້ຊອງປະມູນໄດ້ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ (ຂະແໜງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ) ຫຼື ຂັ້ນສູນກາງ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ໂທ 021 412 008 ຫຼື ໂທ 5549 9071 ໃນລາຄາຊອງລະ 1,000,000 ກີບ,ເລິ່ມແຕ່ວັນທີ 20 ເມສາ - 04 ພຶດສະພາ 2017. ເປີດຊອງປະມູນໄມ້ ເວລາ 9:30 ຂອງວັນທີ 05 ພຶດສະພາ 2017 ທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ.

ເບິ່ງແຈ້ງການລະອຽດ ແລະ ບັນຊີໄມ້: ກົດທີ່ນີ້

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?