ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ 0535/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 10 ເມສາ 2017

ຄໍາສັ່ງ
ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ
ວ່າດ້ວຍການຢຸດຕິການອອກໃບອະນຸຍາດນຳເຂົ້າຊິ້ສ່ວນຍານພາຫະນະ, ນ້ຳມັນດິບ ແລະ ນ້ຳມັນເຄິ່ງສຳເລັດຮູບ ເພື່ອມາປະກອບ, ກັ່ນຕອງ ຫຼື ລິດ ຢູ່ໂຮງງາ

ເຖິງ: - ຫ້ອງການ, ບັນດາກົມ ແລະ ສະຖາບັນ ພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ.
       - ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງວຽງຈັນ.
       - ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

- ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 522/ນຍ, ລົງວັນທີ 23 ທັນວາ 2011.
 - ອີງຕາມ ດຳລັດ ເລກທີ 180/ນຍ, ລົງວັນທີ 07 ກໍລະກົດ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດ ນຳເຂົ້າສິນຄ້າ.
- ອີງຕາມ ການສະເໜີຂອງກົມການນໍາເຂົ້າ ແລະ ສົ່ງອອກ ເລກທີ 1157/ກຂອ.ພອຄ, ລົງວັນທີ 17 ມີນາ 2017.

    ເພື່ອເປັນການຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າສິ້ນເປືອງ ທີ່ບໍ່ຈໍາເປັນໃນການຂໍອະນຸຍາດນຳເຂົ້າຊິ້ນສ່ວນຍານພາຫະນະ, ນ້ຳມັນດິບ ແລະ ນ້ຳມັນເຄິ່ງສຳເລັດຮູບ ເພື່ອມາປະກອບ, ກັ່ນຕອງ ຫຼື ຜະລິດ ຢູ່ໂຮງງານ.

    ເພື່ອສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ຢູ່ ສປປ ລາວ ດ້ວຍການປັບປຸງຂັ້ນຂອດການບໍລິຫານຂອງພາກລັດໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄໍາສັ່ງ:

1.  ໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ຢຸດຕິການອອກໃບອະນຸຍາດນໍາເຂົ້າຊິ້ນສ່ວນຍານພາຫະນະ, ນ້ຳມັນດິບ ແລະ ນ້ຳມັນເຄິ່ງສຳເລັດຮູບ ເພື່ອມາປະກອບ, ກັ່ນຕອງ ຫຼື ຜະລິດ ຢູ່ໂຮງງານ;

2.  ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ເປັນຜູ້ຄົ້ນຄວ້າທາງດ້ານວິຊາການ ແລະ ອອກໃບຢັ້ງຢືນການນໍາເຂົ້າ ພຽງຂັ້ນຕອນດຽວເທົ່ານັ້ນ. ໃບຢັ້ງຢືນການນໍາເຂົ້າ ແມ່ນນໍາໃຊ້ແທນໃບອະນຸຍາດນໍາເຂົ້າ;

3.  ໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ປະສານສົມທົບ ກັບ ກົມພາສີ, ກະຊວງການເງິນ ເພື່ອຊ່ວຍແຈ້ງເຖິງເຈົ້າໜ້າທີ່ພາສີປະຈໍາດ່ານ ຮັບຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້ ໃຫ້ໄດ້ຮັບໝາກຜົນສູງ;

4.  ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ກົມການນຳເຂົ້າ ແລະ ສົ່ງອອກ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ທັງພາກລັດ ແລະ ພາກທຸລະກິດ ຮັບຊາບ ຢ່າງທົ່ວເຖິງ;

5.  ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ເກັບກຳສະຖິຕິການນໍາເຂົ້າຊິ້ນສ່ວນຍານພາຫະນະ, ນ້ຳມັນດິບ ແລະ ນ້ຳມັນເຄິ່ງສຳເລັດຮູບ ເພື່ອມາປະກອບ, ກັ່ນຕອງ ຫຼື ຜະລິດ ຢູ່ໂຮງງານ ເພື່ອສັງລວມ ແລະ ສະຫຼຸບລາຍງານຄະນະນຳກະຊວງ ແລະ ສະໜອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ;

6.  ເນື້ອໃນຂອງຂໍ້ຕົກລົງ ຫຼື ລະບຽບການອື່ນ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດໃຊ້ໃນໄລຍະຜ່ານມາ ທີ່ຂັດກັບຄໍາສັ່ງສະບັບນີ້ ລ້ວນແຕ່ຖືກລົບລ້າງ;

7.  ຄໍາສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ລັດຖະມົນຕີ,
(ເຊັນ ແລະ ປະທັບກາ)
ນ. ເຂັມມະນີ ພົນເສນາ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?