ສະພາແຫ່ງຊາດ ອອກ ກົດໝາຍ ວ່າດ້ວຍ ການຄຸ້ມຄອງເຄມີ ສະບັບ ເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016 ເພື່ອກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການຕິດຕາມ ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານເຄມີ ເພື່ອຊຸກຍູ້ສົ່ງເສີມວຽກງານດັ່ງກ່າວໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ ແນໃສ່ເຮັດໃຫ້ການດໍາເນີນທຸລະກິດ ແລະ ການນໍາໃຊ້ເຄມີ ຖືກຕ້ອງຕາມຫຼັກວິຊາການ, ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະ ກັນຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານເຄມີໃນ ສປປ ລາວ ແຕ່ບໍ່ນໍາໃຊ້ສຳລັບກິດຈະການທີ່ຕິດພັນກັບທາດກໍາມັນຕະພາບລັງສີ ແລະ ພະລັງງານປະລຳມະນູ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ນຳເຂົ້າ ແລະ ສົ່ງອອກເຄມີ ຕ້ອງປະຕິບັດ ດັ່ງນີ້:

1.     ເຄມີອັນຕະລາຍປະເພດ ໜຶ່ງ (ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະ ລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ) ຕ້ອງສະເໜີຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອນຳສະເໜີຕໍ່ລັດຖະບານພິຈາລະນາ;

2.     ເຄມີອັນຕະລາຍປະເພດ ສອງ (ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະ ລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ) ແລະ ປະເພດ ສາມ (ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະ ລາຍປານກາງ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ) ຕ້ອງສະເໜີຕໍ່ກະຊວງອຸດ ສາຫະກຳ ແລະ ການຄ້າ ເພື່ອອອກໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ, ຖ້າເປັນເຄມີພາຍໃຕ້ການຄຸ້ມຄອງຂອງຂະແໜງການອື່ນ ຕ້ອງໄດ້ຮັບການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງກ່ອນ;

3.     ເຄມີອັນຕະລາຍປະເພດ ສີ່ (ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕ່ຳ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ) ສາມາດ ນໍາເຂົ້າ ແລະ ສົ່ງອອກໄດ້ ໂດຍບໍ່ຕ້ອງຂໍ ອະນຸຍາດ ແຕ່ກ່ອນຈະນຳເຂົ້າ ຕ້ອງແຈ້ງໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະ ຄອນຫຼວງ ບ່ອນນຳເຂົ້າ.

ສຳລັບລະບຽບການ ແລະ ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກເຄມີລະອຽດ ໄດ້ກຳນົດໄວ້ຕ່າງຫາກ.

ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດປະກາດໃຊ້ (12 ທັນວາ 2016) ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ (6 ມີນາ 2017) ສິບຫ້າວັນ ກໍຄື ວັນທີ 21 ມີນາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?